spot_img
Homeຂ່າວພາຍ​ໃນກະຊວງການຕ່າງປະເທດລາວ-ຫວຽດນາມ ປຶກສາຫາລືດ້ານການເມືອງ ຂັ້ນຮອງລັດຖະມົນຕີ

ກະຊວງການຕ່າງປະເທດລາວ-ຫວຽດນາມ ປຶກສາຫາລືດ້ານການເມືອງ ຂັ້ນຮອງລັດຖະມົນຕີ

Published on

ສະຫາຍ ໂພໄຊ ໄຂຄໍາພິທູນ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ແທນ ເດີນທາງຢ້ຽມຢາມ ແລະ ເຂົ້າຮ່ວມກອງປະຊຸມປຶກສາຫາລືດ້ານການເມືອງ ຂັ້ນຮອງລັດຖະມົນຕີ ຄັ້ງທີ 9 ລະຫວ່າງ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ກະຊວງການຕ່າງປະເທດ ແຫ່ງ ສສ ຫວຽດນາມ ທີ່ ສສ ຫວຽດນາມ, ໃນລະຫວ່າງວັນທີ 28-31 ສິງຫາ 2024.

May be an image of 11 people

ກອງປະຊຸມດັ່ງກ່າວ ໄດ້ຈັດຂຶ້ນໃນຕອນບ່າຍຂອງວັນທີ 29 ສິງຫາ 2024 ທີ່ນະຄອນຫລວງຮ່າໂນ້ຍ, ພາຍໃຕ້ການເປັນປະທານຮ່ວມຂອງ ສະຫາຍ ໂພໄຊ ໄຂຄໍາພິທູນ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ສະຫາຍ ໂດ໋ ຮຸ່ງ ຫວຽດ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສສ ຫວຽດນາມ, ມີ ສະຫາຍ ນາງ ຄໍາເພົາ ເອີນທະວັນ ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສປປ ລາວ ປະຈໍາ ສສ ຫວຽດນາມ, ພ້ອມດ້ວຍຄະນະກົມ ແລະ ວິຊາການກ່ຽວຂ້ອງຈາກສອງກະຊວງການຕ່າງປະເທດ ລາວ-ຫວຽດນາມ ເຂົ້າຮ່ວມ.

ໃນກອງປະຊຸມ, ສອງຝ່າຍ ໄດ້ປຶກສາຫາລືແລກປ່ຽນຄໍາຄິດເຫັນຮ່ວມກັນຢ່າງກົງໄປກົງມາ, ຮ່ວມກັນທົບ ທວນຄືນການພົວພັນຮ່ວມມືສອງປະເທດກໍຄື ສອງກະຊວງການຕ່າງປະເທດລາວ ແລະ ຫວຽດນາມ ຕະຫຼອດ ໄລຍະ 1 ປີ ທີ່ຜ່ານມາ. ສອງຝ່າຍ ໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ນັບມື້ໄດ້ຮັບ ການເສີມຂະຫຍາຍຢ່າງບໍ່ຢຸດຢັ້ງ. ໃນນັ້ນ, ມີການປະກອບສ່ວນສໍາຄັນຂອງສອງກະຊວງການຕ່າງປະເທດ ທີ່ເຮັດໜ້າທີ່ເປັນຂົວຕໍ່ປະສານງານ ລະຫວ່າງ ບັນດາກະຊວງ, ຂະແໜງການ, ສູນກາງ ແລະ ທ້ອງຖິ່ນ ໃນການຈັດຕັ້ງ ປະຕິບັດບັນດາການຕົກລົງສອງຝ່າຍ.

May be an image of 2 people

ສອງຝ່າຍ ໄດ້ສະແດງຄວາມເພິ່ງພໍໃຈທີ່ເຫັນວ່າ ການຮ່ວມມືໃນດ້ານຕ່າງໆນັບມື້ນັບແໜ້ນແຟ້ນ ແລະ ມີປະສິດທີ່ຜົນຍິ່ງຂຶ້ນ ທັງດ້ານການເມືອງ, ການຕ່າງປະເທດ, ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ເສດຖະກິດ-ການຄ້າ, ການ ລົງທຶນ, ເຕັກໂນໂລຊີ, ວັດທະນະທໍາ-ສັງຄົມ, ການສຶກສາ, ການທ່ອງທ່ຽວ ແລະ ອື່ນໆ. ມາຮອດປັດຈຸບັນ, ການລົງທຶນຂອງຫວຽດນາມ ຢູ່ ສປປ ລາວ ມີທັງໝົດ 417 ໂຄງການ, ມີມູນຄ່າທຶນຈົດທະບຽນທັງໝົດປະມານ 5 ຕື້ໂດລາສະຫະລັດ, ຈັດຢູ່ໃນອັນດັບທີ 3 ຈາກ 53 ປະເທດທີ່ເຂົ້າມາລົງທຶນໃນ ສປປ ລາວ.

May be an image of 11 people

ກອງປະຊຸມ, ຍັງໄດ້ປຶກສາຫາລືເພື່ອກະກຽມໃຫ້ແກ່ບັນດາແຜນວຽກແຕ່ນີ້ຮອດທ້າຍປີ 2024 ນີ້ ໂດຍສະ ເພາະແມ່ນການແລກປ່ຽນການຢ້ຽມຢາມ ເຊິ່ງກັນ ແລະ ກັນ ຂອງການນໍາຂັ້ນສູງ. ນອກຈາກນີ້, ສອງຝ່າຍຍັງໄດ້ ແລກປ່ຽນຄໍາຄິດເຫັນຕໍ່ສະພາບການພາກພື້ນ ແລະ ສາກົນ ທີ່ມີຄວາມສົນໃຈຮ່ວມກັນ, ລວມເຖິງປຶກສາຫາລື ເພື່ອເພີ່ມທະວີການພົວພັນຮ່ວມມືໃນຂອບອະນຸພາກພື້ນ, ພາກພື້ນ ແລະ ສາກົນ.

ພ້ອມກັນນີ້, ສະຫາຍ ໂພໄຊ ໄຂຄໍາພິທູນ ຍັງໄດ້ແຈ້ງໃຫ້ຝ່າຍຫວຽດນາມຊາບ ເຖິງຜົນສໍາເລັດໃນການເປັນປະທານອາຊຽນ ຂອງ ສປປ ລາວ ໃນໄລຍະ 8 ເດືອນຜ່ານມາ, ລວມເຖິງຄວາມພ້ອມໃນການສືບຕໍ່ເປັນເຈົ້າພາບຈັດກອງປະຊຸມຕ່າງໆທີ່ກ່ຽວຂ້ອງ ໃຫ້ ປະສົມຜົນສໍາເລັດຕາມລະດັບຄາດໝາຍ.

ຂ່າວ: ປະເທດລາວ

ບົດຄວາມຫຼ້າສຸດ

ສົ່ງເສີມການທ່ອງທ່ຽວທາງທຳມະຊາດໃນລາວ ໂອກາດການທ່ອງທ່ຽວໃນເຂດປ່າໄມ້ຂອງລາວແບບເປີດກວ້າງ ພ້ອມກັບສ້າງວຽກເຮັດງານທຳໃຫ້ກັບແມ່ຍິງເຖິງ 75,000 ຄົນ

ກະຊວງ ກະສິກໍາ ແລະ ສິ່ງແວດລ້ອມ ໄດ້ອອກຂໍ້ຕົກລົງ ສະບັບ ເລກທີ 1926/ກປ,ລົງວັນທີ 03 ມິຖຸນາ 2025. ຊຶ່ງຂໍ້ຕົກສະບັບດັ່ງກ່າວນີ້ໄດ້ເປັນປັດໃຈພື້ນຖານໃນການຊຸກຍູ້ ແລະ ສົ່ງເສີມການທ່ອງທ່ຽວທຳມະຊາດ...

ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກເປັນເລຂາຄະນະບໍລິຫານງານພັກ ສປສສ

ຂໍສະແດງຄວາມຊົມເຊີຍ ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກຕັ້ງເປັນເລຂາຄະນະບໍລິຫານງານພັກສານປະຊາຊົນສູງສຸດ (ສປສສ) ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ V ອົງຄະນະພັກສານປະຊາຊົນສູງສຸດ ປິດລົງດ້ວຍຜົນສຳ ເລັດຢ່າງຈົບງາມໃນວັນທີ 11 ກັນຍານີ້ ທີ່ນະຄອນຫຼວງວຽງຈັນ...

ຖືກກັກໂຕແລ້ວ ຈາກກໍລະນີແພດທຳຮ້າຍຮ່າງກາຍຄົນເຈັບ ຢູ່ຫວຽດນາມ ພົບເຄື່ອງມືບໍ່ໄດ້ມາດຕະຖານ ແລະ ບໍ່ມີໃບອະນຸຍາດ

ໃນວັນທີ 11 ກັນຍາ 2025 ທີ່ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດນະຄອນໂຮຈິມິນ ປະເທດຫວຽດນາມ ໄດ້ຈັບກຸມ ນາງ ຫວຽນ ຖິ ຕ່ວນ ຈິງ (Nguyen...

ຮູ້ຈັກກັບ Nepo Kids ກະແສຈາກລູກຫຼານນັກການເມືອງເນປານ ໃຊ້ຊີວິດອວດລວຍທ່າມກາງຄວາມລຳບາກຂອງປະຊາຊົນ

ເມື່ອບໍ່ດົນມານີ້ໄດ້ມີເຫດການປະທ້ວງລັດທະບານໃນປະເທດເນປານ ໃນວັນທີ 09/09/2025, ເຊິ່ງສາເຫດແມ່ນເກີດຈາກການອອກມາດຕະການຫ້າມປະຊາຊົນນໍາໃຊ້ສື່ສັງຄົມອອນລາຍ ແລະ ອີກໜຶ່ງສາເຫດຄືລັດຖະບານ ມີການສໍ້ລາດບັງຫຼວງ ເຮັດໃຫ້ຄົນນລຸ້ນໃໝ່ເກີດຄວາມບໍ່ພໍໃຈ. Nepo Kids ຫຼື ລູກເຈົ້າຫຼານເພິ່ນ ເຊິ່ງປະຊາຊົນວິພາກວິຈານລູກຫຼານນັກງານເມືອງ ເພາະພວກເຂົານັ້ນໄດ້ໃຊ້ຊີວິດຫຼູຫຼາ ແລະ...