spot_img
Homeຂ່າວພະຍາກອນອາກາດແຈ້ງເຕືອນສະພາບລະດັບນໍ້າສາຂາ ປະຈໍາວັນທີ 26 ກັນຍາ 2024. ເວລາ 12 ໂມງ 00

ແຈ້ງເຕືອນສະພາບລະດັບນໍ້າສາຂາ ປະຈໍາວັນທີ 26 ກັນຍາ 2024. ເວລາ 12 ໂມງ 00

Published on

ບໍລິເວນຄວາມກົດດັນສູງຂອງອາກາດເຢັນ ໄດ້ປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ, ສົມທົບກັບລົມຕາເວັນອອກສ່ຽງໃຕ້ພັດປົກຄຸມ. ຊຶ່ງຈະເຮັດໃຫ້ ຍັງຈະມີຝົນຕົກຟ້າຮ້ອງ ຟ້າເຫຼື້ອມໃນລະດັບຄ່ອຍຢູ່ໃນແຕ່ລະພາກ ແລະ ຈະໃນລະດັບປານກາງຢູ່ບາງທ້ອງຖິ່ນພ້ອມມີລົມ ພັດແຮງເປັນບາງໂອກາດ.

ພ້ອມດຽວກັນນີ້, ໃນເວລາ 7:00 ໂມງ ສະພາບລະດັບນໍ້າສາຂາ ເຊັ່ນ: ເຊບັ້ງໄຟ: ສະຖານີຂົວເຊ ແທກໄດ້ 19.06 ແມັດ, ລະດັບນໍ້າໄດ້ຂຶ້ນຮອດລະດັບນໍ້າຖ້ວມແລ້ວ (ລະດັບເຕືອນໄພ 17.50 ແມັດ; ລະດັບນໍ້າຖ້ວມ 18.50 ແມັດ), ສະຖານີ ຕົ້ນແຫນ ແທກໄດ້ 13.04 ແມັດ, (ລະດັບເຕືອນໄພ 13.50 ແມັດ; ລະດັບນໍ້າຖ້ວມ 14.50 ແມັດ) ແລະ ເຊຈໍາພອນ: ສະຖານີແກ້ງກອກ, ແທກໄດ້ 8.06 ແມັດ, ລະດັບນໍ້າໄດ້ຂຶ້ນຮອດລະດັບນ້ໍາຖ້ວມແລ້ວ (ລະດັບເຕືອນໄພ 7.50 ແມັດ; ລະດັບນໍ້າຖ້ວມ 8.00 ແມັດ).

ດັ່ງນັ້ນ, ຈຶ່ງຂໍແຈ້ງເຕືອນເຖິງປະຊາຊົນ ແລະ ອົງການການປົກຄອງທ້ອງຖິ່ນທຸກພາກສ່ວນທີ່ອາໄສຕາມແຄມແມ່ນໍ້າ ແລະ ເຂດຟື້ນທີ່ຕ່ຳ ເຊັ່ນວ່າ: ຕາມລໍານໍ້າ ເຊບັ້ງໄຟ, ເຊຈໍາພອນ, ຈົ່ງມີສະຕິລະວັງ ຕໍ່ສະພາບຝົນຕົກຕໍ່ເນື່ອງຫຼາຍວັນ ທີ່ອາດຈະເຮັດໃຫ້ເກີດນໍ້າຖ້ວມຍຶ່ງ, ນໍ້າຖ້ວມຂັງ ໃນໄລຍະ 1 ຫາ 2 ວັນຕໍ່ຫນ້ານີ້, ດັ່ງນັ້ນຂໍໃຫ້ຕິດຕາມຂ່າວພະຍາກອນອາກາດ ແລະ ລະດັບນໍ້າຈາກ ກົມອຸຕຸນິຍົມ ແລະ ອຸທົກກະສາດ ຢ່າງຕໍ່ເນື່ອງ.

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...