spot_img
Homeຂ່າວພາຍ​ໃນປະທານປະເທດລາວ ໄດ້ຮັບລາງວັນການນໍາອາຊຽນດີເດັ່ນໃນການສ້າງສາພັດທະນາປະເທດຊາດ

ປະທານປະເທດລາວ ໄດ້ຮັບລາງວັນການນໍາອາຊຽນດີເດັ່ນໃນການສ້າງສາພັດທະນາປະເທດຊາດ

Published on

ໃນຕອນເຊົ້າຂອງວັນທີ 16 ກັນຍາ 2024 ທີ່ ສະພາແຫ່ງ ຊາດ, ທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ຕັນສຣິ ໄມເຄິນ ໂຢ, ປະທານສະໂມສອນເສດຖະກິດອາຊຽນ, ປະທານສະຖາບັນຍຸດທະສາດອາຊີ-ປາຊີຟິກ, ພ້ອມດ້ວຍຄະນະຈາກສະຖາບັນຍຸດທະສາດອາຊີ-ປາຊີຟິກ, ສະໂມສອນເສດຖະກິດອາຊຽນ ແລະ ສະພາທຸລະກິດອາຊຽນ ໃນໂອກາດ ກອງປະຊຸມເວທີປຶກສາຫາລື ວ່າດ້ວຍ ການເປັນຜູ້ນໍາ ແລະ ຄູ່ຮ່ວມມືອາຊຽນ ປະຈໍາປີ 2024 (2024 ASEAN Leadership and Partnership Forum), ຊຶ່ງຈັດຂຶ້ນໃນວັນທີ 16-17 ກັນຍາ ທີ່ນະຄອນຫຼວງວຽງຈັນ.

May be an image of 2 people, dais and text

ໃນໂອກາດນີ້, ສະຖາບັນຍຸດທະສາດອາຊີ-ປາຊີຟິກ ໄດ້ມອບລາງວັນ “ການນໍາອາຊຽນດີເດັ່ນ ໃນການສ້າງສາພັດທະນາປະເທດຊາດ (The ASEAN Master Nation Builder Lifetime Award)” ໃຫ້ແກ່ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສປປ ລາວ. ລາງວັນດັ່ງກ່າວ ເປັນລາງວັນທີ່ມີຄວາມໝາຍສໍາຄັນ, ເພາະເປັນລາງວັນສູງສຸດຂອງສະຖາບັນດັ່ງກ່າວມອບໃຫ້ຜູ້ນໍາຂອງອາຊຽນ, ຊຶ່ງພະນະທ່ານ ປະທານປະເທດ ທອງລຸນ ສີສຸລິດ ເປັນຜູ້ນໍາຜູ້ທໍາອິດຂອງອາຊຽນ ທີ່ໄດ້ຮັບກຽດຮັບລາງວັນດັ່ງກ່າວ, ຊຶ່ງເປັນການຮັບຮູ້ ແລະ ຊົມເຊີຍຜົນງານຂອງ ພະນະທ່ານປະທານປະເທດ ທອງລຸນ ສີສຸລິດ ໃນການສ້າງສາພັດທະນາ ສປປ ລາວ ແລະ ການປະກອບສ່ວນເຂົ້າໃນພາລະກິດລວມຂອງອາຊຽນ.

May be an image of 11 people and dais

ທ່ານ ປະທານປະເທດ ທອງລຸນ ສີສຸລິດ ໄດ້ກ່າວສະແດງຄວາມຂອບໃຈຢ່າງຈິງໃຈ ຕໍ່ການມອບລາງວັນຜູ້ນຳອາຊຽນດີເດັ່ນດັ່ງກ່າວ ແລະ ກ່າວວ່າ ລາງວັນດັ່ງກ່າວນີ້ ເປັນລາງວັນບໍ່ສະເພາະແຕ່ສໍາລັບພະນະທ່ານເອງ, ແຕ່ຍັງເປັນລາງວັນສໍາລັບທຸກພາກສ່ວນຂອງ ສປປ ລາວ ໃນການປະກອບສ່ວນເຂົ້າໃນການສ້າງສາພັດທະນາ ສປປ ລາວ ແລະ ການປະກອບສ່ວນເຂົ້າໃນພາລະກິດລວມແຫ່ງການສົ່ງເສີມສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາ ແລະ ເຊື່ອມໂຍງເສດຖະກິດຂອງອາຊຽນ ໃນໄລຍະຜ່ານມາ.

May be an image of 2 people, dais and text

ທ່ານ ປະທານປະເທດ ໄດ້ສະແດງຄວາມຊົມເຊີຍສະຖາບັນຍຸດທະສາດອາຊີ-ປາຊີຟິກ, ສະໂມສອນເສດຖະກິດອາຊຽນ ແລະ ສະພາທຸລະກິດອາຊຽນ ທີ່ໄດ້ຮ່ວມກັບ ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ ຈັດກອງຊຸມເວທີປຶກສາຫາລື ວ່າດ້ວຍການເປັນຜູ້ນໍາ ແລະ ຄູ່ຮ່ວມມືອາຊຽນ ປະຈໍາປີ 2024 ທີ່ ນະຄອນຫຼວງວຽງຈັນໃນຄັ້ງນີ້ ແລະ ອວຍພອນໃຫ້ ກອງປະຊຸມປະສົບຜົນສໍາເລັດຕາມແຜນການປະກອບສ່ວນເຂົ້າໃນການຍົກລະດັບການສ້າງຂີດຄວາມສາມາດຂອງຂະແໜງການທາງດ້ານການເຊື່ອມໂຍງ-ເຊື່ອມຈອດ, ການອຳນວຍຄວາມສະດວກທາງການຄ້າ, ການລົງທຶນ, ການຫັນເປັນດີຈີຕອນ, ການສ້າງຄວາມເຂັ້ມແຂງດ້ານການຄໍ້າປະກັນສະບຽງອາຫານ ແລະ ການພັດທະນາແບບຍືນຍົງ.

May be an image of text that says 'KSI STRATEGIC STRATEGCINSTIITE cTpoHorHe INSTITLTE POHA ORASIATACI PACIFIC GIWUN ASEAN BUSINESS ADVISORY COUNCIL 30c CLUB ASEAN ECONOMIC 2024 ASEAN LEADERSHIP AND PARTNERSHIP FORUM Proudly confers n H.E. Dr. Thongloun Sisoulith President of the Lao People's Democratic Republic The ASEAN Master Nation Builder Lifetime Achievement Award 16 September 2024'

ເວົ້າລວມກໍຄືການຮ່ວມມືກັບປະເທດຄູ່ເຈລະຈາອາຊຽນ ທັງພາກລັດ ແລະ ພາກທຸລະກິດໃນພາກພື້ນແນໃສ່ເພື່ອເພີ່ມທະວີ ແລະ ເສີມຂະຫຍາຍການຮ່ວມມືທາງດ້ານການຄ້າ ແລະ ການລົງທຶນໃຫ້ສູງຂຶ້ນ, ຊຶ່ງການຈັດກອງປະຊຸມດັ່ງກ່າວ ເປັນໜຶ່ງໃນກິດຈະກໍາ ທີ່ປະກອບສ່ວນສະໜັບສະໜູນການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024 ພາຍໃຕ້ຄໍາຂວັນ “ເພິ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມ ແຂງອາຊຽນ” ໃຫ້ມີຜົນສໍາເລັດຢ່າງຈົບງາມ.

ຂ່າວ: ວລສ

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...