spot_img
Homeຂ່າວພາຍ​ໃນຫຼວງນໍ້າທາ ເລັ່ງປັບປຸງບັນດາພື້ນຖານໂຄງລ່າງທີ່ໄດ້ຮັບຜົນກະທົບນໍ້າຖ້ວມ

ຫຼວງນໍ້າທາ ເລັ່ງປັບປຸງບັນດາພື້ນຖານໂຄງລ່າງທີ່ໄດ້ຮັບຜົນກະທົບນໍ້າຖ້ວມ

Published on

ສະພາບນໍ້າຖ້ວມທີ່ເກີດຂື້ນຢູ່ເເຂວງຫລວງນໍ້າທາ ໃນລະຫວ່າງວັນທີ 9 ຫາ11ກັນຍາທີ່ຜ່ານມາ ໄດ້ສ້າງຄວາມເສຍຫາຍຢ່າງໜັກໜ່ວງໃຫ້ເເກ່ພື້ນຖານໂຄງລ່າງ, ໂດຍສະເພາະຖະໜົນຫົນທາງໃນເຂດເທດສະບານເເຂວງຫຼາຍເສັ້ນ, ຂົວບາງເເຫ່ງ, ລະບົບນໍ້າປະປາຖືກຕັດຂາດ, ລວມເຖິງເຮືອນຊານປະຊາຊົນຈໍານວນໜຶ່ງ. ປັດຈຸບັນພະເເນກໂຍທາທິການ ເເລະ ຂົນສົ່ງເເຂວງຫຼວງນໍ້າທາກຳລັງເລັ່ງປະເມີນຜົນເສຍຫາຍ, ເພື່ອກະກຽມສະເໜີອົງການປົກຄອງເເຂວງ ເເລະ ຫາທາງປັບປຸງປົວເເປງຄືນໃໝ່ໃນຂັ້ນຕໍ່ໄປ ເນື່ອງຈາກວ່າປັດຈຸບັນນີ້ສະພາບນໍ້າຖ້ວມໄດ້ບົກເເຫ້ງເປັນປົກກະຕິເເລ້ວ.

May be an image of 2 people and road

ທ່ານ ພູນເເກ້ວ ເຫລົາອີນ ຫົວໜ້າພະເເນກໂຍທາທິການ ເເລະ ຂົນສົ່ງເເຂວງຫຼວງນໍ້າທາໃຫ້ສໍາພາດວ່າ: ສະພາບນໍ້າຖ້ວມທີ່ເກີດຂື້ນໄດ້ສ້າງຜົນກະທົບໜັກສົມຄວນ ໃຫ້ເເກ່ພື້ນຖານໂຄງລ່າງເປັນຈໍານວນຫຼາຍ, ໂດຍສະເພາະໃນວັນທີ 9 ກັນຍາທີ່ຜ່ານມາ, ສະພາບເສັ້ນທາງຖືກຕັດຂາດທຸກດ້ານ ບາງໄລຍະທາງເເມ່ນເກີດຈາກສະພາບດິນເຈື່ອນ, ນໍ້າຖ້ວມເສັ້ນທາງເຮັດໃຫ້ເທດສະບານແຂວງຖືກຕັດຂາດການສັນຈອນກັບບັນດາເມືອງ, ພາຍຫຼັງນໍ້າບົກແຫ້ງໄດ້ສຸມກໍາລັງເຂົ້າແກ້ໄຂ ຈິ່ງສາມາດເປີດທາງໄດ້ຢູ່ຈຸດເສັ້ນທາງນໍ້າ ຫາ ນາເຕີຍ, ສໍາລັບ ເສັ້ນທາງ 13N ຊາຍແດນແຂວງອຸດົມໄຊ-ບໍ່ເຕ່ນ ໄດ້ລະດົມກໍາລັງບັນດາຜູ້ປະກອບການຕ່າງໆ ນໍາໃຊ້ລົດຈົກເຂົ້າມາຊ່ວຍ ສົບທົບກັບບໍລິສັດຜູ້ຮັບເໝົາທາງຫຼວງແຫ່ງຊາດເລັ່ງແກ້ໄຂ, ມາຮອດວັນທີ 14 ກັນຍາ2024 ສາມາດແກ້ໄຂການສັນຈອນໄປມາຊົ່ວຄາວໄດ້, ເສັ້ນທາງ R3 ຈຸດຂົວບວມພຽງ ສົ້ນຂົວນໍ້າທຸງມີການຊຸດຕົວ ເສົາເພ່ເປຫນັກສົມຄວນ, ເຊິ່ງມີຄວາມສ່ຽງຕໍ່ການສັນຈອນໄປມາ, ເສັ້ນທາງ 17A ຫຼວງນ້ຳທາ-ເມືອງສິງ-ຊາຍແດນປົ່ງໄຮ ໄດ້ລະດົມກໍາລັງທະລຸເສັ້ນທາງຈາກເມືອງສິງ ແລະ ນໍ້າທາລັດໃສ່ກັນ.

May be an image of 1 person and studying

ມາຮອດວັນທີ 13 ກັນຍາ 2024 ສາມາດແກ້ໄຂການສັນຈອນໄປມາໄດ້, ເນື່ອງຈາກນໍ້າຈຽນຖ້ວມຂົວ ເປັນເວລາຫຼາຍວັນໄດ້ບົກເເຫ້ງລົງ; ເສັ້ນທາງ 17B ຕອນທາງເມືອງສິງ-ເມືອງລອງ-ຊຽງກົກ-ຊາຍແດນລາວ-ມຽນມາ ເສັ້ນທາງຖືກນໍ້າເຊາະຄູທາງຂາດ ຢູ່ກິໂລເເມັດທີ 32+200 ໜ້າທາງຍຸບ, ທາງເຊາະເຈື່ອນ, ຫຼາຍຈຸດ ມາຮອດປັດຈຸບັນໄດ້ສ້າງທາງເວັ້ນເພື່ອການສັນຈອນຊົ່ວຄາວໃຫ້ຜ່ານໄປມາໄດ້ແຕ່ໜ້າທາງແມ່ນເປ່ເພເສຍຫາຍເເລະຊຸດໂຊມຫຼາຍໜັກໜ່ວງ; ທາງຫຼວງແຂວງ ເລກທີ 1501 ແຕ່ 3 ແຍກບ້ານໃໝ່ ເມືອງຫຼວງນໍ້າທາ – ເທດສະບານເມືອງນາແລ ເສັ້ນທາງຖືກຕັດຂາດນັບແຕ່ວັນທີ 9 ກັນຍາ 2024, ຮອດປະຈຸບັນ ເນື່ອງຈາກມີດິນເຈື່ອນຂະໜາດໃຫຍ່ທັບຖົມ, ຕົ້ນໄມ້ລົ້ມທັບທາງຈຳນວນຫຼາຍຈຸດ ແລະ ຂ້າງທາງຖືກນ້ຳນອງໄຫລເຊາະ.

No photo description available.

ມາຮອດປະຈຸບັນສາມາດໄປມາໄດ້, ນອກຈາກນີ້, ບັນດາທາງຫຼວງແຂວງ, ທາງຫຼວງເມືອງ, ທາງຊົນນະບົດ ແລະ ທາງໃນຕົວເມືອງອີກຈຳນວນຫຼາຍເສັ້ນ, ໂຮງງານຜະລິດນໍ້າປະປາ ເເລະ ສະໜາມບິນຖືກນໍ້າຖ້ວມພົບຄວາມເສຍຫາຍເຊັ່ນກັນ.

May be an image of tree, road and grass

ທ່ານ ພູນເເກ້ວ ເຫລົາອີນ ໃຫ້ຮູ້ຕື່ມວ່າ: ສໍາລັບວິທີການແກ້ໄຂຕໍ່ໜ້າ ໂດຍໄດ້ຮັບການຊີ້ນໍາຢ່າງໃກ້ຊິດຈາກເຈົ້າແຂວງ, ການນໍາແຂວງ ແລະ ດ້ວຍຄວາມເປັນຫ່ວງເປັນໃຍຂອງກະຊວງໂຍທາທິການ ເເລະ ຂົນສົ່ງ ໄດ້ຊີ້ນໍາໂດຍກົງໃນການແກ້ໄຂຜົນກະທົບຄັ້ງນີ້, ໂດຍເລັງເປົ້າໝາຍ ເພື່ອການເກັບກໍາຂໍ້ມູນຜົນເສຍຫາຍ, ພ້ອມທັງສຸມກໍາລັງເຂົ້າແກ້ໄຂ ເພື່ອຕອບໂຕ້ໄພພິບັດໂດຍໄວ, ສືບຕໍ່ສໍາຫຼວດເກັບກໍາຂໍ້ມູນເພື່ອຟື້ນຟູຫຼັງໄພພິບັດໃຫ້ເຂົ້າສູ່ສະພາບປົກກະຕິເຮັດໃຫ້ການສັນຈອນສະດວກສະບາຍຂຶ້ນ, ສຸມໃສ່ຟື້ນຟູສະໜາມບິນ ໃຫ້ສາມາດກັບຄືນມານໍາໃຊ້ໄດ້ໂດຍໄວ.

May be an image of 1 person

ພ້ອມທັງເລັ່ງໃສ່ແກ້ໄຂນໍ້າປະປາໃຫ້ສາມາດບໍລິການໄດ້ປົກກະຕິພ້ອມທັງຮຽກຮ້ອງໃຫ້ປະຊາຊົນ ສັງຄົມທຸກພາກສ່ວນ ຮັບຮູ້ເຂົ້າໃຈ ໃນຄວາມພະຍາຍາມ ຂອງພາກລັດ ແລະ ຂໍອະໄພໃນຄວາມບໍ່ສະດວກ, ພ້ອມທັງໃຫ້ຄໍາໝັ້ນສັນຍາວ່າ: ຈະສຸມທຸກກໍາລັງເຫື່ອແຮງ ເຂົ້າໃນການແກ້ໄຂວຽກງານທີ່ເປັນອຸປະສັກໃຫ້ຜ່ານພົ້ນໄປ ເເລະ ສະເໜີໃຫ້ການນໍາພັກ-ລັດພາກສ່ວນກ່ຽວຂ້ອງ ອໍານວຍຄວາມສະດວກ ແລະ ອູ້ມຊູຊ່ວຍເຫຼືອຂະແໜງການໂຍທາທິການ ເເລະ ຂົນສົ່ງເເຂວງ ໃນການຟື້ນຟູພື້ນຖານໂຄງລ່າງ ທີ່ຖືກຜົນກະທົບໃນຄັ້ງນີ້ໃຫ້ມີຜົນສໍາເລັດ.

ຂ່າວ: ວສລ

ບົດຄວາມຫຼ້າສຸດ

ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3

ອົງຄະນະພັກ ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3 ສະຫາຍ ຮສ.ປອ ທອງສະລິດ ມັງໜໍ່ເມກ ເລຂາທິການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ...

ແຈ້ງເຕືອນຈາກກົມໃຫຍ່ຕຳຫຼວດ ໃຫ້ລະວັງ 10 ລັກສະນະການກໍ່ເຫດທີ່ເປັນການສໍ້ໂກງຊັບ ຖ້າພົບເຫັນເຫດລັກສະນະນີ້ ສາມາດແຈ້ງດຳເນີນຄະດີໄດ້

- ອີງຕາມ ຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ລົງວັນທີ 05 ມັງກອນ 2022 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກົມໃຫຍ່ຕໍາຫຼວດ. ເພື່ອປ້ອງກັນ ບໍ່ໃຫ້ທຸກຄົນໃນສັງຄົມ ຕົກເປັນເຫຍື່ອຂອງກຸ່ມແກ້ງສໍ້ໂກງຊັບທາງໂທລະຄົມ ແລະ...

ປະຫວັດບໍ່ທຳມະດາ ກໍລະນີແມ່ຕູ້ຄົນໄຕ້ຫວັນຖືກຖີບເທິງລົດໄຟຕອນນີ້ ຖືກກັກໂຕພ້ອມດຳເນີນຄະດີແລ້ວ

ໃນວັນທີ 01/10/2025 ທີ່ຜ່ານມາ, ສຳນັກຂ່າວໃນໄຕ້ຫວັນໄດ້ລາຍງານວ່າ ມີເຫດບໍ່ຄາດຄິດກ່ຽວກັບຜູ້ສູງ ກໍລະນີແມ່ຕູ້ທີ່ຖືກຍິງສາວປະເພດສອງ (LGBTQ) ຖີບຢູ່ໃນລົດໄຟ ໃນວັນທີ 29/09/2025 ທີ່ຜ່ານມາ, ເຊິ່ງກຳລັງເປັນກະແສດັງໃນໃນສື່ສັງຄົມອອນລາຍໃນປັດຈຸບັນ.ສາເຫດເກີດຈາກການຍາດບ່ອນນັ່ງພິເສດພາຍໃນຂະບວນລົດໄຟແຫ່ງໜຶ່ງໃນໄຕ້ຫວັນ ເນື່ອງຈາກບ່ອນນັ່ງນັ້ນເປັນບ່ອນຂອງຜູ້ສູງອາຍຸ ແມ່ຕູ້ິເລີຍພະຍາຍາມໄລ່ຍິງສາວປະເພດສອງອອກຈາກບ່ອນນັ່ງ...

ມີຜູ້ເສຍຊີວິດ 3 ຄົນຈາກຜົນກະທົບພະຍຸບົວລອຍ ພັດຜ່ານບ້ານກໍໄຮ ເມືອງອະນຸວົງ

ໜັກໜ່ວງ ພາຍຸບົວລອຍ ພັດຜ່ານບ້ານກໍໄຮ ເມືອງອະນຸວົງ ແຂວງໄຊສົມບູນ ເຮັດໃຫ້ມີຄົນເສຍຊີວິດແລ້ວ 3 ຄົນ. ແຫຼ່ງຂ່າວຈາກແຂວງໄຊສົມບູນ ແຈ້ງໃຫ້ຮູ້ວ່າ: ວັນທີ 30 ກັນຍາ 2025, ທ່ານ...