spot_img
Homeຂ່າວພາຍ​ໃນກັກຕົວແກ້ງໄວລຸ້ນ ດັດແປງສະພາບເຕັກນິກລົດຈັກ ມາສຶກສາອົບຮົມ

ກັກຕົວແກ້ງໄວລຸ້ນ ດັດແປງສະພາບເຕັກນິກລົດຈັກ ມາສຶກສາອົບຮົມ

Published on

ວັນທີ 19 ກັນຍາ 2024, ກອງບັນຊາການ ປກສ ເມືອວຽງພູຄາ ແຂວງຫຼວງນໍ້າທາ ໄດ້ອອກກວດກາເຄື່ອນໄຫວຕາມເທດບານ ເມືອງວຽງພູຄາ ພົບເຫັນຜູ້ລະເມີດການສັນຈອນ ໂດຍການດັດແປງສະພາບເຕັກນິກລົດຈັກ ຈຳນວນ 11 ຄັນ; ດັ່ງນັ້ນ, ຈຶ່ງໄດ້ນໍາຜູ້ທີ່ລະເມີດ ມາສຶກສາອົບຮົມກ່າວເຕືອນ, ໂດຍມີ ຮອ ສີລາ ສຸລິວັນ ຮອງຫົວໜ້າພະແນກຕຳຫຼວດ ຜູ້ຊີ້ນຳວຽກງານກອງຈະລາຈອນ ເມືອງວຽງພູຄາ ພ້ອມດ້ວຍພະນັກງານວິຊາສະເພາະ, ພໍ່ແມ່ຜູ້ປົກຄອງ ແລະ ຜູ້ຖືກສຶກສາອົບຮົມ ເຂົ້າຮ່ວມ.

May be an image of 11 people and people studying

ລົດຈັກທີ່ດັດແປງສະພາບເຕັກນິກລົດທັງໝົດ 11 ຄັນ, ຜູ້ລະເມີດ 11 ຄົນ ອາຍຸ 16 ຫາ 20 ປີ. ໃນນີ້, ດັດແປງໄຟຕາລົດ(ໄຟສີ) ຈໍານວນ 4 ຄັນ, ດັດແປ່ງທໍ່ອາຍເສຍສຽງດັງເກີນ 4 ຄັນ, ລົດໄຟຕາບໍ່ຮຸ່ງ 3 ຄັນ ເຊິ່ງເປັນການລະເມີດກົດລະບຽບການສັນຈອນທາງບົກ ແລະ ຄວາມບໍ່ເປັນລະບຽບຮຽບຮ້ອຍໃນສັງຄົມ.

May be an image of dirt bike, scooter, motorcycle and text

ຮູບການສຶກສາອົບຮົມໃນຄັ້ງນີ້, ແມ່ນໄດ້ສ້າງບົດບັນທຶກ ພ້ອມທັງແນະນໍາໃຫ້ເຂົາເຈົ້ານຳເອົາເຄື່ອງອາໄລ ທີ່ຖືກຕ້ອງຕາມສະພາບເຕັກນິກຂອງໂຮງງານມາປ່ຽນ ຈຶ່ງອານຸຍາດນຳເອົາລົດອອກໄປຊົມໃຊ້ ພ້ອມນັ້ນກໍໄດ້ມອບໃຫ້ພໍ່ແມ່ຜູ້ປົກຄອງສືບຕໍ່ເອົາໃຈໃສ່ໃນການຕິດຕາມສຶກສາອົບຮົມສັງສອນ ແລະ ຄຸ້ມຄອງການຫຼິ້ນ-ການທ່ຽວຂອງລູກຫຼານ, ຖ້າຫາກຜູ້ໃດຝ່າຝືນທາງເຈົ້າໜ້າທີ່ພົບເຫັນ ຈະໄດ້ດຳເນີນຕາມລະບຽບກົດໝາຍຢ່າງເຂັ້ມງວດ.

ຂ່າວ: ວາລະສານປ້ອງກັນຄວາມສະຫງົບ

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...