spot_img
Homeຂ່າວພາຍ​ໃນໃຊ້ຄວາມໄວເກີນກຳນົດ ເປັນສາເຫດຫຼັກຂອງອຸບັດຕິເຫດໃນເດືອນສິງຫາ 2024

ໃຊ້ຄວາມໄວເກີນກຳນົດ ເປັນສາເຫດຫຼັກຂອງອຸບັດຕິເຫດໃນເດືອນສິງຫາ 2024

Published on

ອີງຕາມການລາຍງານຂ່າວຈາກລາຍການວິທະຍຸຂັບຂີ່ປອດໄພ ທາງສະຖານີວິທະຍຸະຈາຍສຽງແຫ່ງຊາດລາວ(9/9/24)ໃຫ້ຮູ້ວ່າ: ກົມຕຳຫຼວດຈະລາຈອນໄດ້ສະຫຼຸບອຸບັດຕິເຫດປະຈຳເດືອນສິງຫາ 2024 ມີອຸບັດຕິເຫດເກີດຂຶ້ນທັງໝົດ 457 ຄັ້ງ, ພາຫະນະເປ່ເພ 33 ຄັນ, ບາດເຈັບ 674 ຄົນ, ເສຍຊີວິດ 51 ຄົນ.

อาจเป็นรูปภาพของ 8 คน, ผู้คนกำลังยืน, กลางแจ้ง และ ข้อความพูดว่า "AMBULANCE"

ສາເຫດຂອງການເກີດອຸບັດຕິເຫດຫຼັກໆມີຄື: ການໃຊ້ຄວາມໄວເກີນກຳນົດ 99 ຄັ້ງ, ດື່ມສິ່ງມຶນເມົາແລ້ວຂັບຂີ່ 95 ຄັ້ງ, ປ່ຽນທິດທາງເດີນ 87 ຄັ້ງ, ລ່ວງປ້າຍຫ້າມຕ່າງໆ 38 ຄັ້ງ, ບໍ່ປ່ອຍສິດ ແລະ ເຕັກນິກບໍ່ຮັບປະກັນ. ເວລາເກີດອຸບັດຕິເຫດ 1ໂມງເຊົ້າ-7ໂມງເຊົ້າ ແມ່ນ 20 ຄັ້ງ, 8ໂມງເຊົ້າ-16ໂມງແລງ 122 ຄັ້ງ, 17ໂມງແລງ-24ໂມງກາງຄືນ 215 ຄັ້ງ. ເກນອາຍຸເກີດອຸບັດຕິເຫດ ຕໍ່າກວ່າ 15 ປີ ມີ 55 ຄົນ, 16-30 ປີ ມີ 760 ຄົນ, 31-50 ປີ ມີ 249 ຄົນ, 51-60 ປີ 20 ຄົນ, 61 ປີ ມີ 4 ຄົນ.

ຂ່າວ: ວສລ

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...