spot_img
Homeຂ່າວພາຍ​ໃນເກີດຂຶ້ນ 425 ເລື່ອງ ປະກົດການຫຍໍ້ທໍ້ ທົ່ວເມືອງໄຊທານີ ນວ ໄລຍະ 9 ເດືອນຜ່ານມາ

ເກີດຂຶ້ນ 425 ເລື່ອງ ປະກົດການຫຍໍ້ທໍ້ ທົ່ວເມືອງໄຊທານີ ນວ ໄລຍະ 9 ເດືອນຜ່ານມາ

Published on

ພັທ ວຽງຄໍາ ຈັນທະວົງສາ ຫົວໜ້າກອງບັນຊາການ ປກສ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ: ຕະຫຼອດໄລຍະ 9 ເດືອນຜ່ານມາ, ທົ່ວເມືອງໄຊທານີ ມີປະກົດການຫຍໍ້ທໍ້ເກີດຂຶ້ນເຖິງ 425 ເລື່ອງ ໃນນັ້ນບໍ່ລວມຄະດີຢາເສບຕິດ ແລະ ພົ້ນເດັ່ນຫຼາຍກວ່າໝູ່ແມ່ນ ບັນຫາລັກຊັບພົນລະເມືອງ ເຊິ່ງໄດ້ຮັບແຈ້ງ ຄວາມຫຼາບກວ່າ 300 ເລື່ອງ, ຮອງລົງມາແມ່ນ ຄະດີສໍ້ໂກງຊັບພົນລະເມືອງ ເກີດຂຶ້ນ 89 ເລື່ອງ ເມື່ອທຽບໃສ່ 9 ເດືອນປີ 2023 ຄະດີເພີ່ມຂຶ້ນ 113 ເລື່ອງ.

May be an image of 1 person, dais and text

ໃນນັ້ນ, ເດັ່ນກວ່າໝູ່ແມ່ນ: ແຈ້ງຄວາມລັກຊັບພົນລະເມືອງ 318 ເລື່ອງ (ລັກລົດຈັກ 201 ເລື່ອງ) ສໍ້ໂກງຊັບພົນລະເມືອງ 89 ເລື່ອງ
ລັກພາຕົວຮຽກຄ່າໄຖ 10 ເລື່ອງ, ຄາດຕະກຳ 5 ເລື່ອງ, ປຸ້ນຊັບພົນລະເມືອງ 5 ເລື່ອງ, ຊີງຊັບພົນລະເມືອງ 4 ເລື່ອງ ແລະ ອື່ນໆອີກຈຳນວນໜຶ່ງ.

May be an image of money, book, table and text

ຈາກບັນດາຄະດີດັ່ງກ່າວ ມີຜົນເສຍຫາຍເກີດຂຶ້ນ ຄື: ເງິນກີບ 1,421,000,000 ກີບ, ເງິນບາດ 429,500 ບາດ, ໂດລາ 37,500 ໂດລາ, ລົດຈັກ 201 ຄັນ, ລົດໃຫຍ່ 3 ຄັນ, ຄຳຮູບປະພັນ 94 ບາດ, ແຫວນເພັດຈຳນວນ 3 ວົງ, ສາຍຄໍເພັດ 1 ເສັ້ນ
ກີ້ສາຍຄໍເພັດ 1 ອັນ, ຕຸ້ມຫູເພັດ 1 ຄູ່, ຕູ້ເຊບ 2 ໜ່ວຍ, ໂທລະສັບ 28 ໜ່ວຍ, ໂນດບຸກ 3 ເຄື່ອງ ແລະ ອື່ນໆ ຈໍານວນໜຶ່ງ.

May be an image of text

ພ້ອມນັ້ນ, ຍັງສາມາດແກ້ໄຂໄດ້ທັງໝົດ 217 ເລື່ອງ ກັກຕົວຜູ້ຖືກຫາ ຈໍານວນ 308 ຄົນ ຍິງ 42 ຄົນ ແລະ ຢຶດ-ເກັບກູ້ເຄື່ອງ ຂອງກາງໄດ້: ເງິນກີບ 68,570,000 ກີບ, ເງິນໂດລາ 301 ໂດລາ, ເງິນບາດ 10,650 ບາດ, ຄຳຮູບປະພັນນໍ້າໜັກ 12 ບາດ ກັບ 6 ສະຫຼຸຶງ, ລົດໃຫ່ຍ 5 ຄັນ, ລົດຈັກ 42 ຄັນ, ປືນສັ້ນ 8 ກະບອກ, ລູກປືນແວງ 41 ລູກ, ລູກປືນ 9 ມໍໆ 71 ລູກ ເເລະ ອື່ນໆ, ດັດແປງຍິງລູກແມ໋ກ 1 ກະບ໋ອກ, ໝາກແຕກ 1 ໜ່ວຍ, ກັບມື 1 ອັນ, ໂທລະສັບ 15 ໜ່ວຍ, ງ້າວ 3 ດວງ, ເຫຼັກຕານ່າງໝາກກອກ 5 ກໍ້ນ້ອຍ ເເລະ ອື່ນໆ

ຂ່າວ: ວສລ

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...