spot_img
Homeຂ່າວພາຍ​ໃນໄພນໍ້າຖ້ວມໜັກ ທີ່ມ.ຊະນະຄາມ ຂ.ວຽງຈັນ ບ້ານນາສັກ ແລະ ບ້ານນາປາຝາ

ໄພນໍ້າຖ້ວມໜັກ ທີ່ມ.ຊະນະຄາມ ຂ.ວຽງຈັນ ບ້ານນາສັກ ແລະ ບ້ານນາປາຝາ

Published on

ເມືອງຊະນະຄາມ ແຂວງວຽງຈັນ ເປັນເມືອງໜຶ່ງທີ່ໄດ້ຮັບຜົນກະທົບຈາກໄພພິບັດນ້ຳຖ້ວມ ເນື່ອງຈາກມີຝົນຕົກໜັກຕິດຕໍ່ກັນຫຼາຍວັນ ເລີ່ມແຕ່ວັນທີ 21-24 ກັນຍາ 2024 ເຮັດໃຫ້ປະລິມານນ້ຳໃນແມ່ນ້ຳຕ່າງໆເພີ່ມຂຶ້ນ ໂດຍສະເພາະແມ່ນ້ຳມີ້ ແລະ ເໝືອງຝາຍຫຼາຍແຫ່ງ ໄດ້ລົ້ນຝັ່ງກາຍເປັນມວນນ້ຳໃຫຍ່ໄຫຼລົງສູ່ບ່ອນຕ່ຳ ເກີດມີໄພນ້ຳຖ້ວມໜັກຢູ່ 2 ບ້ານຄື: ບ້ານນາສັກ ແລະ ບ້ານນາປາຝາ ທີ່ໄດ້ຮັບຜົນກະທົບໜັກກວ່າບ້ານອື່ນ.

May be an image of 6 people

ນັບແຕ່ວັນທີ 24-26 ກັນຍາ 2024 ນ້ຳໄດ້ໄປເຂົ້າຖ້ວມເຮືອນ, ເລົ້າເຂົ້າ, ໜອງປາ ແລະ ທົ່ງນາຂອງປະຊາຊົນເປັນຈຳນວນຫຼວງຫຼາຍ, ນອກຈາກນັ້ນຍັງມີຊົນລະປະທານ ແລະ ເສັ້ນທາງໄດ້ຮັບຜົນເສຍຫາຍໂດຍສະເພາະແມ່ນເສັ້ນທາງເຂດບ້ານປົ່ງ ຖືກນ້ຳຖ້ວມລະດັບນ້ຳສູງປະມານ 1 ກວ່າແມັດ ຫຼື ພຽງແອວ ເຮັດໃຫ້ການສັນຈອນໄປມາຂອງປະຊາຊົນພົບຄວາມຫຍຸ້ງຍາກ.

May be an image of 3 people and body of water

ຕໍ່ກັບສະພາບການດັ່ງກ່າວ ທາງກອງເລຂາຄະນະກຳມະການຄຸ້ມຄອງໄພພິບັດຂັ້ນແຂວງ ສົມທົບກັບຂັ້ນເມືອງ ໄດ້ລົງຕິດຕາມສະພາບນ້ຳຖ້ວມ ເພຶ່ອເກັບກຳຂໍ້ມູນຜົນເສຍຫາຍ, ນຳພາໂດຍ ທ່ານ ບຸນຊ່ວງ ວັນສີ ຮອງເຈົ້າເມືອງ, ທັງເປັນປະທານຄະນະກຳມະການຄຸ້ມຄອງໄພພິບັດເມືອງຊະນະຄາມ ພ້ອມທັງໄດ້ໃຫ້ສໍາພາດຕໍ່ສື່ມວນຊົນວ່າ: ຕໍ່ກັບສະພາບໄພພິບັດນ້ຳຖ້ວມຄັ້ງນີ້ ທາງການນຳຂອງເມືອງກໍ່ຄືຄະນະຄຸ້ມຄອງໄພພິບັດຂັ້ນເມືອງ ໄດ້ໃຫ້ການຊ່ວຍເຫຼືອແກ້ໄຂໃນໄລຍະນ້ຳຖ້ວມ ໂດຍໄດ້ຈັດສົ່ງກຳລັງຕຳຫຼວດ, ທະຫານ ລົງຊ່ວຍປະຊາຊົນຍົກຍ້າຍວັດຖຸເຄື່ອງຂອງ, ຊັບສິນທີ່ມີຄ່າ ແລະ ສັດລ້ຽງຂຶ້ນໄປໄວ້ບ່ອນສູງ ແລະ ບ່ອນທີ່ປອດໄພ.

May be an image of 2 people

ທ່ານກ່າວຕື່ມອີກວ່າ: ມາຮອດວັນທີ 26 ກັນຍາ 2024 ເຫັນວ່າລະດັບນ້ຳເລີ່ມຫຼຸດລົງຫຼາຍແລ້ວ ປະຊາຊົນຈຳນວນໜຶ່ງເລີ່ມອານາໄມເຮືອນຂອງຕົນເອງ ຄາດວ່າອີກ 2-3 ວັນທາງໜ້າ, ຖ້າຫາກວ່າຝົນບໍ່ຕົກໜັກ ລະດັບນ້ຳຈະຢູ່ລະດັບປົກກະຕິ. ສຳລັບຜົນເສຍຫາຍຍັງບໍ່ທັນສາມາດປະເມີນໄດ້ ທາງຄະນະກຳມະການຄຸ້ມຄອງໄພພິບັດຂັ້ນເມືອງ ຈະສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ແລະ ອຳນາດການປົກຄອງບ້ານ ລົງເກັບກຳຂໍ້ມູນຜົນເສຍຫາຍແລ້ວຈະແຈ້ງໃຫ້ຮັບຮູ້ຕາມພາຍຫຼັງ.

ຂ່າວ: ວສລ

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...