Homeຂ່າວພາຍ​ໃນປກສ ເມືອງອຸທຸມພອນ ມ້າງກຸ່ມແກ້ງຊື້-ຂາຍຊັບ ບໍ່ຖືກຕ້ອງຕາມກົດໝາຍ

ປກສ ເມືອງອຸທຸມພອນ ມ້າງກຸ່ມແກ້ງຊື້-ຂາຍຊັບ ບໍ່ຖືກຕ້ອງຕາມກົດໝາຍ

Published on

ໃນວັນທີ 30 ສິງຫາທີ່ຜ່ານມາ, ກອງບັນຊາການ ປກສ ເມືອງອຸທຸມພອນ ໄດ້ຈັດພິທີຖະແຫຼງກ່ຽວກັບການແກ້ໄຂມ້າງຄະດີກຸ່ມແກ້ງຊື້ຂາຍຊັບ ບໍ່ຖືກຕ້ອງຕາມກົດໝາຍໂດຍມີແມ່ນທ່ານ ພັນໂທ ສົມສັກ ຈັນທະລາສອນ ຫົວໜ້າກອງບັນຊາການ ປກສ ເມືອງ ພ້ອມພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

May be an image of 1 person, playing soccer and text

ທ່ານ ພັນໂທ ສົມສັກ ຈັນທະລາສອນ ຫົວໜ້າກອງບັນຊາການ ປກສ ເມືອງອຸທຸມພອນ ລາຍງານໃຫ້ຮູ້ວ່າ: ການແກ້ໄຂມ້າງລາຍຄະດີກຸ່ມແກ້ງຊື້ຂາຍຊັບບໍ່ຖືກຕ້ອງຕາມກົດໝາຍ ເປັນຕົ້ນບັນຫາການມົ້ວສຸມເສບຢາເສບຕິດ, ດື່ມນໍ້າກະທ້ອມ, ຂາຍນໍ້າກະທ້ອມ, ໃບກະທ້ອມ ມາສຶກສາອົບຮົມກ່າວເຕືອນໃຫ້ເຫັນໄດ້ຜົນຮ້າຍຂອງຢາເສບຕິດ ຈໍານວນ 23 ຄົນ.

May be an image of 10 people, scooter, motorcycle and text

ບັນຫາລັກຊັບ ຊິງຊັບ(ລັກລົດຈັກ) ທີ່ມີການເຄື່ອນໄຫວລັກຊັບ ພັກເຊົາຢູ່ຫ້ອງແຖວແຫ່ງໜຶ່ງ, ພາຍຫຼັງທີ່ກວດກາສໍາເລັດໄດ້ນໍາເອົາລົດຈັກຈໍານວນ 30 ຄັນ ແລະ ຊິ້ນສ່ວນລົດຈັກທີ່ຖືກມ້າງ ແລະ ລົດກະບະ ອີຊູຊຸ ດີແມັກ ຈໍານວນ 2 ຄັນ ມາກວດກາ ແລະ ຮັກສາໄວ້ຢູ່ກອງບັນຊາການ ປກສ ເມືອງ. ພ້ອມທັງກັກຕົວຜູ້ຕ້ອງສົງໃສ ມາທໍາການສືບສວນ-ສອບສວນ.

May be an image of scooter, motorcycle and text

ຜ່ານການສືບສວນ-ສອບສວນຂອງກຸ່ມແກ້ງພວກຊື້-ຂາຍຊັບທີ່ບໍ່ຖືກຕ້ອງຕາມກົດໝາຍໄດ້ທັງໝົດ 8 ຄົນ ແລະ ຄົນຕ່າງປະເທດ 2 ຄົນ ທີ່ເຂົ້າເມືອງຜິດກົດໝາຍ, ເຊິ່ງຈະໄດ້ດຳເນີນຄະດີຕາມຂັ້ຂຕອນກົດໝາຍ.

ຂ່າວ: ນາງ ເກດສະດາພອນ ສີທໍາມະວັນ, Media Laos

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...