spot_img
Homeຂ່າວພາຍ​ໃນເຈົ້າໜ້າທີ່ ເລັ່ງຍົກໝໍ້ນັບໄຟຂື້ນສູງໃນ 3 ເມືອງ ໃນ ນວ

ເຈົ້າໜ້າທີ່ ເລັ່ງຍົກໝໍ້ນັບໄຟຂື້ນສູງໃນ 3 ເມືອງ ໃນ ນວ

Published on

ໃນວັນທີ 27-28 ສິງຫາ 2024 ຫ້ອງການໄຟຟ້າເມືອງຫາດຊາຍຟອງ, ເມືອງປາກງື່ມ ແລະ ເມືອງສັງທອງ ນະຄອນຫຼວງວຽງຈັນ ໄດ້ລະດົມອ້າຍນ້ອງຍົກສູງໝໍ້ນັບໄຟ ທີ່ມີຈຸດສ່ຽງເກີດນ້ຳຖ້ວມ, ເຂດບໍລິເວນພື້ນທີ່ຕໍ່າ ແລະ ເຂດບໍລິເວນໃກ້ແຄມນໍ້າຂອງ ລວມໝໍ້ນັບໄຟທີ່ຍົກຂື້ນສູງປະມານ 50 ໜ່ວຍໃນ 3 ເມືອງຄື:

May be an image of 1 person

1. ເມືອງຫາດຊາຍຟອງ ມີ ບ້ານ ດອນ ແລະ ບ້ານ ໜອງແຫ້ວ.

2. ເມືອງປາກງື່ມ ມີ ບ້ານເວີນກະເບົາ, ບ້ານດົງຄວາຍ, ບ້ານສ້າງຫົວບໍ, ບ້ານບໍ່ເຫຼັກ.

3. ເມືອງສັງທອງ ມີ ບ້ານຫີນລັບ, ບ້ານສະໄກ, ບ້ານປາກຕອນ, ບ້ານສຳພັນນາ, ບ້ານແກ້ງໝໍ້. ພ້ອມນັ້ນ, ຍັງກວດເຊັກລະບົບໄຟຟ້າບໍ່ໃຫ້ເກີດໄຟຮົ່ວ, ເພື່ອໃຫ້ປະຊາຊົນສາມາດຊົມໃຊ້ໄຟຟ້າໄດ້ປົກກະຕິ ແລະ ປອດໄພ.

May be an image of 1 person and body of water

ເພື່ອເປັນການຮັກສາຊັບສິນສ່ວນລວມ ແລະ ຄວາມປອດໄພຂອງປະຊາຊົນ ພື້ນທີ່ໄດ້ຮັບຜົນກະທົບຈາກຝົນຕົກໜັກຕິດຕໍ່ກັນຫຼາຍມື້ ເຮັດໃຫ້ບາງພື້ນທີ່ເກີດລະດັບນ້ຳຂື້ນສູງ ນ້ຳຖ້ວມຂັງ ໂດຍສະເພາະ ໃນ 3 ເມືອງ ໃນນະຄອນຫຼວງວຽງຈັນ ທີ່ຂື້ນກັບສາຂານະຄອນຫຼວງ2.

ຂໍ້ມູນ: ລັດວິສາຫະກິດໄຟຟ້າລາວ ສາຂານະຄອນຫຼວງ2

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...