spot_img
Homeຂ່າວພາຍ​ໃນຮອງຮັບເອກະສານ 5 ສະບັບ ລະຫວ່າງ ຜູ້ນຳ​ອາຊຽນ-ຈີນ ໃນກອງ​ປະຊຸມ​ສຸດ​ຍອດ​ອາຊຽນ-ຈີນຄັ້ງທີ 27

ຮອງຮັບເອກະສານ 5 ສະບັບ ລະຫວ່າງ ຜູ້ນຳ​ອາຊຽນ-ຈີນ ໃນກອງ​ປະຊຸມ​ສຸດ​ຍອດ​ອາຊຽນ-ຈີນຄັ້ງທີ 27

Published on

ນ​ວັນ​ທີ 10 ກັນຍາ 2024, ທ່ານ ນາຍົກລັດ​ຖະມົນຕີ ສອນໄຊ ສີພັນດອນ ​ໄດ້ເປັນ​ປະທານ​ກອງ​ປະຊຸມ​ສຸດ​ຍອດ​ອາຊຽນ-ຈີນ ຄັ້ງທີ 27 ໂດຍມີບັນດາຜູ້ນໍາອາຊຽນ ແລະ ທ່ານ ຫຼີ ສຽງ, ນາຍົກລັດຖະມົນຕີ ແຫ່ງ ສປ ຈີນເຂົ້າຮ່ວມ ແລະ ນາຍົກ ລັດຖະມົນຕີຂອງ ຕີມໍ ແລັດສະເຕ ເຂົ້າຮ່ວມ ໃນນາມຜູ້ສັງເກດການ.

May be an image of 2 people, dais and text

ກອງ​ປະຊຸມ​ ໄດ້ທົບທວນຄືນ ແລະ ກໍານົດທິດທາງໃນການຜັນຂະຫຍາຍການເປັນຄູ່ຮ່ວມຍຸດທະສາດຮອບດ້ານອາຊຽນ -ຈີນ ເພື່ອເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງ ເພື່ອຜົນປະໂຫຍດລວມຂອງ ປະຊາຊົນໃນອາຊຽນ ແລະ ສປ ຈີນ ແລະ ໃນໂລກ. ບັນດາຜູ້ນໍາອາຊຽນ ແລະ ສປ ຈີນ ໄດ້ຕີລາຄາສູງຕໍ່ໝາກຜົນ​ຂອງການຮ່ວມມືອາຊຽນ-ຈີນ ໃນຕະຫຼອດໄລຍະ 33 ປີທີ່ຜ່ານມາ ທີ່ກວມເອົາການຮ່ວມມືດ້ານການເມືອງ-ຄວາມໝັ້ນຄົງ, ດ້ານເສດຖະກິດ ແລະ ວັດທະນະທໍາ-ສັງຄົມ, ຊຶ່ງໄດ້ປະກອບສ່ວນເຂົ້າໃນຂະບວນການສ້າງປະຊາຄົມອາຊຽນ ກໍຄືການປົກປັກ ຮັກສາ ແລະ ສົ່ງເສີມສັນຕິພາບ,​ ສະຖຽນລະພາບ ແລະ ການຮ່ວມມື.

May be an image of 9 people, crowd and text

ກອງປະຊຸມໄດ້ເນັ້ນຢໍ້າເຖິງຄວາມສໍາຄັນໃນການຮ່ວມມດ້ານເສດຖະກິດ, ນັບແຕ່ປີ 2008 ເປັນຕົ້ນມາ, ສປ ຈີນ ໄດ້ເປັນຄູ່ຄ້າທີ່ໃຫຍ່ທີ່ສຸດຂອງອາຊຽນ 15 ປີຊ້ອນ ແລະ ອາຊຽນເອງກໍໄດ້ເປັນຄູ່ຄ້າທີ່ໃຫຍ່ທີ່ສຸດຂອງ ສປ ຈີນ 3 ປີຊ້ອນ ນັບແຕ່ປີ 2020 ເປັນຕົ້ນມາ. ໃນໂອກາດກອງປະຊຸມຄັ້ງນີ້, ຜູ້ນໍາອາຊຽນ-ຈີນ ໄດ້ຮ່ວມກັນປະກາດການຍົກລະດັບ ສັນຍາເຂດການຄ້າເສລີອາຊຽນ-ຈີນ 3.0 ທີ່ເປັນເອກະສານພື້ນຖານທີ່ສໍາຄັນໃນການສົ່ງເສີມ ແລະ ເພີ່ມທະວີການຮ່ວມມືດ້ານເສດຖະກິດອາຊຽນ-ຈີນ.

May be an image of 12 people and text

ກອງປະຊຸມຄັ້ງນີ້, ຜູ້ນຳ​ອາຊຽນ-ຈີນ ​ໄດ້ຮັບຮອງເອົາ 5 ເອກະສານຜົນຂອງກອງປະຊຸມສຳຄັນ ດັ່ງນີ້: 1). ຖະແຫຼງການຮ່ວມອາຊຽນ-ຈີນ ວ່າດ້ວຍ ການຕ້ານການສໍ້ໂກງດ້ານເຄືອຂ່າຍໂທລະຄົມ ແລະ ການພະນັນອອນລາຍ; 2). ຖະແຫຼງການຮ່ວມອາຊຽນ-ຈີນ ວ່າດ້ວຍ ການຮັດແໜ້ນການຮ່ວມມືດ້ານໄປມາຫາສູ່ລະຫວ່າງປະຊາຊົນກັບປະຊາຊົນ; 3). ຖະແຫຼງການຮ່ວມອາຊຽນ-ຈີນ ວ່າດ້ວຍ ການສົ່ງເສີມການພັດທະນາກະສິກໍາທັນສະໄໝ; 4). ຖະແຫຼງການຮ່ວມອາຊຽນ-ຈີນ ວ່າດ້ວຍ ການຮ່ວມມືເພື່ອອໍານວຍຄວາມສະດວກ ໃນການສ້າງລະບົບນິເວດດິຈີຕອນ ທີ່ກວມລວມ ແລະ ຍືນຍົງ; 5). ຖະແຫຼງການຮ່ວມ ວ່າດ້ວຍ ການສະຫຼຸບເນື້ອໃນສໍາຄັນຂອງການເຈລະຈາ ຍົກລະດັບສັນຍາການຄ້າເສລີ ອາຊຽນ-ຈີນ ສະບັບທີ 3.0.

ຂ່າວ: ວສລ

ບົດຄວາມຫຼ້າສຸດ

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...