spot_img
Homeຂ່າວກິລາທີມຊາດລາວຊຸດໃຫຍ່ປະກາດລາຍຊື່ 30 ນັກເຕະ ເຂົ້າຮ່ວມແຄ້ມຝຶກຊ້ອມທີ່ປະເທດໄທ

ທີມຊາດລາວຊຸດໃຫຍ່ປະກາດລາຍຊື່ 30 ນັກເຕະ ເຂົ້າຮ່ວມແຄ້ມຝຶກຊ້ອມທີ່ປະເທດໄທ

Published on

ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ ຈູນ (HA HYEOKJUN) ຄູຝຶກ ທີມຊາດລາວ ສັນຊາດ ສ.ເກົາຫລີ ໄດ້ປະກາດລາຍຊື່ນັກກິລາ 30 ຄົນ ເຂົ້າຮ່ວມແຄ້ມຝຶກຊ້ອມທີ່ປະເທດໄທ ໃນລະຫວ່າງວັນທີ 07–16 ຕຸລາ 2024 ຕາມປະຕິຖິນຟີຟາ.

ສຳລັບນັກກິລາ 30 ຄົນມີລາຍຊື່ດັ່ງລຸ່ມນີ້:
-ຜູ້ຮັກສາປະຕູປະກອບມີ: 1. ແກ້ວອຸດອນ ສຸວັນນະສັງໂສ ຈາກ ສະໂມສອນ ບານເຕະ ກອງທັບ, 2. ກົບ ໂລກພະທິບ ຈາກ ສະໂມສອນ ບານເຕະ ເອສະຣາ, 3. ໄຊສະຫວາດ ສຸວັນນະໂຊກ ຈາກ ສະໂມສອນ ບານເຕະ ນໍ້າທາ, 4. ອານຸລັກ ວິລະຜົນ ຈາກ ສະໂມສອນ ບານເຕະ ຊ້າງນ້ອຍ.

-ກອງຫຼັງປະກອບມີ: 5. ພຸດທະວົງ ສັງວິໄລ ຈາກ ສະໂມສອນກິລາບານເຕະ ເອສະຣາ, 6. ອານັນຕະຊາ ສີພົງພັນ ຈາກ ສະໂມສອນກິລາບານເຕະ ເອສະຣາ, 7. ຈິດຕະກອນ ວັນນະຈອນ ຈາກ ສະໂມສອນກິລາບານເຕະ ຫລວງພະບາງ, 8. ແສງດາວວີ ຫັນທະວົງ ຈາກ ສະໂມສອນກິລາບານເຕະ ຊ້າງນ້ອຍ, 9. ພົນສັກ ສີສະຫວາດ ຈາກ ສະໂມສອນກິລາບານເຕະ ຊ້າງນ້ອຍ, 10. ຂຸນວັງ ສູນດາລາ ຈາກ ສະໂມສອນກິລາບານເຕະ ນໍ້າທາ, 11. ໄຊຍະສິດ ສິງສະຫວ່າງ ຈາກ ສະໂມສອນ ນໍ້າທາ, 12. ຊູຊະນະ ສີຫາລາດ ຈາກ ສະໂມສອນກິລາບານເຕະ ກອງທັບ.

-ກອງກາງ
13. ຈັນທະວີໄຊ ຂຸນທຸມພອນ ຈາກ ສະໂມສອນກິລາບານເຕະ ເອສະຣາ, 14. ດາໝົດ ທອງຄໍາສະຫວັດ ຈາກ ສະໂມສອນກິລາບານເຕະ ເອສະຣາ, 15. ພຸດທະລັກ ທອງສະນິດ ຈາກ ສະໂມສອນກິລາບານເຕະ ເອສະຣາ, 16. ອານຸສອນ ໄຊປັນຍາ ຈາກ ສະໂມສອນກິລາບານເຕະ ຊ້າງນ້ອຍ, 17. ສຸພັນ ຄຳໃບອ່ອນ ຈາກ ສະໂມສອນກິລາບານເຕະ ຊ້າງນ້ອຍ, 18. ພູຫຼວງ ວິນນະວົງ ຈາກ ສະໂມສອນ ບານເຕະ ຈໍາປາສັກ, 19. ພຸດດາວີ ພົມມະສານ ຈາກ ສະໂມສອນກິລາບານເຕະ ມາດສເຕີ, 20. ສົມສະຫວາດ ພົມໂສພາ ຈາກ ສະໂມສອນກິລາບານເຕະ ມາດສເຕີ້, 21. ອານຸລັກ ໄຊຍະລາດ ຈາກ ສະໂມສອນກິລາບານເຕະ ນໍ້າທາ, 22. ສິນນະຄອນ ກູມະນີຄໍາ ຈາກ ສະໂມສອນກິລາບານເຕະ ຫຼວງພະບາງ, 23. ພຸດທະໄຊ ໂຄຈະເລີນ ຈາກ ສະໂມສອນກິລາບານເຕະ ທັບຫຼວງ Thapluang United ( ປະເທດໄທ ), 24. ສີສະຫວາດ ດາລາວົງ ຈາກ ສະໂມສອນກິລາບານເຕະ ກອງທັບ, 25. ພູຸສົມບູນ ປັນຍາວົງ ຈາກ ສະໂມສອນກິລາບານເຕະ ກອງທັບ.

-ກອງຫນ້າ
26. ຈໍ່ໍາ ວັນປະເສີດ ຈາກ ສະໂມສອນກິລາບານເຕະ ຫຼວງພະບາງ, 27. ບຸນພະຈັນ ບຸນກອງ ຈາກ ສະໂມສອນກິລາບານເຕະ ສວາຍຣຽງ ( PREAK KHAN REACH SVAY RIENG FC ( ປະເທດກຳປູເຈຍ ), 28. ໂຈນີ້ ແຫວນປະເສີດ ຈາກ ສະໂມສອນກິລາບານເຕະ ເອສະຣາ, 29. ປີເຕີ້ ພັນທະວົງ ຈາກ ສະໂມສອນກິລາບານເຕະ ເອສະຣາ, 30. ກີ້ດາວອນ ສຸວັນນີ ຈາກ ສະໂມສອນກິລາບານເຕະ ຊ້າງນ້ອຍ.

ຄະນະຄູຝຶກ ແລະ ນັກກິລາ ທີມຊາດລາວ ຊຸດໃຫຍ່ ແມ່ນຈະອອກເດີນທາງແລ້ວໃນຕອນຄໍ່າ ວັນທີ 07 ຕຸລາ 2024 ຜ່ານມາ.

ຂໍ້ມູນຈາກ: ສະຫະພັນບານເຕະແຫ່ງຊາດລາວ

ບົດຄວາມຫຼ້າສຸດ

ໃຊ້ AI ໃຫ້ເປັນປະໂຫຍດ ຊາຍຊາວອາເມລິການໍາໃຊ້ Chat GPT ໃນການສຸ່ມໂຕເລກເພື່ອຊື້ຫວຍ ຖືກລາງວັນ 100,000 ໂດລາ ຫຼື ປະມານ 2.1 ຕື້ກີບ

ເມື່ອບໍ່ດົນມານີ້ ກາຍເປັນກະແສດັງຢູ່ປະເທດອາເມຣິກາ ເມື່ອມີຊາຍຄົນໜຶ່ງ ອາຍຸ 45 ປີ ອາໄສຢູ່ທີ່ເມືອງ Wyandotte ຣັດ Michigan ສ.ອາເມລິກາ ໄດ້ຖືກຫວຍທ້ອງຖິ່ນ Powerball ພາຍຫຼັງນຳໃຊ້ປັນຍາປະດິດ...

ເສຍຊີວິດສອງຄົນ ເຮືອບິນຂົນສົ່ງສິນຄ້າຂອງສາຍການບິນ ເອມິເຣດ ລຸດອອກນອກລັນເວ ທີ່ສະໜາມບິນຮົງກົງ

ອຸບັດຕິເຫດເຮືອບິນຂົນສົ່ງສິນຄ້າ ເອມິເຣດ ໄຫຼອອກນອກລັນເວ ທີ່ສະໜາມບິນຮົງກົງ ເຮັດໃຫ້ເສຍຊີວິດສອງຄົນ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 20 ຕຸລາ 2025 ນີ້ວ່າ: ເກີດເຫດເຮືອບິນຂົນສົ່ງສິນຄ້າຂອງສາຍການບິນ ເອມິເຣດ ໄຫຼອອກນອກລັນເວຕຳກັບລົດຈົນຕົກທະເລ ທີ່ສະໜາມບິນຮົງກົງ ເຊິ່ງເຫດການດັ່ງກ່າວມີເຈົ້າທີ່ເສຍຊີວິດສອງຄົນ. ຕາມການລາຍງານລະບຸວ່າ:...

ຈະເປີດໃຫ້ບໍລິການໃນປີ 2030 ທາງລົດໄຟວຽງຈັນ-ໜອງຄາຍ ໂດຍຈະເລີ່ມລົງມືກໍ່ສ້າງໃນປີ 2027

ກອງ​ປະຊຸມ​ໄດ້​ຈັດ​ຂຶ້ນ​ຢູ່​ກະຊວງ​ໂຍທາ​ທິການ ​ແລະ ຂົນ​ສົ່ງ ​ແຫ່ງ ສປປ ລາວ ​ໃນ​ວັນ​ທີ 17 ຕຸລາ 2025 ​ເພື່ອ​ປຶກສາ​ຫາລື​ກ່ຽວ​ກັບ​ການ​ກໍ່ສ້າງ​ຂົວ​ທາງ​ລົດ​ໄຟ​ຂ້າມ​ແມ່ນ້ຳຂອງ​ແຫ່ງ​ໃໝ່. ກອງ​ປະຊຸມ​ຄັ້ງ​ນີ້​ໄດ້​ເປັນ​ປະທານ​ຮ່ວມ​ຂອງ​ທ່ານ ທ່ານ ຈັນທອນ...

ຍີ່ປຸ່ນໃຫ້ທຶນຊ່ວຍເຫຼືອ 88,546 ໂດລາ ໃນໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນ ບ້ານຫາດສະ ເມືອງປາກທາ ແຂວງບໍ່ແກ້ວ ເພື່ອຍົກລະດັບສະພາບແວດລ້ອມການສຶກສາຮ່ຳຮຽນ

ໃນວັນທີ 15 ຕຸລາ 2025 ທີ່ຜ່ານມາ, ລັດຖະບານຍີ່ປຸ່ນໄດ້ໃຫ້ການຊ່ວຍເຫຼືອເປັນມູນຄ່າປະມານ 88,546 ໂດລາສະຫະລັດ ໃນ ໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນບ້ານຫາດສະ ເຊິ່ງແມ່ນໂຄງການທີ່ຢູ່ພາຍໃຕ້ກອບຮ່ວມມືທີ່ມີຊື່ວ່າ ໂຄງການເສີມສ້າງຄວາມໝັ້ນຄົງຂອງມະນຸດຂັ້ນຮາກຖານ (GGP). ໂຄງການດັ່ງກ່າວແມ່ນການສະໜັບສະໜູນທຶນຮອນເພື່ອກໍ່ສ້າງອາຄານຮຽນໃໝ່, ຫ້ອງນໍ້າ...