spot_img
Homeຂ່າວພາຍ​ໃນຂະຫຍາຍເວລາຕື່ມ! ລົງທະບຽນຮັບນັກສຶກສາໃໝ່ ເຂົ້າຮຽນ ມຊ ສົກສຶກສາ 2024-2025

ຂະຫຍາຍເວລາຕື່ມ! ລົງທະບຽນຮັບນັກສຶກສາໃໝ່ ເຂົ້າຮຽນ ມຊ ສົກສຶກສາ 2024-2025

Published on

ເພື່ອຈັດຕັ້ງປະຕິບັດແຜນແບ່ງປັນສັບຊ້ອນນັກຮຽນ- ພະນັກງານເຂົ້າຮຽນຕໍ່ ແລະ ປະຕິບັດຜົນການສອບເສັງເອົານັກສຶກສາເຂົ້າສຶກສາຕໍ່ທີ່ ມະຫາວິທະຍາໄລແຫ່ງຊາດ ລະບົບບໍ່ໄດ້ຈ່າຍຄ່າຮຽນ (ໄດ້ຮັບທຶນແບ່ງປັນ) ແລະ ລະບົບຈ່າຍຄ່າຮຽນ ເປັນໄປຕາມທີ່ກະຊວງສຶກສາທິການ ແລະ ກິລາ ກຳນົດໃຫ້.

May be an image of text

ອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ ຂໍຖືເປັນກຽດຢ່າງສູງ ແຈ້ງມາຍັງບັນດາທ່ານ ຜູ້ປົກຄອງ ແລະ ນັກຮຽນ ທີ່ຜ່ານການສອບໄດ້ເຂົ້າຮຽນ ມຊ ຊາບວ່າ: ການລົງທະບຽນຮັບນັກ ສຶກສາໃໝ່ ເຂົ້າຮຽນມະຫາວິທະຍາໄລແຫ່ງຊາດ ໃນສົກສຶກສາ 2024-2025 ສຳລັບນັກນັກສຶກສາທີ່ສອບເສັງໄດ້ ລະບົບຈ່າຍຄ່າຮຽນ ແລະ ໄດ້ຮັບທຶນແບ່ງປັນ ເພື່ອເຂົ້າຮຽນທີ່ມະຫາວິທະຍາໄລແຫ່ງຊາດ ທີ່ມີລາຍຊື່ໃນຂໍ້ຕົກລົງ ສະບັບເລກທີ 3474/ມຊ, ລົງວັນທີ ວັນທີ 12 ກັນຍາ 2024 ສາມາດສືບຕໍ່ເວລາໃນການລົງທະບຽນຈົນເຖິງວັນທີ 04 ຕຸລາ 2024 ທີ່ສະໂມສອນມະຫາວິທະຍາໄລແຫ່ງຊາດ (ວິທະຍາເຂດດົງໂດກ) ຖ້າກາຍກຳນົດຖືວ່າສະຫຼະສິດ.

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...