Homeຂ່າວສະພາບອາກາດພະຍາກອນອາກາດປະຈໍາວັນທີ 07 ຕຸລາ 2024, ເວລາ 12:00 ໂມງ

ພະຍາກອນອາກາດປະຈໍາວັນທີ 07 ຕຸລາ 2024, ເວລາ 12:00 ໂມງ

Published on

ຄວາມກົດດັນສູງຂອງອາກາດເຢັນທີ່ປະເທດຈີນ ຍັງແຜ່ລົງມາປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ ດ້ວຍກໍາລັງປານກາງ, ສົມທົບກັບກະແສລົມຕາເວັນອອກສ່ຽງເໜືອພັດປົກຄຸມ. ຊື່ງຈະເຮັດໃຫ້ອາກາດເຢັນໃນຕອນເຊົ້າຢູ່ເຂດພາກເໜືອ, ແຂວງໄຊສົມບູນ, ເຂດພູພຽງບໍລະເວນ ສ່ວນຕອນບ່າຍອາກາດຮ້ອນໂດຍສະເພາະຢູ່ແຂວງພາກກາງ ລົງຫາ ພາກໃຕ້ ແລະ ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ພ້ອມມີລົມພັດແຮງເປັນບາງໂອກາດຢູບາງທ້ອງຖິ່ນ.

ຂໍ້ມູນອຸຕຸກະເສດ ປະຈໍາອາທິດສໍາລັບເຂົ້ານາປີ ແລະ ພືດຜັກ ວັນທີ 07-13 ຕຸລາ 2024. ໃນໄລຍະໜຶ່ງອາທິດຂ້າງໜ້າແມ່ນມີຄວາມສ່ຽງຕໍ່າ ສໍາລັບຝົນຢູ່ໃນເຂດ ເມືອງອາດສະພັງທອງ, ແຂວງສະຫວັນະເຂດ. ເຂົ້ານາປີ ຫລື ເຂົ້ານານໍ້າຝົນ ແມ່ນຢູ່ໃນໄລຍະຈະເລີນເຕີບໂຕຂອງຕົ້ນເຂົ້າ ຫລື ແຕກກໍ, ໃຫ້ປະຊາຊົນຕິດຕາມພະຍາກອນອາກາດ ຮັບປະກັນການລະບາຍນໍ້າໃນທົ່ງນາໃຫ້ດີ, ເພື່ອປ້ອງກັນແມງໄມ້, ພະຍາດຈາກເຊື້ອລາ, ໃຫ້ໃຊ້ສະໝຸນໄພ, ຢາປາບສັດຕູພືດ ແລະ ຢາຂ້າເຊື້ອລາປະສົມກັນເພື່ອຫລຸດຜ່ອນການທໍາລາຍ ໃຊ້ຝຸ່ນເພື່ອຄວາມແຂງແຮງຂອງເຂົ້າ ແລະ ນໍາໃຊ້ມາດຕະການທີ່ເໜາະສົມສໍາລັບພະຍາດກາບໃບແຫ້ງ ທີ່ມີຄວາມສ່ຽງສູງ, ເພ້ຍຈັກຈັ່ນສີນໍ້າຕານ, ທີ່ມີຄວາມສ່ຽງປານກາງ ປະຊາຊົນຄວນໃຊ້ມາດຕະການທີ່ເໜາະສົມຕາມການແນະນໍາຈາກຂະແໜງກະສິກຳ ເພື່ອຫລຸດຜ່ອນຄວາມເສຍຫາຍ.

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...