spot_img
Homeຂ່າວພາຍ​ໃນຮອງລັດຖະມົນຕີ ກະຊວງສາທາລະນະສຸກ ສປປ ລາວ ຮ່ວມກອງປະຊຸມລະດັບສູງສະຫະປະຊາຊາດ

ຮອງລັດຖະມົນຕີ ກະຊວງສາທາລະນະສຸກ ສປປ ລາວ ຮ່ວມກອງປະຊຸມລະດັບສູງສະຫະປະຊາຊາດ

Published on

ດຣ. ໄພວັນ ແກ້ວປະເສີດ ຮອງລັດຖະມົນຕີ ກະຊວງ ສາທາລະນະສຸກ ໄດ້ເຂົ້້າຮ່ວມກອງປະຊຸມລະດັບສູງສະຫະ ປະຊາຊາດ ຈັດຂຶ້ນຢູ່ນະຄອນນີວຢອກ, ສະຫາລັດອາເມລິກາ, ກອງປະຊຸມດັ່ງກ່າວ ມີການນໍາຂັ້ນສູງຈາກບັນດາປະເທດສະ ມາຊິກສະຫະປະຊາຊາດ ພ້ອມທັງອົງການຈັດຕັ້ງສາກົນເຂົ້າຮ່ວມ, ກອງປະຊຸມດັ່ງກ່າວໄດ້ມີການແລກປ່ຽນວິໃສທັດ ແລະ ຄໍາໝັ້ນສັນຍາໃນການຄວບຄຸມເຊື້ອຈຸລະ ຊີບຕ້ານຕໍ່ຢາ.

May be an image of 4 people and text

May be an image of 13 people, newsroom and text

ໃນໂອກາດດັ່ງກ່າວ ດຣ. ໄພວັນ ແກ້ວປະເສີດ ໄດ້ຂຶ້ນກ່າວຄໍາເຫັນ ເພື່ອສະແດງບົດບາດຂອງ ສປປ ລາວ ຕໍ່ເວທີສາກົນໃນຄວາມພະຍາຍາມຂອງປະເທດໃນການຄວບຄຸມເຊື້ອຈຸລະຊີບຕ້ານຕໍ່ຢາ ແລະ ໄດ້ໃຫ້ເຫັນຄໍາໝັ້ນສັນຍາໃນການສະໜັບສະໜູນ ໃນການຄວບຄຸມເຊື້ອຈຸລະຊີບຕ້ານຕໍ່ຢາໂດຍ ສປປ ລາວ ແມ່ນໄດ້ສ້າງຕັ້ງຄະນະກໍາມະການຄວບຄຸມເຊື້ອຈຸລະຊີບຕ້ານຕໍ່ຢາແຫ່ງ ຊາດ ໂດຍການມີສ່ວນຮ່ວມຂອງຫຼາຍຂະແໜງການ ແລະ ພັດທະ ນາຍຸດທະສາດແຫ່ງຊາດໂດຍຕິດພັນກັບການ ເຝົ້າລະວັງ, ການ ນໍາໃຊ້ຢາຕ້ານເຊື້ອໃນຄົນ, ໃນສັດ, ສິ່ງແວດລ້ອມ ແລະ ການຄຸ້ມ ຄອງຢາຕ້ານເຊື້ອ ເປັນການປະກອບສ່ວນຢ່າງຕັ້ງໜ້າໃນການບັນ ລຸຕໍ່ສິ່ງທ້າທາຍທີ່ເກີດຂຶ້ນຈາກເຊື້ອຈຸລະຊີບຕ້ານຕໍ່ຢາພາຍໃນປະເທດ, ພາກພື້ນ ແລະ ໃນທົ່ວໂລກ.

ຂ່າວ: ວສລ

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...