spot_img
Homeຂ່າວການພັດທະນາໂຄງການ ຂົນສົ່ງແບບຍືນຍົງໃນຕົວເມືອງ ນວ ຄືບໜ້າແລ້ວ 63%

ໂຄງການ ຂົນສົ່ງແບບຍືນຍົງໃນຕົວເມືອງ ນວ ຄືບໜ້າແລ້ວ 63%

Published on

ໂຄງການຂົນສົ່ງແບບຍືນຍົງ ໃນຕົວເມືອງນະຄອນຫລວງວຽງຈັນ(ນວ) ເຊິ່ງລວມມີ 5 ອົງປະກອບ ຫລື 5 ໜ້າວຽກ ຄື: ສ້າງຕັ້ງກອງຄຸ້ມຄອງການຂົນສົ່ງໃນຕົວເມືອງ; ປັບປຸງຂອດບໍລິການລົດເມສາທາລະນະ ແລະ ສ້າງລະບົບລົດເມດ່ວນ (Bus Rapid Transit “BRT”); ປັບປຸງການຄຸ້ມຄອງການຈະລາຈອນ; ສ້າງລະບົບຄຸ້ມຄອງບ່ອນຈອດລົດຕາມແຄມທາງ, ປັບປຸງທາງຍ່າງ ແລະ ການຂົນສົ່ງບໍ່ໃຊ້ເຄື່ອງຈັກ (Non-Motorize Transport “NMT”) ມາຮອດປັດຈຸບັນ, ການກໍ່ສ້າງ ໂດຍ ລວມສຳເລັດແລ້ວ 63%. ສະເພາະການກໍ່ສ້າງໂຄງລ່າງພື້ນຖານ ສຳລັບລະບົບລົດເມດ່ວນ BRT ແຕ່ສວນເຈົ້າຟ້າງຸ່ມ ໄປຫາມະຫາວິທະຍາໄລແຫ່ງຊາດລາວ (ດົງໂດກ) ລວມໄລຍະທາງ 12,9 ກິໂລແມັດ ປະຕິບັດໄດ້ 15%, ຄາດວ່າ ການກໍ່ສ້າງຈະສຳເລັດ ໃນກາງປີ 2025 ແລະ ຈະທົດລອງບໍລິການແລ່ນລົດເມດ່ວນ ໃນທ້າຍປີ 2025 ແລະ ເປີດບໍລິການ ຢ່າງເປັນທາງການ ໃນຕົ້ນປີ 2026 ເປັນຕົ້ນໄປ.

ທ່ານ ຄຳພັນ ວັນທະນາ ຫົວໜ້າໂຄງການຂົນສົ່ງແບບຍືນຍົງ ໃນຕົວເມືອງນະຄອນຫລວງວຽງຈັນ ໃຫ້ສຳພາດເມື່ອບໍ່ດົນນີ້ວ່າ: ການກໍ່ສ້າງໂຄງລ່າງພື້ນຖານ ສຳລັບ ລະບົບລົດເມດ່ວນ ເລີ່ມແຕ່ສວນເຈົ້າຟ້າງຸ່ມ ໄປຫາ ມະຫາວິທະຍາໄລແຫ່ງຊາດລາວ ຜ່ານຖະໜົນສຸພານຸວົງ, ເສດຖາທິຣາດ, ໜອງບອນ, ໄກສອນ ພົມວິຫານ ແລະ ສະພັງໝຶກ ລວມໄລຍະທາງ 12,9 ກິໂລແມັດ, ມີສະຖານນີ ຂຶ້ນລົງລົດເມ ທັງໝົດ 27 ຈຸດ. ໃນນີ້, ສະຖານນີ ກາງທາງ 22 ຈຸດ ແລະ ສະຖານນີແຄມທາງ 5 ຈຸດ, ມາຮອດປັດຈຸບັນ ການກໍ່ສ້າງ ສຳເລັດແລ້ວ 15% ຄາດວ່າ ຈະສຳເລັດ ໃນກາງປີ 2025 ແລະ ຈະທົດລອງບໍລິການແລ່ນລົດເມດ່ວນ ໃນທ້າຍປີ 2025 ແລະ ເປີດບໍລິການ ຢ່າງເປັນທາງການ ໃນຕົ້ນປີ 2026 ໂດຍນຳໃຊ້ ລົດເມໄຟຟ້າ 55 ຄັນ, ຂະໜາດຄວາມຍາວ 12 ແມັດ, ມີ 4 ປະຕູ (ເບື້ອງລະ 2 ປະຕູ), ມີ 40 ບ່ອນນັ່ງ (ລວມຄົນຂັບ) ໂດຍມີການອອກແບບສະເພາະ ເພື່ອຮັບໃຊ້ຜູ້ໂດຍສານທົ່ວໄປ ແລະ ຜູ້ພິການ/ເສຍອົງຄະ. ພ້ອມນີ້, ຍັງໄດ້ສ້າງສູນບຳລຸງຮັກສາ ແລະ ສູນບັນຊາລົດເມ ເຊິ່ງຕັ້ງຢູ່ຖະໜົນ 13 ໃຕ້ ບ້ານໂພນຄຳ ເມືອງໄຊທານີ ນະຄອນຫລວງວຽງຈັນ. ພ້ອມທັງ ກໍ່ສ້າງ, ຕິດຕັ້ງ ແລະ ປັບປຸງໄຟຈາລະຈອນ ເພື່ອອຳນວຍຄວາມສະດວກແກ່ລົດເມ BRT ຢູ່ຈຸດທາງຄົບ-ທາງແຍກ ທັງໝົດ 41 ຈຸດ, ໃນນັ້ນ ຕິດຕັ້ງລະບົບໄຟຈະລາຈອນ ໃໝ່ 24 ຈຸດ ແລະ ຈຸດລ້ຽວລົດ 4 ຈຸດ ຢູ່ຖະໜົນ ໄກສອນພົມວິຫານ ໄປຕາມແລວເສັ້ນທາງລົດເມດ່ວນ; ປັບປຸງເວລາໄຟຂຽວ-ເຫລືອງ-ແດງ, ເສົາໄຟ, ຕູ້ຄວບຄຸມ ແລະ ອື່ນໆ ຈຳນວນ 13 ຈຸດ. ລະບົບຂົນສົ່ງສາທາລະນະແບບໃໝ່ນີ້, ຈະແລ່ນໃຫ້ບໍລິການຮ່ວມສາຍທາງ ຮ່ວມກັບເຄືອຂ່າຍລົດເມ ຂອງລັດວິສາຫະກິດລົດເມນະຄອນຫລວງວຽງຈັນ ລວມໄລຍະທາງ 148 ກິໂລແມັດ.

ສໍາລັບ ການໃຫ້ບໍລິການລົດເມດ່ວນ ຈະມີຕາຕະລາງເວລາທີ່ແນ່ນອນ, ລົດເມດ່ວນຈະຈອດ ຕາມປ້າຍ ທີ່ກຳນົດໄວ້ເທົ່ານັ້ນ, ຊຳລະຄ່າໂດຍສານດ້ວຍບັດ smart card (ແທນເງິນສົດ), ພາຍໃນລົດມີກ້ອງ CCTV, Wifi ແລະ ອຸປະກອນເພື່ອຄວາມປອດໄພຄົບຊຸດ, ຜູ້ໂດຍສານລົດເມສາທາລະ ນະທົ່ວໄປ ສາມາດເດີນທາງ ໄປໄດ້ທຸກສາຍກັບລົດເມດ່ວນ ໂດຍນຳໃຊ້ບັດ smart card ດັ່ງກ່າວ.

ສຳລັບ ການສ້າງລະບົບຄຸ້ມຄອງບ່ອນຈອດລົດຕາມແຄມທາງ ໂຄງການຈະຈັດສັນບ່ອນຈອດລົດຕາມແຄມທາງ ຢູ່ທາງຮ່ອມ ທັງໝົດ 8 ເຂດ ຕາມການວາງແຜນເບື້ອງຕົ້ນ ພື້ນທີ່ທີ່ຈະຈັດສັນສາມາດຮອງຮັບລົດໃຫຍ່ໄດ້ 2.777 ຄັນ ແລະ ລົດຈັກ 1.202 ຄັນ (ໃນນີ້ ມີລົດຜູ້ຢູ່ອາໄສ 2.378 ຄັນ). ປັດຈຸບັນ, ພະແນກໂຍທາທິການ ແລະ ຂົນສົ່ງ ນະຄອນຫລວງວຽງຈັນ ພວມສ້າງນິຕິກຳວ່າດ້ວຍ ການຄຸ້ມຄອງບ່ອນຈອດລົດຢູ່ໃນຕົວເມືອງ ເພື່ອນຳສະເໜີອົງການປົກຄອງນະຄອນຫລວງວຽງຈັນ ຮັບຮອງ ແລະ ປະກາດໃຊ້ ເພື່ອຈັດສັນຄວາມເປັນລະບຽບຮຽບຮ້ອຍຂອງຕົວເມືອງ ແນໃສ່ຫລຸດຜ່ອນການຈະລາຈອນແອອັດ ແລະ ອຸບັດເຫດຕາມຖະໜົນຫລວງ. ສ່ວນການປັບປຸງທາງຍ່າງ ແລະ ການຂົນສົ່ງບໍ່ໃຊ້ເຄື່ອງຈັກ ໂຄງການຈະປັບປຸງທາງຍ່າງ, ປັບປຸງທັດສະນີຍະພາບ ຕາມແຜນພັດທະນາໂຄງການ ທີ່ເອກະພາບກັບອົງການຜູ້ໃຫ້ທຶນ (ທະນາຄານ ADB) ຢູ່ທາງຮ່ອມ ຄື: ຖະໜົນເຈົ້າອານຸ (ເໜືອ ແລະ ໃຕ້), ຖະໜົນແຫ່ງບຸນ, ຖະໜົນຂຸນບູລົມ (ຂ້າງຕະຫລາດເຊົ້າ). ໂຄງການໄດ້ຈັດຊື້ລົດຖີບສາມລໍ້ໄຟຟ້າ 150 ຄັນ ເພື່ອໃຫ້ບໍລິການຜູ້ໂດຍສານ ລະຫວ່າງ ສະຖານນີລົດເມດ່ວນ ແຕ່ລະຈຸດ, ເຂດທ່ອງທ່ຽວໃນຕົວເມືອງ ແລະ ຮັບ-ສົ່ງ ນັກທ່ອງທ່ຽວ.

ທ່ານ ຄຳພັນ ວັນທະນາ ຍັງໃຫ້ຮູ້ອີກວ່າ: ລັດຖະບານ ໄດ້ຮັບຮອງເອົາໂຄງການ ຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫລວງວຽງຈັນ ໃນປີ 2014 ໂດຍແມ່ນກະຊວງໂຍທາທິການ ແລະ ຂົນສົ່ງ ເປັນເຈົ້າຂອງໂຄງການ ໂດຍມີຈຸດປະສົງ ເພື່ອຍົກລະດັບຊີວິດການເປັນຢູ່ຊອງປະຊາຊົນ, ປັບປຸງແກ້ໄຂສະພາບການສັນຈອນແອອັດ, ອຸບັດເຫດຕາມທ້ອງຖະໜົນ ແລະ ເປັນມິດກັບສິ່ງແວດລ້ອມ. ໂຄງການຂົນສົ່ງແບບຍືນຍົງ ໃນຕົວເມືອງນະຄອນຫລວງວຽງຈັນ ໄດ້ຮັບເງິນກູ້ຢືມ, ຊ່ວຍເຫລືອລ້າຈາກບັນດາອົງການໃຫ້ທຶນສາກົນ ແລະ ທຶນສົມທົບຂອງລັດຖະບານ ສປປ ລາວ ທັງໝົດ 99,7 ລ້ານໂດລາສະຫະລັດ.

ແຫຼ່ງຂ່າວ: ປະເທດລາວ

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...