spot_img
Homeຂ່າວພາຍ​ໃນເຈົ້າໜ້າທີ່ອິນເດຍເລັ່ງຕາມຈັບໝາປ່າ 6 ໂຕ ທີ່ທຳຮ້າຍ ແລະ ກັດເດັກນ້ອຍຈົນເສຍຊີວິດ

ເຈົ້າໜ້າທີ່ອິນເດຍເລັ່ງຕາມຈັບໝາປ່າ 6 ໂຕ ທີ່ທຳຮ້າຍ ແລະ ກັດເດັກນ້ອຍຈົນເສຍຊີວິດ

Published on

ສຳນັກຂ່າວຕ່າງປະເທດລາຍງນໃນວັນທີ 30 ສິງຫາ 2024 ນີ້, ເຈົ້າໜ້າທີ່ຕຳຫຼວດອິນເດຍເລັ່ງຕາມຈັບໝາປ່າ 4 ໃນ 6 ໂຕ ທີ່ທຳຮ້າຍ ແລະ ກັດເດັກນ້ອຍຈົນເສຍຊີວິດທົງໝົດ 7 ຄົນ ຍິງ 1 ຄົນ ໃນລັດອຸດຕະປະເທດ ຢູ່ທາງຕອນເໜືອຂອງອິນເດຍ ໃນໄລຍະ 2 ເດືອນ ຜ່ານມາໄດ້ສຳເລັດ.

ຊາວບ້ານທີ່ອາໃສຢູ່ເມືອງບາຣາຊ ລັດອຸດຕະປະເທດຂອງອິນເດຍ ຕ້ອງໄດ້ໃຊ້ຊີວິດແບບຢ້ານກົວຕະຫຼອດ 2 ເດືອນທີ່ຜ່ານມາ ຫຼັງມີຝູງໝາປ່າອອກອາລະວາດ ແລະ ທຳຮ້າຍຄົນ ໂດຍມີເດັກນ້ອຍ 7 ຄົນໄດ້ສັງເວຍຊີວິດ ແລະ ມີຜູ້ຍິງຕົກເປັນເຫຍື່ອອິກ 1 ຄົນ ເຊິ່ງເຫຍື່ອລາຍຫຼ້າສຸດເປັນແອນ້ອຍທີ່ຖືກກັດເສຍຊີວິດໃນວັນອັງຄານ ທີ 27 ສິງຫາ 2024 ຜ່ານມາ, ເຮັດໃຫ້ເຈົ້າໜ້າທີ່ຕ້ອງນຳຂີ້ຊ້າງໄປຖິ້ມໄວ້ຕາມຈຸດຕ່າງໆແລ້ວໄດ້ຈູດໄຟເພື່ອສົ່ງກິ່ນຂູ່ໃຫ້ໝາປ່າຢ້ານ ແລະ ບໍ່ກ້າມາໃຫ້ພຶ້ນທີ່ຊຸມຊົນອີກ.

ເຈົ້າໜ້າທີ່ໄດ້ລະບຸວ່າເ ໝາປ່າໂຕທີ່ຈັບໄດ້ຫຼ້າສຸດເປັນ 1 ໃນ 6 ໂຕ ເຊິ່ງຖືກຈັບໄດ້ດ້ວຍໂດຣນກວດຈັບຄວາມຮ້ອນ ແລະ ໄດ້ແກະຮ່ອງຮອຍຕີນ ແລະ ສຸດທ້າຍກໍພົບຕົວມັນໃນວັນພຸດ ຜ່ານມາ, ກ່ອນຈະຍິງຢາສະຫຼົບ ແລະ ໃຊ້ຕາໜ່າງເພື່ອຈັບແລ້ວນຳໄປສວນສັດ ມາຮອດປັດຈຸບັນເຈົ້າໜ້າທີ່ສາມາດຈັບໄດ້ແລ້ວທັງໝົດຈາກ 4 ໃນ 6 ຍັງເຫຼືອອີກ 2 ໂຕທີ່ສາມາດໜີໄປໄດ້ ນອກຈາກນີ້ຍັງໄດ້ລະດົມທີມ 16 ທີມລົງພຶ້ນທີ່ເພື່ອເລັ່ງຄົ້ນຫາ ແລະ ຍັງໄດ້ທຳການເພີ່ມໜ່ວຍລາດຕະເວນຕອນກາງຄືນເພີ່ຄວາມປອດໄພໃນປະຊາຊົນໃນໝູບ້ານ.

ແຫຼ່ງຂ່າວ: NDTV

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...