spot_img
Homeຂ່າວພາຍ​ໃນເຮືອທະນາຄານ LDB ຄອງແຊ້ມ ບຸນຊ່ວງເຮືອຫຼວງພະບາງ 2024

ເຮືອທະນາຄານ LDB ຄອງແຊ້ມ ບຸນຊ່ວງເຮືອຫຼວງພະບາງ 2024

Published on

ບຸນຊ່ວງເຮືອປະເພນີປະຈໍາປີ ພສ 2567, ຄສ 2024 ໃນ ໂອກາດບຸນຫໍ່ເຂົ້າປະດັບດີນ ທີ່ນະຄອນ ຫຼວງພະບາງ ໄດ້ຈັດຂື້ນໃນວັນທີ່ 2 ກັນຍາ ນີ້ ໂດຍມີເຮືອຊ່ວງຈາກບັນດາບ້ານພາຍໃນນະຄອນ ຫຼວງພະບາງ, ຕາງໜ້າຈາກເມືອງອ້ອມຂ້າງ ແລະຕ່າງແຂວງ ເຂົ້າຮ່ວມແຂ່ງຂັນລວມທັງໝົດ 25 ລໍາ.ຜ່ານການແຂ່ງຂັນທ່າມກາງສຽງຊົມສຽງເຊຍຢ່າງມ່ວນຊື່ນ ຕາມແຄມຝັ່ງນ້ຳຄານ ຜົນປະກົດວ່າ:

May be an image of 1 person, crowd and textອັນດັບທີ 1 ແມ່ນເຮືອຊ່ວງທະນາຄານພັດທະນາລາວ LDB ໄດ້ຮັບຂັນເງີນນ້ຳໜັກ 1,500 ກຼາມ 1 ໜ່ວຍ, ເປັນຂັນຄອງແຊ້ມ 3 ປີ (ປີທໍາອິດ) ພ້ອມຂັນແຊ້ມປະຈໍາປີ ເປັນຂັນເງີນ ນໍ້າໜັກ 1,000 ກຼາມ 1 ໜ່ວຍ ແລະ ເງີນສົດ 35.000.000 ກີບ ລວມມູນຄ່າລາງວັນ 125.000.000 ກີບ.

May be an image of 15 people, dais and text

ອັນດັບທີ 2 ເຮືອຊ່ວງທະນາຄານຮ່ວມພັດທະນາ JDB, ໄດ້ຮັບຂັນເງີນ ນ້ຳໜັກ 800 ກຼາມ 1 ໜ່ວຍ ພ້ອມເງີນສົດ 32.000.000 ກີບ, ລວມມູນຄ່າລາງວັນ 60.000.000 ກີບ. ອັນດັບທີ 3 ເຮືອຊ່ວງຫຼວງພະບາງສະມາດຊິດຕີ ໄດ້ຮັບຂັນເງີນນໍ້າໜັກ 500 ກຼາມ 1 ໜ່ວຍ ພ້ອມເງີນສົດ 30.000.000 ກີບ, ລວມມູນຄ່າລາງວັນ 50.000.000 ກີບ.

May be an image of 1 person, kayak, crowd and text

ອັນດັບທີ 4 ເຮືອຊ່ວງ ເມືອງໂພນທອງ ຕະຫຼາດສາຍຊຸມຊົນ ໄດ້ຮັບເງີນສົດ 25.000.000 ກີບ.- ອັນດັບທີ 5 ເຮືອຊ່ວງເມືອງໂພນໄຊ ບໍລິສັດເພັດລົດຈົກ, ໄດ້ຮັບເງີນສົດ 22.000.000 ກີບ, ອັນດັບທີ 6 ເຮືອຊ່ວງເຮືອນພັກໄຊດລາ ບ້ານຫາດຮ່ຽນ ໄດ້ຮັບເງີນສົດ 20.000.000 ກີບ, ອັນດັບທີ 7 ເຮືອຊ່ວງເຈົ້າຫຼວງ ບ້ານນູນສະຫວາດ ໄດ້ຮັບເງີນສົດ 18.000.000 ກີບ, ອັນດັບທີ 8 ເຮືອຊ່ວງບ້ານຄົກມັນ (ຮ້ານຕຳຫວານຫຼວງພະບາງ ບໍລິສັດທ່ອງທ່ຽວສາກົນດາວເໜືອ).

May be an image of 6 people, kayak and text

ອັນດັບທີ່ 9 ເທົ່າ ມີ 4 ລຳຄື: ເຮືອຊ່ວງລາວແກັດ ສັງຄະໂລກ 2 ເຮືອນພັກມ້າວພາໂຊກ, ເຮືອຊ່ວງບໍລິສັດພັນທະມິດກຣຸບ ແຂວງໄຊຍະບູລີ, ເຮືອຊ່ວງລາວແກັດ ສັງຄະໂລກ 1 ເຮືອນພັກມ້າວພາໂຊກ, ເຮືອຊ່ວງວັດຊຽງທອງ 1 ນາງບົວເງີນ ພະແນກສຶກສາທິການ ແລະ ກິລາແຂວງ ໄດ້ຮັບເງີນລາງວັນລຳລະ 16.000.000 ກີບ. ອັນດັບທີ່ 13 ເທົ່າ ມີ 4 ລຳຄື: ເຮືອຊ່ວງບ້ານຖີ່ນຊົມ, ເຮືອຊ່ວງວັດຊຽງທອງ 1 ນາງບົວເງີນ, ເຮືອຊ່ວງເມືອງຊຽງເງີນ ຮ້ານສ້ອມແປງສັກສິດຮຸ່ງເຮືອງຊັບ ແລະເຮືອຊ່ວງຊາວໜຸ່ມບ້ານຫາດຮ່ຽນ ໄດ້ຮັບລາງວັນເງີນສົດລຳລະ 15.000.000 ກີບ.

May be an image of 1 person, kayak and text

ອັນດັບທີ່ 17 ເທົ່າ ມີ 8 ລໍາຄື: ເຮືອຊ່ວງພະທາດໝາກໂມ ບໍລິສັດບຸນຈະເລີນສວນອາຫານແຄມຄານ, ເຮືອຊ່ວງບ້ານເມືອງຂາຍ ບໍລິສັດຫຼວງພະບາງຊີມັງຈຽງເກີ ຈຳກັດ, ເຮືອຊ່ວງນາວາປາກເຊືອງ, ເຮືອຊ່ວງບ້ານໂພນສະອາດ, ເຮືອຊ່ວງບ້ານສະເລື່ອນ, ເຮືອຊ່ວງລາວຝອດຊີຕີ ກຸ່ມວັດທາດ ບ້ານທາດຫຼວງ, ເຮືອຊ່ວງບ້ານຄອຍ ບໍລິສັດສຸກສາວົງກໍ່ສ້າງຂົວທາງ ເຄຫາສະຖານ ແລະຊົນລະປະທານ, ເຮືອຊ່ວງບ້ານພັນຫຼວງ ສວນລ້ານຊ້າງ, ໄດ້ຮັບລາງວັນເງີນສົດລຳລະ 14.000.000 ກີບ. ອັນດັບທີ່ 25 ເຮືອຊ່ວງວັດໃໝ່ສຸວັນນະພູມມາຣາມ ສວນລາດແລງ ໄດ້ຮັບລາງວັນເງີນສົດ 13.000.000 ກີບ.

May be an image of 1 person, crowd and text

ພ້ອມນີ້ໄດ້ມີລາງວັນເຮືອງາມ ທີ່ 1 ເຮືອຊ່ວງວັດຊຽງທອງ 2 ນາງບົວເງີນ ໄດ້ຮັບລາງວັນເງີນສົດ 8.000.000 ກີບ, ທີ່ 2 ເຮືອຊ່ວງວັດໃໝ່ສຸວັນນະພູມມາຣາມສວນລາດແລງ ໄດ້ຮັບລາງວັນເງີນສົດ 7.000.000 ກີບ, ທີ່ 3 ເຮືອຊ່ວງບ້ານຄອຍ ບໍລິສັດສຸກສາວົງກໍ່ສ້າງຂົວທາງເຄຫາສະຖານ ແລະຊົນລະປະທານ ໄດ້ຮັບລາງວັນເງີນສົດ 6.000.000 ກີບ, ສ່ວນເຮືອນາງດຳນາງດ່ອນ ໄດ້ຮັບລາງວັນເງີນສົດ ລຳລະ 8.000.000 ກີບ. ໃຫ້ກຽດມອບລາງວັນໂດຍແມ່ນ ທ່ານ ຄຳຂັນ ຈັນທະວີສຸກ ເຈົ້າແຂວງຫລວງພະບາງ ພ້ອມດ້ວຍຄະນະ.

ຂ່າວ: ວສລ

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...