spot_img
Homeຂ່າວພາຍ​ໃນປຶກສາຫາລື ບັນຫາສຳຄັນ-ຮັບຮອງເອກະສານຫຼາຍສະບັບ ໃນກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44

ປຶກສາຫາລື ບັນຫາສຳຄັນ-ຮັບຮອງເອກະສານຫຼາຍສະບັບ ໃນກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44

Published on

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44 (ແບບຄົບຄະນະ) ພາຍໃຕ້ຄຳຂວັນ “ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງອາຊຽນ” ໄດ້ຈັດຂຶ້ນໃນວັນທີ 9 ຕຸລານີ້ ທີ່ ນະຄອນຫຼວງວຽງຈັນ ສປປ ລາວ ໂດຍການເປັນປະທານຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ມີບັນດາຜູ້ນຳປະເທດສະມາຊິກອາຊຽນ, ຜູ້ຕາງໜ້າທີ່ບໍ່ແມ່ນທາງການເມືອງຂອງມຽນມາ, ເລຂາທິການໃຫຍ່ອາຊຽນ, ມີນາຍົກລັດຖະມົນຕີ ຕີມໍແລັສເຕ ເຂົ້າຮ່ວມ.

May be an image of ‎6 people and ‎text that says '‎0 LAOPDR LAO PDR حا‎'‎‎

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44 ໄດ້ທົບທວນຄືນບັນດາຜົນສຳເລັດການສ້າງປະຊາຄົມອາຊຽນ ກໍຄືການກໍານົດທິດທາງຂອງອາຊຽນໃນຕໍ່ໜ້າ. ກອງປະຊຸມ ໄດ້ສະແດງຄວາມຊົມເຊີຍຕໍ່ຄວາມຄືບໜ້າຂອງການຈັດຕັ້ງປະຕິບັດວິໄສທັດປະຊາຄົມອາຊຽນ 2025 ກໍຄືຄວາມຄືບໜ້າການຈັດຕັ້ງປະຕິບັດ 9 ຂົງເຂດບູລິມະສິດການເປັນປະທານອາຊຽນຂອງ ສປປ ລາວ ປີ 2024 ທີ່ສຸມໃສ່ການເພີ່ມທະວີການເຊື່ອມໂຍງ-ເຊື່ອມຈອດ ໃນຂົງເຂດເສດຖະກິດ, ສ້າງອະນາຄົດແບບທົ່ວເຖິງ ແລະ ຍືນຍົງ, ການຫັນປ່ຽນສູ່ຍຸກດີຈີຕອນ, ການສ້າງບັນດາແຜນຍຸດທະສາດ ເພື່ອຈັດຕັ້ງປະຕິບັດວິໄສທັດປະຊາຄົມອາຊຽນ 2045 ແນໃສ່ສ້າງປະຊາຄົມອາຊຽນທີ່ເຂັ້ມແຂງ, ມີນະວັດຕະກໍາ, ຄ່ອງແຄ້ວ ແລະ ມີປະຊາຊົນເປັນແກນກາງ; ສົ່ງເສີມຄວາມເຂັ້ມແຂງຕໍ່ການປ່ຽນແປງສະພາບດິນຟ້າອາກາດ ແລະ ສິ່ງແວດລ້ອມ; ການສົ່ງເສີມດ້ານວັດທະນະທໍາ ແລະ ສິລະປະ; ການສົ່ງເສີມບົດບາດແມ່ຍິງ ແລະ ເດັກ; ການສົ່ງເສີມຄວາມເຂັ້ມແຂງດ້ານສາທາລະນະສຸກ.

May be an image of 8 people, speaker, newsroom, dais and text

ທັງໝົດນີ້, ເພື່ອຮັບປະກັນການຮັດແໜ້ນປະຊາຄົມອາຊຽນໃຫ້ມີຄວາມຕໍ່ເນື່ອງ ແລະ ມີການເຊື່ອມໂຍງ-ເຊື່ອມຈອດກັນຫຼາຍຂຶ້ນ ແລະ ມີຄວາມເຂັ້ມແຂງ ເພື່ອສາມາດຮັບມືກັບບັນດາສິ່ງທ້າທາຍ ແລະ ນໍາໃຊ້ກາລະໂອກາດຕ່າງໆ ໃນທ່າມກາງສະພາບພູມສາດ-ການເມືອງ ແລະ ພູມສາດ-ເສດຖະກິດໃນພາກພື້ນ ແລະ ໃນໂລກ ມີການຜັນແປໄປຢ່າງສະຫຼັບສັບຊ້ອນ. ຜູ້ນໍາອາຊຽນໄດ້ຍິນດີຕໍ່ຄວາມຄືບໜ້າໃນການຈັດຕັ້ງປະຕິບັດແຜນດໍາເນີນງານສໍາລັບການເປັນສະມາຊິກສົມບູນອາຊຽນຂອງ ຕີມໍແລັສເຕ ແລະ ຫວັງວ່າ ຕີມໍແລັສເຕ ຈະໄດ້ເຂົ້າເປັນສະມາຊິກສົມບູນຂອງຄອບຄົວອາຊຽນໃນເວລາອັນໃກ້ນີ້.

May be an image of 11 people, dais and text

ກອງປະຊຸມສຸດຍອດອາຊຽນຄັ້ງທີ 44, ປະທານທະນາຄານການລົງທຶນພື້ນຖານໂຄ່ງລ່າງອາຊີ (AIIB) ໃນຖານະເປັນແຂກຂອງປະທານ ກໍໄດ້ລາຍງານໃຫ້ບັນດາຜູ້ນໍາຊາບ ກ່ຽວກັບສະພາບການປັດຈຸບັນ ແລະ ທ່າອ່ຽງໂດຍລວມຂອງການພັດທະນາເສດຖະກິດ-ສັງຄົມຂອງພາກພື້ນ ແລະ ຂອງໂລກໃນປັດຈຸບັນ, ລວມທັງການຮ່ວມມືກັບປະເທດສະມາຊິກອາຊຽນ ຊຶ່ງເປັນຂໍ້ມູນສຳຄັນສຳລັບອາຊຽນໃນການພິຈາລະນາທິດທາງໃນຕໍ່ໜ້າຂອງອາຊຽນ ແລະ ນະໂຍບາຍສຳລັບການພັດທະນາເສດຖະກິດ-ສັງຄົມຂອງບັນດາປະເທດສະມາຊິກອາຊຽນ.

ຂ່າວ: ປະຊາຊົນ

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...