spot_img
Homeຂ່າວຕ່າງປະເທດສະຫຼົດ! ເດັກຊາຍຊາວຈໍເຈຍກາດຍິງໃນໂຮງຮຽນ ເຮັດໃຫ້ມີຄົນເສຍຊີວິດ 4 ຄົນ ແລະ ບາດເຈັບ 9 ຄົນ

ສະຫຼົດ! ເດັກຊາຍຊາວຈໍເຈຍກາດຍິງໃນໂຮງຮຽນ ເຮັດໃຫ້ມີຄົນເສຍຊີວິດ 4 ຄົນ ແລະ ບາດເຈັບ 9 ຄົນ

Published on

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 5 ກັນຍາ 2024 ຜ່ານມາ, ເກີດເຫດການສະຫຼົດຂຶ້ນເມື່ອເດັກຊາຍອາຍຸ 14 ປີກາດຍິງທີ່ໂຮງຮຽນມັດທະຍົມປາຍ ອາປາລາຊີ ໃນເມືອງວິນເດີ ລັດຈໍເຈຍ ໃນວັນພຸດ ທີ 4 ກັນຍາ 2024 ຜ່ານມາ, ຈົນເຮັດໃຫ້ມີຜູ້ເສຍຊີວິດ 4 ຄົນ ແລະ ບາດເຈັບອີກ 9 ຄົນ.

ຕາມການລາຍງານຂອງໝູ່ຮຽນຮ່ວມຫ້ອງກັບເດັກຊາຍຄົນດັ່ງກ່າວໄດ້ລະບຸວ່າ: ຜູ້ກໍ່ເຫດຊື່ວ່າ ໂຄລ ເກຣ ໄດ້ອອກຈາກຫ້ອງຮຽນໃນເວລາ 9:45 ໂມງກ່ອນທີ່ຈະກັບມາອີກຄັ້ງຕອນໃກ້ຈະໝົດຄາບຮຽນ ແລະ ໄດ້ເຄາະປະຕູເພື່ອເຂົ້າໄປດ້ານໃນຫ້ອງ ເຊິ່ງນັກຮຽນຄົນໜຶ່ງກຳລັງຈະໄປເປີດປະຕູໃຫ້ກໍສັງເກດເຫັນປືນຢູ່ມື ກ່ອນທີ່ຈະປະຕິເສດໃຫ້ຜູ້ກໍ່ເຫດເຂົ້າມາກ່ອນທີ່ການຕັດສິນໃຈດັ່ງກ່າວຈະຊ່ວຍຊີວິດຕົນເອງໄວ້ໄດ້.

ຈາກນັ້ນເດັກຊາຍທີ່ມີອາວຸດປືນໄດ້ຢ່າງໄປຫ້ອງທາງຂ້າງ ແລະ ໄດ້ເປີດສາກຍິງ 10-15 ນັດ, ຈົນເຈົ້າໜ້າທີ່ໄດ້ຮັບແຈ້ງເຫດ ແລະ ເຈົ້າໜ້າທີ່ຮັກສາຄວາມປອດໄພເລັ່ງໄປຍັງຈຸດເກີດເຫດ ຈົນສຸດທ້າຍມືປືນຍອມຈຳນົນ ແລະ ຖືກຕຳຫຼວດຄວບຄຸມຕົວໃນທີ່ສຸດ.

ທັງນີ້ ສຳນັກງານສືບສວນໃນລັດຈໍເຈຍ (GBI) ລະບຸວ່າ: ຜູ້ກໍ່ເຫດຍັງເປັນເຍົາວະຊົນ ແຕ່ຜູ້ກໍ່ເຫດຈະຖືກຕັ້ງຂໍ້ກ່າວຫາແບບດຽວກັບຜູ້ໃຫຍ່ກໍຄືຂໍ້ຫາຄາຕະກຳ 4 ຂໍ້ຫາ.

ແຫຼ່ງຂ່າວ: CNN

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...