spot_img
Homeຂ່າວພາຍ​ໃນອົສຕຣາລີ ມອບເຄື່ອງຊ່ວຍເຫຼືອເພື່ອຮັບມືໄພພິບັດສຸກເສີນໃນ ລາວ

ອົສຕຣາລີ ມອບເຄື່ອງຊ່ວຍເຫຼືອເພື່ອຮັບມືໄພພິບັດສຸກເສີນໃນ ລາວ

Published on

ລັດຖະບານອົສຕຣາລີ ໄດ້ນໍາເອົາເຄື່ອງຊ່ວຍເຫຼືອສົ່ງມອບໃຫ້ແກ່ລັດຖະບານລາວ ເພື່ອປະກອບສ່ວນຮັບມືກັບໄພພິບັດ ໃນ ສປປ ລາວ ຈຳນວນ 8 ໂຕນ ລວມມູນຄ່າ 1,4 ຕື້ກີບ, ຊຶ່ງເຄື່ອງຊ່ວຍເຫຼືອເຫຼົ່ານີ້ ເປັນສິ່ງທີ່ຈໍາເປັນສໍາລັບຊຸມຊົນ ກໍຄືປະຊາຊົນ, ຫຼັງຈາກໄດ້ຮັບຜົນກະທົບຈາກໄພພິບັດ, ການທີ່ໄດ້ມອບ-ຮັບຄັ້ງນີ້ຈະສາມາດຊ່ວຍເຫຼືອປະຊາຊົນ ໄດ້ຫຼາຍກວ່າ 200 ຄອບຄົວ.

May be an image of 4 people and text

ພິທີມອບ-ຮັບ ໄດ້ຈັດຂຶ້ນໃນວັນທີ 12 ກັນຍານີ້, ພາຍຫຼັງທີ່ເຮືອບິນ C-17 ຂອງກອງກຳລັງທະຫານອາກາດອົສຕຣາລີ ເດີນທາງມາເຖິງສະໜາມບິນສາກົນວັດໄຕ; ທ່ານນາງ ເມແກັນ ຈອນສ ເອກອັກຄະລັດຖະທູດອົສຕຣາລີ ປະຈໍາ ສປປ ລາວ ໄດ້ມອບເຄື່ອງຊ່ວຍເຫຼືອໃຫ້ແກ່ ທ່ານ ລີປາວ ຢ່າງຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຕາງໜ້າລັດຖະບານລາວຂຶ້ນຮັບ.

May be an image of 6 people, aircraft and text

ໂອກາດດັ່ງກ່າວ,​ ທ່ານ ນາງ ເມແກັນ ຈອນສ ກໍໄດ້ກ່າວວ່າ: ອົສຕຣາລີ ຍິນດີທີ່ໄດ້ໃຫ້ການຊ່ວຍເຫຼືອ ລັດຖະບານ ສປປ ລາວ ໃນການກຽມຄວາມພ້ອມເພື່ອຮັບມືກັບໄພພິບັດສຸກເສີນທາງທໍາມະຊາດ, ເຄື່ອງທີ່ນໍາມາມອບປະກອບມີ: ຊຸດເຄື່ອງຄົວ 80 ຊຸດ, ຜ້າຫົ່ມ 400 ຜືນ, ມຸ້ງ 240 ດາງ, ສາດຢາງ 400 ຜືນ, ຜ້າບັດຢາງ 448 ຜືນ, ຊຸດອຸປະກອນຈົກສຽມ 224 ຊຸດ. ການກຽມພ້ອມຢ່າງມີປະສິດທິພາບ ແມ່ນມີຄວາມສໍາຄັນໃນການປົກປ້ອງຊຸມຊົນ ແລະ ຊີວິດການເປັນຢູ່ຂອງປະຊາຊົນ.

May be an image of 8 people, aircraft and text

ທ່ານ ລີປາວຢ່າງ ກ່າວວ່າ: ພວກເຮົາຮູ້ສຶກຍິນດີທີ່ ອົສຕຣາລີ ໄດ້ໃຫ້ການສະໜັບສະໜູນ ສປປ ລາວ ຢ່າງຕໍ່ເນື່ອງ ໃນການຮັບມືກັບໄພພິບັດ. ລັດຖະບານລາວ ຕີລາຄາສູງ ຕໍ່ກັບການຊ່ວຍເຫຼືອຈາກລັດຖະບານ ອົສຕຣາລີ ໂດຍສະເພາະ ແມ່ນເຄື່ອງຊ່ວຍເຫຼືອ ທີ່ໄດ້ຮັບໃນມື້ນີ້ ເພື່ອນໍາໃຊ້ຮັບມືກັບໄພພິບັດ. ບັນດາເຄື່ອງຊ່ວຍເຫຼືອດັ່ງກ່າວ, ຈະຊ່ວຍເພີ່ມທະວີການກຽມຄວາມພ້ອມ ໃນການຮັບມືກັບໄພພິບັດ ໂດຍສະເພາະ ແມ່ນໄພນໍ້າຖ້ວມໃນລະດູຝົນ.

ຂ່າວ-ພາບ: ສຸກສະຫວັນ, ປະຊາຊົນ

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...