spot_img
Homeຂ່າວພາຍ​ໃນກອງປະຊຸມລັດຖະມົນຕີອາຊຽນ + 3 ວ່າດ້ວຍການຕ້ານອາຊະຍາກໍາຂ້າມຊາດຄັ້ງທີ 14

ກອງປະຊຸມລັດຖະມົນຕີອາຊຽນ + 3 ວ່າດ້ວຍການຕ້ານອາຊະຍາກໍາຂ້າມຊາດຄັ້ງທີ 14

Published on

ວັນທີ 29 ສິງຫາ 2024 ທີ່ນະຄອນຫຼວງວຽງຈັນ ສປປ ລາວ, ໄດ້ຈັດກອງປະຊຸມລັດຖະມົນຕີອາຊຽນ +3 ວ່າດ້ວຍການຕ້ານອາຊະຍາກຳຂ້າມຊາດ ຄັ້ງທີ 14 ໄດ້ຈັດຂື້ນ, ພາຍໃຕ້ການເປັນປະທານຂອງ ທ່ານ ພົນເອກ ວິໄລ ຫຼ້າຄໍາຟອງ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ມີ ທ່ານ ດຣ ກາວ ກິມ ຮຸນ ເລ ຂາທິການໃຫຍ່ອາຊຽນ, ມີລັດຖະມົນຕີບັນດາປະເທດສະມາຊິກອາຊຽນ, ຕີມໍ ເລສເຕ ທີ່ຮັບຜິດຊອບວຽກງານຕ້ານອາຊະຍາກໍາຂ້າມຊາດ, ລັດຖະມົນຕີບັນດາປະເທດບວກ 3 ຄື: ສາທາລະນະ ລັດ ປະຊາຊົນຈີນ, ຢີ່ປຸ່ນ ແລະ ສາທາລະນະລັດ ເກົາຫຼີ ທີ່ຮັບຜິດຊອບວຽກງານຕ້ານອາຊະຍາກໍາຂ້າມຊາດ ພ້ອມດ້ວຍຄະນະຜູ້ແທນເຂົ້າຮ່ວມ.

May be an image of 3 people, dais and text

ກອງປະຊຸມໃນຄັ້ງນີ້ຄະນະຜູ້ແທນໄດ້ພ້ອມກັນຕີລາຄາຄືນຜົນຂອງການຮ່ວມມືໃນການຕ້ານອາຊະຍາກໍາຂ້າມຊາດລະຫວ່າງປະເທດອາຊຽນ+3. ໃນນີ້ໄດ້ຮັບຟັງການລາຍງານຜົນຂອງກອງປະຊຸມທີ່ຜ່ານມາພາຍໃຕ້ຂອບກອງປະຊຸມລັດຖະມົນຕີອາຊຽນ +3 ວ່າດ້ວຍການຕ້ານອາຊະຍາກໍາຂ້າມຊາດ.

May be an image of 2 people and text

ຜົນຂອງກອງປະຊຸມຫົວໜ້າເຈົ້າໜ້າທີ່ອາວຸໂສອາຊຽນ +3 ວ່າດ້ວຍການຕ້ານອາຊະຍາກໍາຂ້າມຊາດ ຄັ້ງທີ 21, ຜົນຂອງກອງປະຊຸມຫົວໜ້າກົມຕໍາຫຼວດກວດຄົນເຂົ້າ-ອອກເມືອງ ແລະ ຫົວໜ້າພະແນກກົງສຸນ ກະຊວງການຕ່າງປະເທດອາຊຽນ+3 ຄັ້ງທີ 3, ຜົນຂອງກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ+3 ເພື່ອກະກຽມໃຫ້ແກ່ກອງປະຊຸມລັດຖະມົນຕີອາຊຽນ +3 ວ່າດ້ວຍການຕ້ານອາຊະຍາກຳຂ້າມຊາດ ຄັ້ງທີ 14.

May be an image of 2 people

ພ້ອມນີ້, ຄະນະຜູ້ແທນໄດ້ແລກປ່ຽນທັດ ສະນະກ່ຽວກັບການຮ່ວມມືລະຫວ່າງອາຊຽນ +3 ກ່ຽວກັບອົງປະກອບທີ່ພົວພັນເຖິງການຕ້ານອາຊະຍາກໍາຂ້າມຊາດ ແລະ ບັນຫາອື່ນໆທີ່ກ່ຽວຂ້ອງ. ກອງປະຊຸມໄດ້ຮັບຮອງເອົາຖະແຫຼງການຮ່ວມຂອງກອງປະ ຊຸມລັດຖະມົນຕີອາຊຽນ +3 ວ່າດ້ວຍການຕ້ານອາຊະຍາກຳຂ້າມຊາດ ຄັ້ງທີ 14 ແລະ ພິຈາລະນາບົດລາຍງານຜົນຂອງກອງປະ ຊຸມດັ່ງກ່າວ ຊຶ່ງຈະກາຍເປັນພື້ນຖານອັນສໍາຄັນໃນການເສີມຂະຫຍາຍການຮ່ວມມືລະຫວ່າງອາຊຽນ +3 ເພື່ອຕ້ານອາຊະຍາກຳຂ້າມຊາດໃນຕໍ່ໜ້າ ໃຫ້ມີປະສິດທິຜົນສູງຂຶ້ນ.

ຂ່າວ: ວສລ

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...