Homeຂ່າວພາຍ​ໃນນາຍົກລັດຖະມົນຕີ ສປປ ລາວ ເຄື່ອນໄຫວໃນກອງປະຊຸມພາກອະພິປາຍ ທົ່ວໄປຂອງສະມັດຊາໃຫຍ່ອົງການ ສປຊ ສະໄໝ 79

ນາຍົກລັດຖະມົນຕີ ສປປ ລາວ ເຄື່ອນໄຫວໃນກອງປະຊຸມພາກອະພິປາຍ ທົ່ວໄປຂອງສະມັດຊາໃຫຍ່ອົງການ ສປຊ ສະໄໝ 79

Published on

ໃນວັນທີ 26 ກັນຍາ 2024,​ ພະນະທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ເເຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ເເທນ ເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ ອົງການ ສະຫະປະຊາ ຊາດ (ສປຊ) ສະໄໝທີ 79,​ ທີ່ ນິວຢອກ, ສ. ອາເມລິກາ. ພິ ເສດ, ທ່ານ ນາຍົກລັດຖະມົນຕີ ໄດ້ພົບປະ ກັບ ທ່ານ ເອັນໂຕນິໂອ ກຸເຕເຣັສ,​ ເລຂາທິການໃຫຍ່ ອົງການ ສປຊ ເຊິ່ງທ່ານນາຍົກ ລັດຖະມົນຕີ ໄດ້ສະເເດງຄວາມຂອບໃຈ ເເລະ ຕີລາຄາສູງຕໍ່ສາຍພົວພັນການຮ່ວມມື ລະຫວ່າງ ສປປ ລາວ ເເລະ ອົງການ ສປຊ,​ ໂດຍສະເພາະເເມ່ນການຊ່ວຍເຫຼືອ ໃນການເເກ້ໄຂບັນຫາລະເບີດບໍ່ທັນເເຕກ (UXO) ເຊິ່ງ ສປປ ລາວ ເເລະ ອົງການ ສປຊ ໄດ້ມີ ເເຜນການຮ່ວມມືຍຸດທະສາດ ນັບຕັ້ງເເຕ່ປີ 2003​ ເປັນຕົ້ນມາ.

May be an image of 1 person

ໃນໂອກາດດຽວກັນນີ້,​ ທ່ານ ນາຍົກລັດຖະມົນຕີ ເເລະ ທ່ານ ເລຂາທິການໃຫຍ່ ໄດ້ເເລກປ່ຽນກ່ຽວກັບການເປັນປະທານອາຊຽນຂອງ ສປປ ລາວ,​ ສະພາບການໃນມຽນມາ ໃນຖານະການເປັນປະທານ ອາຊຽນ ຂອງ ສປປ ລາວ ໃນ ປີ 2024 ລວມທັງສະຖານະການໄພພິບັດທາງທໍາມະຊາດ ທີ່ກໍາລັງເກີດຂຶ້ນຢູ່ ສປປ ລາວ.​ ຕໍ່ກັບບັນຫາດັ່ງກ່າວ, ທ່ານ ເລຂາທິການໃຫຍ່ ໄດ້ໃຫ້ຄໍາໝາຍໝັ້ນທີ່ຈະສືບຕໍ່ສະໜັບສະໜູນ ເເລະ ຊ່ວຍເຫຼືອ ສປປ ລາວ ໃນການເກັບກູ້ລະເບີດບໍ່ທັນເເຕກ ເເລະ ໄດ້ສະເເດງຄວາມຊົມເຊີຍ ຕໍ່ການເປັນປະທານອາຊຽນ, ລວມທັງຄວາມພະຍາຍາມ ຂອງ ສປປ ລາວ ໃນການຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ.​

May be an image of 2 people and dais

ທ່ານ ເລຂາທິການໃຫຍ່ ໄດ້ຢໍ້າຄືນວ່າອົງ ການ ສປຊ ຈະສືບຕໍ່ເພີ່ມທະວີການຊ່ວຍເຫຼືອ ເເລະ ລະດົມທຶນ ຮອນ ເພື່ອຊ່ວຍບັນດາປະເທດກຳລັງພັດທະນາ ທີ່ບໍ່ມີຊາຍເເດນຕິດທະເລ ໃຫ້ສາມາດຈັດຕັ້ງປະຕິບັດເປົ້າໝາຍການພັດທະນາ ເເບບຍຶນຍົງ ໄດ້ຕາມຄາດໝາຍ, ພ້ອມທັງຈະເພີ່ມທະວີການ ຊ່ວຍເຫລືອໃນດ້ານຂອງການເຊື່ອມຈອດໃຫ້ຫລາຍຂຶ້ນກວ່າເກົ່າ ແລະ ຈະສືບຕໍ່ຜັນຂະຫຍາຍການຮ່ວມມືລະຫວ່າງ ສປປ ລາວ – ອົງການ ສປຊ ແລະ ພາກພື້ນໃຫ້ນັບມື້ນັບເກີດດອກອອກຜົນ.

May be an image of 2 people, newsroom and text

ທ່ານ ນາຍົກລັດຖະມົນຕີ ກໍຍັງໄດ້ພົບປະສອງຝ່າຍກັບ ທ່ານ ເຄ ພີ ຊາມາ ໂອລິ, ນາຍົກລັດຖະມົນຕີ ເເຫ່ງ ເນ ປານ ເຊິ່ງທ່ານ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ສະແດງຄວາມຊົມເຊີຍຕໍ່ກັບ ສາຍພົວພັນມິດຕະພາບອັນຍາວນານຂອງທັງສອງປະເທດ ນັບແຕ່ການສ້າງຕັ້ງສາຍພົວພັນການທູດນຳກັນ ໃນວັນທີ 20 ພຶດສະພາ 1970 ເປັນຕົ້ນມາ ເຊິ່ງມີບາດກ້າວຂະ ຫຍາຍຕົວຢ່າງຕໍ່ເນື່ອງ ສະແດງອອກໃນການພົບປະກັນຂອງການ ນໍາຂັ້ນສູງສອງປະເທດ ແລະ ການສະໜັບສະໜຸນເຊິ່ງກັນ ແລະ ກັນ ໃນເວທີກອງປະຊຸມສາກົນຕ່າງໆ. ພ້ອມດຽວກັນນີ້, ທ່ານ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ກໍໄດ້ແລກປ່ຽນກ່ຽວກັບ ແນວທາງໃນການເສີມຂະຫຍາຍການ ຮ່ວມມືໃນຕໍ່ໜ້າ ໂດຍສະເພາະຕິດພັນກັບການລົງທຶນທາງດ້ານການຄ້າ, ການສົ່ງເສີມການທ່ອງທ່ຽວ ແລະ ການພັດທະນາຂົງເຂດອື່ນໆ ທີ່ເປັນທ່າແຮງຂອງທັງສອງປະເທດ.

May be an image of 2 people, people playing basketball and people playing football

ໃນຕອນບ່າຍຂອງວັນດຽວກັນ ທ່ານ ນາຍົກລັດຖະມົນຕີ ກໍຍັງໄດ້ພົບປະກັບ ທ່ານ ຈີອານີ້ ອິນຟານທີໂນ້, ປະທານສະມາຄົມສະຫະພັນບານເຕະສາກົນ ເພື່ອປຶກສາຫາລືກ່ຽວກັບ ການຮ່ວມມືລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກໍຄື ສະຫະພັນບານເຕະແຫ່ງຊາດລາວ ແລະ FIFA ແລະ ຂອບການຮ່ວມມືໃນລະດັບພາກພື້ນ ກໍຄື ອາຊຽນ. ທ່ານ ປະທານ FIFA ກໍຖືືໂອກາດດັ່ງກ່າວ ຢໍ້າຄືນຄວາມພ້ອມທີ່ຈະສືບຕໍ່ຮ່ວມມືກັບ ສປປ ລາວ ຢ່າງຮອບດ້ານ ໂດຍສະເພາະການສະໜັບສະໜູນ ແລະ ພັດທະນາພື້ນຖານໂຄງລ່າງທີ່ຈຳເປັນຢູ່ໃນຂອບເຂດທົ່ວປະເທດ ຊຶ່ງນອກຈາກໂຄງ ການສ້າງສູນຝຶກແລ້ວ ຍັງຈະສົ່ງເສີມການນຳໃຊ້ກິລາບານເຕະເຂົ້າ ໃນໂຮງຮຽນໃຫ້ຫຼາຍຂຶ້ນ ເພື່ອນຳໃຊ້ເປັນເຄື່ອງມືສ້າງຄ່ານິຍົມ ແລະ ການເຄົາລົບຕໍ່ລະບຽບອັນຖືກຕ້ອງ ສຳລັບເດັກນ້ອຍທີ່ຈະເຕີບໃຫຍ່ ແລະ ສືບຕໍ່ປະກອບສ່ວນເຂົ້າໃນວົງການກິລາບານເຕະໃນອະນາຄົດ.

ຂ່າວ: ວສລ

ບົດຄວາມຫຼ້າສຸດ

ທ່ານ ວັນໄຊ ພອງສະຫວັນ ປະທານອົງການກວດກາແຫ່ງລັດ ໄດ້ລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ

ທ່ານ ວັນໄຊ ພອງສະຫວັນ ປະທານອົງການກວດກາແຫ່ງລັດ ໄດ້ລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານປະຈໍາປີ 2026 ແລະ ທິດທາງແຜນການເຄື່ອນໄຫວປະຈໍາປີ 2027 ຂອງອົງການກວດກາແຫ່ງລັດ ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

ຫວຽດນາມ ຈະສ້າງໄຟຟ້າພະລັງງານລົມ Savan 2 ມູນຄ່າສູງເຖິງ 768 ລ້ານໂດລາສະຫະລັດ ຫຼື ປະມານ 17 ພັນຕື້ກີບ

ກຸ່ມບໍລິສັດ T&T Group ຂອງຫວຽດນາມ ສືບຕໍ່ລົງທຶນໃຫຍ່! ເປີດໂຕໂຄງການໄຟຟ້າພະລັງງານລົມ "Savan 2" ເກືອບ 500 MW ຢູ່ແຂວງສະຫວັນນະເຂດ (ຝ່າຍຫວຽດນາມເປັນຜູ້ຈ່າຍ ແລະ...

ລາວ-ຫວຽດນາມ ສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ

ໂດຍຕອບສະໜອງຕາມຄໍາເຊື້ອເຊີນ ຂອງສະຫາຍ ສະເຫຼີມໄຊ ກົມມະສິດ, ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສະຫາຍ ເລ ມິງ ຮຶງ, ນາຍົກລັດຖະມົນຕີ...

ສອງນາຍົກລັດຖະມົນຕີ ລາວ – ຫວຽດນາມ ຮ່ວມກັນ ເປີດໂຄງການກໍ່ສ້າງ ມະຫາວິທະຍາໄລມິດຕະພາບ ລາວ – ຫວຽດນາມ

ໃນການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ, ທ່ານ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ແລະ ທ່ານ...