spot_img
Homeຂ່າວພາຍ​ໃນເມືອງນາໝໍ້ ເກັບກູ້ລະເບີດທີ່ບໍ່ທັນແຕກ.

ເມືອງນາໝໍ້ ເກັບກູ້ລະເບີດທີ່ບໍ່ທັນແຕກ.

Published on

ຕາມການແຈ້ງຂອງປະຊາຊົນບ້ານນາໝໍ້ເໜືອ ແລະ ນາໝໍ້ໃຕ້ ໃຫ້ຮູ້ວ່າ: ໃນໄລຍະຜ່ານມາໄດ້ພົບເຫັນລະເບີດບໍ່ທັນແຕກຈໍານວນໜື່ງຢູ່ຕາມພື້ນທີທຳການຜະລິດ ແລະ ທີ່ຢູ່ອາໄສຂອງປະຊາຊົນ; ສະນັ້ນ, ວັນທີ 1 ຕຸລາ 2024 ການນຳເມືອງນາໝໍ້, ແຂວອຸດົມໄຊ ໄດ້ແຕ່ງຕັ້ງຄະນະຮັບຜິດຊອບຄຸ້ມຄອງເພື່ອແກ້ໄຂລະເບີດບໍ່ທັນແຕກ ເຊີ່ງປະກອບມີ 6 ຂະແໜງການທີ່ກ່ຽວຂ້ອງ ເພື່ອເກັບມ້ຽນລະເບີດດັ່ງກ່າວ, ເຊິ່ງລວມມີລະເບີດບໍ່ທັນແຕກ ຈໍານວນ 4 ໜ່ວຍ, 3 ປະເພດ ຄື: ລູກປືນຄົກ 82 ມມ 1 ໜ່ວຍ, ໜັກ 2.8 ກິໂລ ເກັບໄດ້ຢູ່ບ້ານນາໝໍ້ໃຕ້, ລູກປືນຄົກ 60 ມມ 2 ໜ່ວຍ, ໜັກ 2.4 ກິໂລ ແລະ ໝິ່ນທິດ 1 ໜ່ວຍ, ໜັກ 2 ກິໂລ ເກັບໄດ້ຢູ່ບ້ານນາໝໍ້ເໜືອ.

ຄະນະດັ່ງກ່າວ ຍັງໄດ້ກວດກາ ແລະ ປັກຫຼັກໝາຍຂອບເຂດທີ່ມີຄວາມສ່ຽງທີ່ລະເບີດອາດຕົກຄ້າງ ພ້ອມທັງແຈ້ງ ແລະ ຫ້າມບໍ່ໃຫ້ປະຊາຊົນໄປທຳການຜະລິດໃນຂອບເຂດດັ່ງກ່າວ.

ສ່ວນລະເບີດຈໍານວນດັ່ງກ່າວ ແມ່ນໄດ້ນໍມາເກັບມ້ຽນຢູ່ກອງບັນຊາການທະຫານເມືອງນາໝໍ້ເປັນທີຮຽບຮ້ອຍ.

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...