Homeຂ່າວຕ່າງປະເທດລົດເມເສຍຫຼັກ ຕຳຄົນແຄມທາງ ເສຍຊີວິດ-ບາດເຈັບຫຼາຍຄົນ ທີ່ປະເທດຈີນ

ລົດເມເສຍຫຼັກ ຕຳຄົນແຄມທາງ ເສຍຊີວິດ-ບາດເຈັບຫຼາຍຄົນ ທີ່ປະເທດຈີນ

Published on

ສຳນັກຂ່າວຕ່າງປະເທດລາຍງານວ່າ: ເມື່ອເວລາປະມານ 7 ໂມງເຊົ້າຂອງວັນທີ 3 ກັນຍາ 2024 ເກີດເຫດລົດເມຮັບ-ສົ່ງນັກຮຽນ ເສຍຫຼັກຕຳຄົນແຄມທາງ ເສຍຊີວິດ ແລະ ບາດເຈັບຫຼາຍຄົນ ໃນມົນທົນຊານຕົງ, ທາງຕາເວັນອອກຂອງປະເທດຈີນ.

Police in China say bus crashed into students, parents outside school in  Tai'an city, killing 11 people - CBS News

ຜູ້ເຫັນເຫດການໄດ້ເລົ່າວ່າ: ລົດຄັນດັ່ງກ່າວໄດ້ຂັບມາຮອດບໍລິເວນສາມແຍກໃກ້ກັບໂຮງຮຽນ, ແຕ່ເກີດເສຍຫຼັກກະທັນຫັນ ແລະ ພຸ່ງຕຳຄົນຍ່າງແຄມທາງ ເຮັດໃຫ້ມີຜູ້ເສຍຊີວິດ 11 ຄົນ ແລະ ບາດເຈັບ 13 ຄົນ.

รถโรงเรียนพุ่งชนฝูงชนในจีน เสียชีวิต 11 ศพ

ເມື່ອເກີດເຫດການດັ່ງກ່າວຂຶ້ນ, ເຈົ້າໜ້າທີ່ໄດ້ເລັ່ງນໍາຕົວສົ່ງຜູ້ໄດ້ຮັບບາດເຈັບໄປຮັກສາຕົວຢູ່ໂຮງໝໍໂດຍໄວ, ສ່ວນຄົນຂັບລົດຄັນດັ່ງກ່າວແມ່ນຖືກເຈົ້າໜ້າທີ່ຄຸມຕົວໄວ້ ແລະ ສາເຫດຂອງອຸບັດຕິເຫດດັ່ງກ່າວ ເຈົ້າໜ້າທີ່ກຳລັງທຳການສືບສວນເພິ່ມເຕີມ.

ຂ່າວ: bbc

ບົດຄວາມຫຼ້າສຸດ

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...