Homeຂ່າວພາຍ​ໃນເສັ້ນທາງຫຼວງຢູ່ແຂວງອຸດົມໄຊ ເສຍຫາຍຈາກນໍ້າຖ້ວມ 89,46 ຕື້ກວ່າກີບ

ເສັ້ນທາງຫຼວງຢູ່ແຂວງອຸດົມໄຊ ເສຍຫາຍຈາກນໍ້າຖ້ວມ 89,46 ຕື້ກວ່າກີບ

Published on

ເມື່ອບໍ່ດົນມານີ້, ພະແນກໂຍທາທິການ ແລະ ຂົນສົ່ງ ແຂວງອຸດົມໄຊ ໄດ້ລາຍງານໃຫ້ຮູ້ວ່າ: ໃນລະຫວ່າງວັນທີ 10-13 ກັນຍາ 2024 ຜ່ານມາ, ແຂວງອຸດົມໄຊ ໄດ້ຮັບຜົນກະທົບຈາກພະຍຸໄຕ້ຝຸ່ນຢາກິ (YAGI) ສ້າງຜົນເສຍຫາຍຕໍ່ ເສັ້ນທາງຄົມມະນາຄົມ ຕາມເສັ້ນທາງຫລວງແຫ່ງຊາດ ແລະ ທາງຫລວງທ້ອງຖິ່ນ ທົ່ວແຂວງອຸດົມໄຊ ໄດ້ຮັບຜົນເສຍຫາຍ, ເປ່ເພ, ນໍ້າຖ້ວມຊຸ, ດິນເຈື່ອນ, ຫີນເຈື່ອນ, ທໍ່ລອດທາງຫັກ, ທໍ່ລອດທາງອຸດຕັນ, ບ່າທາງຫຍຸບ, ທາງຂາດ, ຕົ້ນໄມ້ລົ້ມທັບໜ້າທາງ ລວມມູນຄ່າຜົນເສຍຫາຍທັງໝົດ 89,46 ຕື້ກວ່າກີບ.

No photo description available.

ສຳລັບທາງຫລວງແຫ່ງຊາດ ເສຍຫາຍໃນມູນຄ່າ 6,47 ຕື້ກີບ. ໃນນີ້, ທາງເລກທີ 13N ເສຍຫາຍ 1,33 ຕື້ກີບ, ທາງເລກທີ 2W ເສຍຫາຍ 4,09 ຕື້ກີບ, ທາງເລກທີ 2E ເສຍຫາຍ 1,03 ຕື້ກີບ. ສ່ວນທາງຫລວງທ້ອງຖິ່ນ ເສຍຫາຍທັງໝົດ 84 ເສັ້ນ, ມູນຄ່າ 82,99 ຕື້ກີບ. ໃນນີ້, ເຂດເມືອງໄຊ ເສຍຫາຍ 22 ເສັ້ນ ມູນຄ່າ 20,38 ຕື້ກີບ, ເມືອງຫລາ ເສຍຫາຍ 10 ເສັ້ນ ມູນຄ່າ 5 ຕື້ກີບ, ເມືອງນາໝໍ້ ເສຍຫາຍ 14 ເສັ້ນ ມູນຄ່າ 13,2 ຕື້ກີບ, ເມືອງງາ ເສຍຫາຍ 9 ເສັ້ນ ມູນຄ່າ 21,62 ຕື້ກີບ, ເມືອງແບງ 9 ເສັ້ນ ມູນຄ່າ 9,2 ຕື້ກີບ, ເມືອງຮຸນ 12 ເສັ້ນ ມູນຄ່າ 8,86 ຕື້ ກີບ ແລະ ເມືອງປາກແບງ ເສຍຫາຍ 8 ເສັ້ນ ມູນຄ່າ 4,75 ຕື້ກີບ.

No photo description available.

ພະແນກໂຍທາທິການ ແລະ ຂົນສົ່ງ ແຂວງອຸດົມໄຊ ໄດ້ສຸມໃສແກ້ໄຂປະຕິບັດ 2 ໄລຍະຄື: ໄລຍະເລັ່ງດ່ວນ ພາຍຫລັງທີ່ລະດັບນໍ້າຫລຸດລົງ ພະແນກ ຍທຂ, ຂະແໜງ ຂົວທາງ ໄດ້ປຶກສາຫາລື ແລະ ນໍາພາບໍລິສັດຮັບເໝົາລົງແກ້ໄຂແບບສຸກເສີນ ໂດຍເລັ່ງດ່ວນຕາມທາງຫລວງທ້ອງຖິ່ນ ເພື່ອແກ້ໄຂ ໃຫ້ສາມາດສັນຈອນໄປມາໄດ້ປົກກະຕິ ແລະ ໄລຍະແກ້ໄຂແບບສຸກເສີນ ແລະ ຟື້ນຟູ (ທາງຫລວງທ້ອງຖິ່ນ). ພ້ອມນີ້, ພະແນກ ຍທຂ ຍັງໄດ້ອອກແຈ້ງການໃຫ້ຫ້ອງການໂຍທາທິການ ແລະ ຂົນສົ່ງ 7 ເມືອງ ລົງເກັບກຳຂໍ້ມູນລະອຽດ ເພື່ອປະເມີນຄວາມເສຍຫາຍ ສະເໜີຕໍ່ຂັ້ນເທິງຂໍແກ້ໄຂສ້ອມແປງແບບສຸກເສີນ ແລະ ຟື້ນຟູ ໃຫ້ເຂົ້າສູ່ສະພາບປົກກະຕິ.

ຂ່າວ: ປະເທດລາວ

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...