spot_img
Homeຂ່າວພາຍ​ໃນລາວ-ອີຢູ ປຶກສາຫາລືເພື່ອເສີມຂະຫຍາຍການຮ່ວມມືສອງຝ່າຍ

ລາວ-ອີຢູ ປຶກສາຫາລືເພື່ອເສີມຂະຫຍາຍການຮ່ວມມືສອງຝ່າຍ

Published on

ໃນຕອນບ່າຍຂອງວັນທີ 9 ຕຸລາ 2024, ທີ່ ຫໍປະຊຸມແຫ່ງ ຊາດ, ທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມຄະນະ ໄດ້ພົບປະສອງຝ່າຍກັບ ທ່ານ ຊາກ ມິແຊນ (Charles MICHEL), ປະທານສະພາເອີຣົບ ພ້ອມ ດ້ວຍຄະນະ ທີ່ໄດ້ເດີນທາງມາເຂົ້າຮ່ວມ ກອງປະຊຸມສຸດຍອດ ອາຊີຕາເວັນອອກ ຄັ້ງທີ 19, ຕາມການເຊື້ອເຊີນຂອງປະເທດເຈົ້າພາບ, ທີ່ໄດ້ຈັດຂຶ້ນ ໃນລະຫວ່າງວັນທີ 9-12 ຕຸລາ 2024, ທີ່ ນະຄອນຫຼວງວຽງຈັນ, ສປປ ລາວ.

May be an image of 8 people

ໃນການພົບປະຄັ້ງນີ້, ທ່ານ ນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ໄດ້ສະແດງຄວາມຍິນດີຕ້ອນຮັບຢ່າງອົບອຸ່ນ ແລະ ຕີລາຄາສູງຕໍ່ການເດີນທາງມາຢ້ຽມຢາມ ແລະ ເຂົ້າຮ່ວມກອງປະຊຸມຄັ້ງນີ້ ຕາມການເຊື້ອເຊີນ, ຊຶ່ງເປັນການເດີນທາງຢ້ຽມຢາມ ສປປ ລາວ ຄັ້ງທໍາອິດ ຂອງ ທ່ານ ປະທານສະພາເອີຣົບ ແລະ ຖືເປັນຂີດໝາຍອັນສໍາຄັນຍິ່ງແຫ່ງການສືບຕໍ່ຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ ລະຫວ່າງ ລາວ-ອີຢູ, ສອງຝ່າຍໄດ້ພ້ອມກັນຕີລາຄາສູງຕໍ່ການພົວພັນ ແລະ ການຮ່ວມມື ລະຫວ່າງ ລາວ-ອີຢູ ໃນໄລຍະຜ່ານມາ, ເຊິ່ງໄດ້ມີການຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ ໂດຍສະເພາະ ມີການແລກປ່ຽນການຢ້ຽມຢາມນໍາ, ການຮ່ວມມືນໍາກັນດ້ານເສດຖະກິດ, ການຄ້າ, ການລົງທຶນ, ການປົກປັກ ຮັກສາສິ່ງແວດລ້ອມ ແລະ ການທ່ອງທ່ຽວ ແລະ ອື່ນໆ.

May be an image of 2 people

ໃນໂອກາດນີ້, ທ່ານ ນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ໄດ້ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມຂອບໃຈ ຕໍ່ ຝ່າຍອີຢູ ທີ່ໄດ້ໃຫ້ການຊ່ວຍ ເຫຼືອອັນລໍ້າຄ່າ ແກ່ ສປປ ລາວ ໃນຕະຫຼອດໄລຍະຜ່ານມາ ເຊິ່ງການຊ່ວຍເຫຼືອດັ່ງກ່າວ ແມ່ນສອດຄ່ອງກັບແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດກໍ່ຄື ການພັດທະນາຊົນນະບົດ ແລະ ຫຼຸດຜ່ອນຄວາມທຸກຍາກຂອງປະຊາຊົນ ແນໃສ່ເຮັດໃຫ້ ສປປ ລາວ ຫຼຸດພົ້ນອອກຈາກ ສະຖານະພາບປະເທດດ້ອຍພັດທະນາ ໃນຊຸມປີຕໍ່ໜ້າ ແລະ ຊ່ວຍໃຫ້ ສປປ ລາວ ບັນລຸເປົ້າໝາຍແຜນການພັດທະນາແບບຍືນຍົງຂອງ ອົງການ ສປຊ ໃນປີ 2030.

May be an image of 2 people

ທ່ານ ປະທານສະພາເອີຣົບ ຊາກ ມິແຊນ ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈ ຕໍ່ການເຊື້ອເຊີນເຂົ້າຮ່ວມກອງປະຊຸມໃນຄັ້ງນີ້ ແລະ ຊົມເຊີຍການເປັນປະທານອາຊຽນ ຂອງ ສປປ ລາວ. ພ້ອມດຽວກັນ, ກໍຢືນຢັນທີ່ຈະສືບຕໍ່ ໃຫ້ການສະໜັບສະໜູນແກ່ ສປປ ລາວ ໃນການພັດທະນາ ເສດະກິດ-ສັງຄົມ ໂດຍສະເພາະໃນຂົງເຂດ ການເຊື່ອມໂຍງ-ເຊື່ອມຈອດ, ການຄ້າ-ການລົງທຶນ, ການເຕີບໂຕສີຂຽວ ແລະ ອື່ນໆ. ໃນຂະນະດຽວກັນ, ກໍໄດ້ອວຍພອນໃຫ້ ກອງປະຊຸມຄັ້ງນີ້ ປະສົບຜົນສໍາເລັດຢ່າງຈົບງາມ.

ຂ່າວ: ກົມການຂ່າວ, ກະຊວງການຕ່າງປະເທດ, ວສລ

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...