Homeຂ່າວພາຍ​ໃນນາຍົກສອງປະເທດ ສປປ ລາວ-ອົດສະຕຣາລີ ປຶກສາຫາລື ເສີມຂະຫຍາຍມິດຕະພາບ-ການຮ່ວມມື

ນາຍົກສອງປະເທດ ສປປ ລາວ-ອົດສະຕຣາລີ ປຶກສາຫາລື ເສີມຂະຫຍາຍມິດຕະພາບ-ການຮ່ວມມື

Published on

ທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ທ່ານ ແອນໂທນີ້ ແອວບານີຊີ (H.E. Anthony Albanese), ນາຍົກລັດຖະມົນຕີ ແຫ່ງ ອົດສະຕຣາລີ ໃນວັນທີ 10 ຕຸລາ 2024, ທີ່ ຫໍປະຊຸມແຫ່ງຊາດ, ໃນໂອກາດເດີນທາງມາເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ-ອົດສະຕຣາລີ ຄັ້ງທີ 4 ແລະ ກອງປະຊຸມທີ່ກ່ຽວຂ້ອງ ຢູ່ ນະຄອນຫຼວງວຽງຈັນ.
May be an image of 7 people
ໃນໂອກາດນີ້, ທ່ານ ນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ໄດ້ສະແດງຄວາມຍິນດີຕ້ອນຮັບ, ເຊິ່ງເປັນການພົບກັນຄັ້ງທີ 3 ພາຍຫຼັງໄດ້ພົບກັນໃນໂອກາດຢ້ຽມຢາມ ອົດສະຕຣາລີ ຢ່າງເປັນທາງການ ໃນເດືອນມີນາ 2024 ຜ່ານມາ. ສອງຝ່າຍໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີ ລະຫວ່າງສອງປະເທດ ລາວ ແລະ ອົດສະຕຣາລີ ທີ່ມີບາດກ້າວຂະຫຍາຍຕົວຂຶ້ນເລື້ອຍໆ ຕະຫຼອດໄລຍະ 72 ປີ ແລະ ກ້າວສູ່ການຍົກລະດັບການພົວພັນ ລາວ-ອົດສະຕຣາລີ ຂຶ້ນເປັນ “ຄູ່ຮ່ວມມືຮອບດ້ານ”. ພ້ອມນັ້ນ, ກໍໄດ້ສະແດງຄວາມຊົມເຊີຍຕໍ່ຜົນສໍາເລັດອັນຈົບງາມຂອງກອງປະຊຸມສຸດຍອດ ສະໄຫມພິເສດ ເພື່ອສະເຫຼີມສະຫຼອງ 50 ປີ ການພົວພັນຮ່ວມມື ອາຊຽນ-ອົດສະຕຣາລີ ກໍຄື ການເຮັດວຽກຮ່ວມກັນຢ່າງໃກ້ຊິດກັບ ອົດສະຕຣາລີ ໃນນາມປະເທດປະສານງານ ອາຊຽນ-ອົດສະຕຣາລີ ໃນໄລຍະ 3 ປີຜ່ານມາ.
May be an image of 4 people
ພ້ອມດຽວກັນ, ສອງນາຍົກລັດຖະມົນຕີ ໄດ້ແລກປ່ຽນຄໍາຄິດເຫັນ ກ່ຽວກັບ ການຮ່ວມມືສອງຝ່າຍໃນບາງຂະແໜງການ ເຊັ່ນ: ການຄ້າ, ການລົງທຶນ, ການສຶກສາ, ການພັດທະນາຊັບພະຍາກອນມະນຸດ ແລະ ອື່ນໆ, ລວມທັງການຮ່ວມມືໃນຂອບ ອາຊຽນ-ອົດສະຕຣາລີ. ນອກຈາກນັ້ນ, ສອງຝ່າຍຍັງໄດ້ແລກປ່ຽນຄໍາຄິດເຫັນຕໍ່ກັບສະພາບການພາກພື້ນ ແລະ ສາກົນ ທີ່ສອງຝ່າຍໃຫ້ຄວາມສົນໃຈຮ່ວມກັນ.
May be an image of 4 people and text
ທ່ານ ສອນໄຊ ສີພັນດອນ ໄດ້ຕີລາຄາສູງຕໍ່ການລົງທຶນຂອງ ອົດສະຕຣາລີ ຢູ່ ສປປ ລາວ ທີ່ກວມເອົາຫຼາຍຂະແໜງການ, ພ້ອມທັງໄດ້ຊຸກຍູ້ ແລະ ສະໜັບສະໜູນສົ່ງເສີມໃຫ້ມີການຮ່ວມມືກັນມາເຮັດທຸລະກິດໃຫ້ຫຼາຍຂຶ້ນ ໃນຂະແໜງການທີ່ສອງປະເທດມີທ່າແຮງ. ໃນໂອກາດດັ່ງກ່າວ, ທ່ານ ສອນໄຊ ສີພັນດອນ ໄດ້ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ລັດຖະບານ ແລະ ປະຊາຊົນ ອົດສະຕຣາລີ ທີ່ໄດ້ໃຫ້ການຮ່ວມມື, ສະໜັບສະໜູນ ແລະ ຊ່ວຍເຫຼືອແກ່ ສປປ ລາວ ຢ່າງທັນການ ແລະ ມີປະສິດທິພາບ ໃນໄລຍະຜ່ານມາ ໂດຍສະເພາະການພັດທະນາຊັບພະຍາກອນມະນຸດ ກໍຄື ການຊ່ວຍເຫຼືອບັນເທົາທຸກ ສໍາລັບຜູ້ທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມ ພາຍໃຕ້ໂຄງການ Indo-Pacific Endeavour (IPE) ໃນໄລຍະເດືອນກັນຍາຜ່ານມາ.
May be an image of 2 people
ໃນຂະນະດຽວກັນ, ທ່ານນາຍົກລັດຖະມົນຕີ ແອນໂທນີ້ ແອວບານີຊີ ກໍໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ຢືນຢັນຈະສືບຕໍ່ໃຫ້ການຮ່ວມມື ແລະ ສະໜັບສະໜູນ ສປປ ລາວ ໃນຕໍ່ໜ້າ, ພ້ອມທັງໄດ້ສະແດງຄວາມຊົມເຊີຍ ແລະ ອວຍພອນໃຫ້ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024 ນີ້ ປະສົບຜົນສໍາເລັດຢ່າງຈົບງາມ.
ຂ່າວ: ປະຊາຊົນ

ບົດຄວາມຫຼ້າສຸດ

ຫວຽດນາມ ຈະສ້າງໄຟຟ້າພະລັງງານລົມ Savan 2 ມູນຄ່າສູງເຖິງ 768 ລ້ານໂດລາສະຫະລັດ ຫຼື ປະມານ 17 ພັນຕື້ກີບ

ກຸ່ມບໍລິສັດ T&T Group ຂອງຫວຽດນາມ ສືບຕໍ່ລົງທຶນໃຫຍ່! ເປີດໂຕໂຄງການໄຟຟ້າພະລັງງານລົມ "Savan 2" ເກືອບ 500 MW ຢູ່ແຂວງສະຫວັນນະເຂດ (ຝ່າຍຫວຽດນາມເປັນຜູ້ຈ່າຍ ແລະ...

ລາວ-ຫວຽດນາມ ສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ

ໂດຍຕອບສະໜອງຕາມຄໍາເຊື້ອເຊີນ ຂອງສະຫາຍ ສະເຫຼີມໄຊ ກົມມະສິດ, ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສະຫາຍ ເລ ມິງ ຮຶງ, ນາຍົກລັດຖະມົນຕີ...

ສອງນາຍົກລັດຖະມົນຕີ ລາວ – ຫວຽດນາມ ຮ່ວມກັນ ເປີດໂຄງການກໍ່ສ້າງ ມະຫາວິທະຍາໄລມິດຕະພາບ ລາວ – ຫວຽດນາມ

ໃນການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ, ທ່ານ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ແລະ ທ່ານ...

ຮອງປະທານສະພາແຫ່ງຊາດ ຕາງໜ້າໃຫ້ ຄປຈສພຊ ປະກອບ 16 ຄໍາເຫັນຕໍ່ບົດລາຍງານຂອງລັດ

ວັນທີ 5 ຕຸລາ 2026, ທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ ໄດ້ຕາງໜ້າໃຫ້ຄະນະປະຈຳສະພາແຫ່ງຊາດ (ຄປຈສພຊ) ປະກອບຄໍາເຫັນຕໍ່ບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ...