spot_img
Homeຂ່າວພາຍ​ໃນສປປ ລາວ ເປັນເຈົ້າພາບ ການແຂ່ງຂັນ ກີລາປິ່ງປ່ອງຊາວໜຸ່ມເຍົາວະຊົນໂລກ 2024

ສປປ ລາວ ເປັນເຈົ້າພາບ ການແຂ່ງຂັນ ກີລາປິ່ງປ່ອງຊາວໜຸ່ມເຍົາວະຊົນໂລກ 2024

Published on

ພິທີເປີດການແຂ່ງຂັນກີລາປິ່ງປ່ອງຊາວໜຸ່ມເຍົາວະຊົນໂລກ 2024 ຫຼື WTT youth contender 2024 ຈັດຂຶ້ນໃນຕອນບ່າຍວັນທີ 18 ກັນຍາ 2024 ທີ່ສູນການຄ້າ ລາວ-ໄອເຕັກ ໃນນະຄອນຫຼວງວຽງຈັນ ເຊິ່ງປີນີ້ແມ່ນເປັນປີທີ 2 ຕິດຕໍ່ກັນທີ່ ສປປ ລາວ ເປັນເຈົ້າພາບ.

ໃຫ້ກຽດເຂົ້າຮ່ວມພິທີມີ ທ່ານ ພຸດ ສິມມາລາວົງ ລັດຖະ ມົນຕີ ກະຊວງສຶກສາທິ ການ ແລະ ກີລາ, ປະທານຄະນະກຳມະ ການໂອແລມປິກແຫ່ງຊາດລາວ, ທ່ານ ນາງ ແສງເດືອນ ຫຼ້າຈັນທະບູນ ປະທານສະຫະພັນກິລາປິ່ງປ່ອງແຫ່ງຊາດລາວ, ປະທານ ຄະນະກຳມະການຈັດງານແຂ່ງຂັນກິລາປິ່ງປ່ອງຊາວໜຸ່ມເຍົາວະຊົນໂລກ 2024 ແລະ ທ່ານປ້າ ວຽງເງິນ ໄຂຄໍາພິທູນ ພັນລະຍາທ່ານຮອງນາຍົກລັດຖະມົນຕີແຫ່ງ ສປປ ລາວ ທີ່ປຶກສາກິດຕະມາສັກຂອງການແຂ່ງຂັນລາຍການນີ້, ພ້ອມດ້ວຍຕາງໜ້າຜູ້ສະໜັບສະໜູນຫຼາຍພາກສ່ວນ ຄະນະນໍາ, ຄູຝຶກ ແລະ ນັກກີລາ ຈາກປະເທດຕ່າງໆ ທີ່ເຂົ້າຮ່ວມການແຂ່ງຂັນ.

May be an image of 6 people and text

ການແຂ່ງຂັນຄັ້ງນີ້ມີທັງໝົດ 14 ປະເທດເຂົ້າຮ່ວມ ຄື: ລາວ, ໄທ, ຫວຽດນາມ, ກໍາປູເຈຍ, ສ. ເກົາຫຼີ, ມາເລເຊຍ, ສິງກະໂປ, ຮົງກົງ ແລະ ໄຕຫວັນຂອງຈີນ, ອິນເດຍ, ມານດິວ, ອົດສະຕຣາລີ, ໂຄລົມບີ ແລະ ອິນໂດເນເຊຍ, ມີນັກກີລາທັງໝົດ 201 ຄົນ (ຍິງ 80 ຄົນ) ມີຕັ້ງແຕ່ອາຍຸ 11, 13, 15, 17 ແລະ 19 ປີ, ແຂ່ງຂັນ ລະ ຫວ່າງວັນທີ 18-21 ກັນຍາ 2024.

ຂ່າວ: ໜັງສືພິມສຶກສາ, ວິທະຍາສາດ ແລະ ກິລາ ອອນລາຍ

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...