Homeຂ່າວພາຍ​ໃນດ່ານພາສີສາກົນນາເພົ້າ ເກັບລາຍຮັບ 125 ຕື້ ໄລຍະ 6 ເດືອນຕົ້ນປີ 2024

ດ່ານພາສີສາກົນນາເພົ້າ ເກັບລາຍຮັບ 125 ຕື້ ໄລຍະ 6 ເດືອນຕົ້ນປີ 2024

Published on

ທ່ານ ສຸພັດ ສຸແສງໄທ ຫົວໜ້າດ່ານພາສີສາກົນ ນາເພົ້າ ໄດ້ໃຫ້ສໍາພາດຕໍ່ຜູ້ສື່ຂ່າວແຂວງຄໍາມ່ວນ ເມື່ອບໍ່ດົນມານີ້ວ່າ: ໃນປີ 2024 ນີ້, ດ່ານພາສີສາກົນນາເພົ້າໄດ້ຮັບຕົວເລກແຜນການລາຍຮັບຈໍານວນ 305 ຕື້ກີບ ຖ້າທຽບໃສ່ສົກປີ 2023 ຈໍານວນ 162 ຕື້ກວ່າກີບ, (ເພີ່ມຂຶ້ນ 142 ຕື້ກວ່າກີບ), ໃນ 6 ເດືອນຕົ້ນປີ 2024 ປະຕິບັດໄດ້ 125 ຕື້ກວ່າກີບ, ເທົ່າກັບ 41,21% ຂອງແຜນການປີ.

May be an image of 1 person, dais and text

ລາຍຮັບຫຼັກຂອງການຈັດເກັບແມ່ນໄດ້ຈາກປະ​ເພດ​ນ້ຳມັນ​ເຊື້ອ​ໄຟ 15,37 ຕື້ກີບ; ປະ​ເພດ​ຄ່າ​ທຳນຽມຕ່າງໆ ເທົ່າກັບ 35,69 ຕື້ກີບ; ປະ​ເພດ​ສິ້ນສ່ວນອາໄລ່ 1,67 ຕື້ກີບ; ປະ​ເພດ​ເຄື່ອງ​ກໍ່ສ້າງ 2,50 ຕື້ກີບ; ປະ​ເພດ​ເຄື່ອງ​ໃຊ້​ໄຟຟ້າ 3,37 ຕື້ກີບ; ເຄື່ອງອຸປະໂພກ – ບໍລິໂພກ 1,605 ຕື້ກີບ; ປະເພດສິນຄ້ານຳເຂົ້າເພື່ອສົ່ງອອກ 1,457 ລ້ານກີບ; ປະເພດສິນຄ້າຕາມສັນຍາອາຊຽນ (FORM D) 24,55 ຕື້ກີບ; ປະເພດສິນຄ້າຕາມສັນຍາ (FORM S+E) 3,98 ຕື້ກີບ; ປະເພດຄ່າຊັກພິເສດສົ່ງອອກ 33,03 ຕື້ກີບ.May be an image of 2 people, road and text

ທ່ານໄດ້ກ່າວຕື່ມວ່າ: ສາຍເຫດທີ່ພາໃຫ້ລາຍຮັບຫຼຸດ​ແຜນການ 6 ເດືອນຕົ້ນ ປີ 2024 ຍ້ອນວ່າໃນ​ 6 ເດືອນຕົ້ນ ປີ 2024 ມີຫຼາຍປະເພດສິນຄ້າເພີ່ມຂຶ້ນ ແລະ ​ຍັງມີຫຼາຍປະເພດສິນຄ້າມີລັກສະນະຫຼຸດລົງ, ​ເປັນ​ຕົ້ນໝວດສິນຄ້າ​ຕົ້ນ​ຕໍ່​ເຊັ່ນ: ເຄື່ອງກໍ່ສ້າງ, ເຄື່ອງໃຊ້ໄຟຟ້າ, ເຄື່ອງອຸປະໂພກ – ບໍລິໂພກ ແລະ ສິນຄ້າຟອມ S+E, ຍ້ອນສະພາບເສດຖະກິດພາຍໃນປະເທດ ແລະ ຂອງໂລກ, ອັດຕາເງິນເຟີ້ເພີ້ມທະວີສູງຂຶ້ນເລື້ອຍໆ, ການ​ປະຕິບັດ​ມູນ​ຄ່າ​ແຈ້ງ​ຕາມ​ລາຄາ​ຊື້-​ຂາຍ​ຕົວ​ຈິງ ຍັງ​ບໍ່​ທັນ​ຄຸ້ມ​ຄອງ​ໄດ້​ຢ່າງ​ມີ​ປະສິດທິພາບ, ສ່ວນ​ຫຼາຍ​ແມ່ນ​ໄດ້​ເຍືອງ​ເບິ່ງ​ຂໍ້​ມູນ​ຂອງ​ດ່ານ​ອື່ນ​ມາສົມ​ທຽບ, ການ​ປະຕິບັດ​ມູນ​ຄ່າ​ແຈ້ງ​ຕາມ​ລາຄາ​ຊື້-​ຂາຍ​ຕົວ​ຈິງ ຍັງ​ບໍ່​ທັນ​ຄຸ້ມ​ຄອງ​ໄດ້​ຢ່າງ​ມີ​ປະສິດທິພາບ.

May be an image of mountain

ເພື່ອ​ເຮັດໃຫ້ຕົວ​ເລກ​ລາຍ​ຮັບໄດ້​ຕາມ​ແຜນການ​ທີ່​ວາງ​ໄວ້​ ​ແລະ ລື່ນຄາດໝາຍ, ດ່ານ​ພາສີ​ສາກົນ​ນາ​ເພົ້າ ຈຶ່ງ​ໄດ້ກຳນົດ​ມາດ​ຕະການ​ຈຳນວນ​ໜຶ່ງ​ເປັນວຽກງານ​ຈຸດ​ສຸມ​ ​ຄື: ​ເອົາ​ໃຈ​ໃສ່​ສຶກສາ​ອົບຮົມ​ດ້ານ​ການ​ເມືອງ-​ແນວ​ຄິດ​ຢ່າງ​ເປັນ​ປົກກະຕິ, ຖື​ເອົາ​ວຽກ​ງານ​ການ​ເກັບ​ລາຍ​ຮັບ​ເປັນ​ໜ້າ​ທີ່​ການ​ເມືອງ​ຕົ້ນຕໍ​ຕິດ​ພັນ​ກັບ​ການ​ເຄື່ອນ​ໄຫວ​ວຽກ​ງານ​ອື່ນໆ,ຈັດ​ວາງ​ໜ້າ​ວຽກ​ແບ່ງ​ຄວາມ​ຮັບຜິດຊອບ​ໃຫ້​ພະນັກງານ​ໃນ​ໜ້າ​ວຽກ​ຕ່າງໆ​ພາຍ​ໃນ​ດ່ານພາສີ​ສາກົນ​ນາ​ເພົ້າ​ໃຫ້ແທດ​ເໝາະກັບ​ຄວາມຮູ້-ຄວາມສາມາດຂອງແຕ່ລະບຸກຄົນ, ເພີ່ມທະວີການປະຕິບັດໜ້າທີ່ວຽກງານວິຊາສະເພາະໃຫ້ເຂັ້ມງວດຕາມກົດໝາຍພາສີ ແລະ ລະບຽບການອື່ນທີ່ກ່ຽວຂ້ອງ, ເອົາໃຈໃສ່ຕິດຕາມ,ກວດກາ ແລະ ຄຸ້ມຄອງປະເພດສິນຄ້າທີ່ເປັນລາຍຮັບຕົ້ນຕໍ.

ຂ່າວ: ປະຊາຊົນ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...