Homeຂ່າວພາຍ​ໃນກວດສານເຈືອປົນ! Formalin ຕາມຮ້ານອາຫານແຊ່ແຂງ-ຕະຫຼາດ ໃນຈຳປາສັກ

ກວດສານເຈືອປົນ! Formalin ຕາມຮ້ານອາຫານແຊ່ແຂງ-ຕະຫຼາດ ໃນຈຳປາສັກ

Published on

ເຈົ້າໜ້າທີ່ຂະແໜງການຄ້າພາຍໃນພະແນກອຸດສາຫະກໍາ ແລະ ການຄ້າແຂວງຈໍາປາສັກ ຮ່ວມກັບຂະແໜງອາຫານ ແລະ ຢາ ພະແນກສາທາລະນະສຸກແຂວງ ໄດ້ລົງຕິດຕາມກວດກາເບິ່ງຄວາມສະອາດຂອງອາຫານປະເພດຕ່າງໆ ເຊິ່ງອາດມີສານເຈືອປົນ Formalin ທີ່ເປັນອັນຕະລາຍຕໍ່ສຸຂະພາບຂອງຜູ້ບໍລິໂພກ.

May be an image of 7 people and text

ໃນວັນທີ 9 ຕຸລາ 2024 ໂດຍການກວດກາຂອງເຈົ້າໜ້າທີ່ແມ່ນເນັ້ນໃສ່ອາຫານທະເລແຊ່ແຂງ, ລູກຊີ້ນ, ຫ໋ອດດອກ, ປະເພດຊີ້ນສັດແຊ່ແຂງທີ່ນໍາເຂົ້າຈາກຕ່າງປະເທດ ແລະ ສໍາລັບຈຸດທີ່ລົງກວດມີ: ຮ້ານແມ່ໃຫຍ່ສີ ອາຫານທະເລສົດ, ຮ້ານປູໄຂ່ດອງ ແລະ ຮ້ານຂາຍລູກຊີນ, ຫ໋ອດດອກ, ຮ້ານຂາຍອາຫານທະເລແຊ່ແຂງ, ຮ້ານຂາຍປະເພດຊີ້ນສັດແຊ່ແຂງຢູ່ທີ່ຕະຫຼາດໃໝ່ປາກເຊ.

May be an image of 4 people

No photo description available.

ທ່ານ ເກດສະໜາ ວົງສີທອນ ວິຊາການຂະແໜງອາຫານ ແລະ ຢາ ພະແນກສາທາລະນະສຸກແຂວງ ໃຫ້ຮູ້ວ່າ: ການກວດຫາສານເຈືອປົນໃນອາຫານສົດ ແມ່ນໄດ້ນໍາໃຊ້ນໍ້າຢາທົດລອງ Formalin ແລະ ຜ່ານການກວດກາສໍາລັບຢູ່ຮ້ານແມ່ໃຫຍ່ສີ ອາຫານທະເລສົດ, ຮ້ານປູໄຂ່ດອງ ແມ່ນບໍ່ພົບສານເຈືອປົນ Formalin ໃນອາຫານ, ສ່ວນຢູ່ຕະຫຼາດໃໝ່ປາກເຊແມ່ນກວດພົບສານເຈືອປົນ Formalin ໃນຫາງປາມືກໃຫ່ຍ ຈຳນວນ 11 ກິໂລ ທີ່ເປັນອັນຕະລາຍຕໍ່ສຸຂະພາບຂອງຜູ້ບໍລິໂພກ (ເຈົ້າໜ້າທີ່ໄດ້ນໍາໄປທໍາລາຍຖິ້ມ).

ຂ່າວ: ໜັງສືພິມຈຳປາໃໝ່

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...