spot_img
Homeແຈ້ງການຫ້າມນໍາໃຊ້ໂດຣນບິນ ເພື່ອຖ່າຍພາບ ແລະ ຖ່າຍວີດີໂອ ຫຼື ກິດຈະກໍາອື່ນໆ ໃນໄລຍະດໍາເນີນ ກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 44,45.

ຫ້າມນໍາໃຊ້ໂດຣນບິນ ເພື່ອຖ່າຍພາບ ແລະ ຖ່າຍວີດີໂອ ຫຼື ກິດຈະກໍາອື່ນໆ ໃນໄລຍະດໍາເນີນ ກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 44,45.

Published on

ກະຊວງປ້ອງກັນຄວາມສະຫງົບອອກແຈ້ງການກ່ຽວກັບການຫ້າມນໍາໃຊ້ໂດຣນບິນ ເພື່ອຖ່າຍພາບ ແລະ ຖ່າຍວີດີໂອ ຫຼື ກິດຈະກໍາອື່ນໆ ໃນໄລຍະດໍາເນີນ ກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 44,45.

 

ຫ້ອງວ່າການກະຊວງປ້ອງກັນຄວາມສະຫງົບ ຂໍຖືເປັນກຽດແຈ້ງມາຍັງທ່ານລະອຽດດັ່ງນີ້: ໃນລະຫວ່າງວັນທີ 01- 12 ຕຸລາ 2024 ສປປ ລາວ ຈະໄດ້ຮັບກຽດເປັນເຈົ້າພາບ ຈັດກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44,45, ເຊິ່ງຈະມີປະມຸກລັດ, ຫົວຫນ້າລັດຖະບານຂອງບັນດາປະເທດອາຊຽນ, ປະເທດຄູ່ເຈລະຈາ ແລະ ແຂກຂັ້ນສູງຕ່າງປະເທດ ເຂົ້າຮ່ວມກອງປະຊຸມ ເພື່ອຮັບປະກັນໃຫ້ກອງປະຊຸມດັ່ງກ່າວມີຄວາມປອດໄພສູງສຸດ.

1. ຫ້າມນໍາໃຊ້ໂດຣນບິນຖ່າຍພາບ, ບິນໂດຣນເພື່ອສໍາຫຼວດ, ບິນໂດຣນເພື່ອກິດຈະກໍາ ແລະ ອື່ນໆ, ໃນລະຫວ່າງ ວັນທີ 01-12 ຕຸລາ 2024 ໃນຂອບເຂດ 09 ຕົວເມືອງ, ໃນນະຄອນຫຼວງວຽງຈັນ ຢ່າງເດັດຂາດ.

2. ຖ້າກໍລະນີຈໍາເປັນ ຕ້ອງໄດ້ນໍາໃຊ້ໂດຣນ ໃຫ້ເຮັດຫນັງສືສະເຫນີ ເຖິງຫ້ອງວ່າການກະຊວງປ້ອງກັນປະເທດ-ຫ້ອງ ວ່າການປ້ອງກັນຄວາມສະຫງົບ ເພື່ອຮັບຊາບ ແລະ ເພື່ອລາຍງານຂໍທິດຊີ້ນໍາຈາກຂັ້ນເທິງ.

3. ກໍລະນີທີ ່ກະຊວງປ້ອງກັນປະເທດ-ກະຊວງປ້ອງກັນຄວາມສະຫງົບ ໄດ້ອະນຸຍາດໃຫ້ນໍາໃຊ້ໂດຣນໃນໄລຍະກ່ອນ ຖືວ່າໃຫ້ຢຸດໂຈະຊົ່ວຄາວໃນໄລຍະວັນທີ 01-12 ຕຸລາ 2024.

4. ກໍລະນີບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ຫາກຍັງບໍ່ປະຕິບັດຕາມແຈ້ງການສະບັບນີ້ ເຈົ້າຫນ້າທີ່ກວດກາພົບ ເຫັນຈະທໍາລາຍໂດຣນດັ່ງກ່າວ ພ້ອມທັງດໍາເນີນຄະດີ ຕາມລະບຽບກົດຫມາຍ.

5. ໃຫ້ບັນດາຫ້ອງການກະຊວງ, ອົງການທຽບເທົ່າ, ສູນກາງແນວລາວສ້າງຊາດ, ອົງການຈັດຕັ້ງມະຫາຊົນຂັ້ນສູນກາງ, ຫ້ອງວ່າການນະຄອນຫຼວງວຽງຈັນ, ພະນັກງານລັດຖະກອນ, ທະຫານ-ຕໍາຫຼວດ, ຊາວຄ້າຂາຍປະຊາຊົນບັນດາເຜົ່າ, ຊາວຕ່າງດ້າວ ແລະ ຊາວຕ່າງປະເທດ ທີ່ອາໄສຢູ່ນະຄອນຫຼວງວຽງຈັນ ນໍາເອົາແຈ້ງການສະບັບນີ້ ໄປເຜີຍແຜ່ໃຫ້ ຮັບຊາບຢ່າງທົ່ວເຖິງ.
ດັ່ງນັ້ນ, ຈຶ່ງໄດ້ແຈ້ງມາເພື່ອຊາບ ແລະ ພ້ອມກັນຈັດຕັ້ງປະຕິບັດຕາມເນື້ອໃນຂ້າງເທິງຢ່າງເຂັ້ມງວດ.

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...