Homeຂ່າວຕ່າງປະເທດເຫດໄຟໄໝ້ລົດເມທັດສະນະສຶກສາ ນັກຮຽນໄທ ເສຍຊີວິດ-ບາດເຈັບ ຫຼາຍກວ່າ 10 ຄົນ.

ເຫດໄຟໄໝ້ລົດເມທັດສະນະສຶກສາ ນັກຮຽນໄທ ເສຍຊີວິດ-ບາດເຈັບ ຫຼາຍກວ່າ 10 ຄົນ.

Published on

ສຳນັກຂ່າວໄທລາຍງານໃນວັນທີ 1 ຕຸລາ 2024 ນີ້ວ່າ: ເກີດເຫດໄຟໄໝ້ລົດເມທັດສະນະສຶກສາ ຂອງນັກຮຽນ ໂຮງຮຽນວັດເຂົາພະຍາ ຈັງຫວັດ ອຸໄທທານີ ກຳລັງເດີນທາງໄປ ພຣະນະຄອນສີອາຍຸດທະຍາ ກ່ອນເກີດເຫດຢາງໜ້າແຕກ ແລ້ວຕຳຂອບທາງຈົນໄຟລຸກ ຢູ່ໜ້າເຊຍຣັງສິດ ຫົນທາງວິພາວະດີ ໜ້າອານຸສອນສະຖານ ກຸງເທບມະຫານະຄອນ ປະເທດໄທ.

ຕາມການລາຍງານໄດ້ລະບຸວ່າ: ເຈົ້າໜ້າທີ່ພົບໄຟໄໝ້ລົດເມທັງຄັນກ່ອນເລັ່ງເຂົ້າການຊ່ວຍເຫຼືອເດັກນ້ອຍນັກຮຽນພາຍໃນລົດເມ ແລະ ໄດ້ຊີດນ້ຳເພື່ອບໍ່ໃຫ້ໄຟລຸກລາມ  ໂດຍໃຊ້ເວລາຢູ່ດົນນານຈຶ່ງສາມາດຄວບຄຸມໄຟໄວ້ໄດ້ໃນທີ່ສຸດ.

ເຈົ້າໜ້າທີ່ລາຍງານເພີ່ມເຕີມວ່າ: ເບື້ອງຕົ້ນມີນັກຮຽນພາຍໃນລົດທັງໝົດ 44 ຄົນ, ຄູອາຈາກທັງໝົດ 9 ຄົນ ສາມາດລົງຈາກລົດໄດ້ 19 ຄົນ ປັດຈຸບັນທາງເຈົ້າໜ້າທີ່ຢູ່ລະຫວ່າງການຊ່ວຍເຫຼືອ ແລະ ກວດສອບອີກຄັ້ງ.

ແຫຼ່ງຂ່າວ: ຂ່າວສົດ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...