spot_img
Homeຂ່າວພາຍ​ໃນນັກກິລາຄົນພິການລາວ ຮ່ວມງານກິລາພາຣາແລມປິກ 2024 ທີ່ປາຣີ ປະເທດຝຣັ່ງ

ນັກກິລາຄົນພິການລາວ ຮ່ວມງານກິລາພາຣາແລມປິກ 2024 ທີ່ປາຣີ ປະເທດຝຣັ່ງ

Published on

ຄະນະນໍາ, ຄູຝຶກ ແລະ ນັກກິລາຄົນພິການລາວ ໄດ້ເດີນທາງເຖິງ ນະຄອນຫຼວງປາຣີ ປະເທດຝຣັ່ງ ເປັນທີ່ຮຽບຮ້ອຍແລ້ວ ໃນວັນທີ 25 ສິງຫາ ຜ່ານມາ ພາຍຫຼັງໄດ້ເດີນທາງຈາກສປປ ລາວ ໃນຕອນແລງວັນທີ 24 ສິງຫາ 2024 ທີ່ສະໜາມບິນສາກົນວັດໄຕ ເພື່ອເຂົ້າຮ່ວມງານກິລາພາຣາແລມປິກ ເກມ 2024 ທີ່ປະເທດຝຣັ່ງ ຮັບກຽດເປັນເຈົ້າພາບ ລະຫວ່າງວັນທີ 28 ສິງຫາ ຫາ 8 ກັນຍາ 2024.

May be an image of 12 people and text

ໃນການເຂົ້າຮ່ວມງານກິລາດັ່ງກ່າວ ນຳຄະນະໂດຍທ່ານ ນາງ ຂັນທະລີ ສີຣິພົງພັນ ປະທານຄະນະກຳມະການພາຣາແລມປິກແຫ່ງຊາດລາວ ຫຼື ຄພລ ແລະ ທ່ານ ວິລະວັນ ບຸນສຸກໄທ ຫົວໜ້າກົມກິລາມວນຊົນ, ພະລະ ແລະ ສິລະປະສຶກສາ ທັງເປັນຮອງປະທານ-ເລຂາທິການ ຄພລ ສ່ວນນັກກິລາກໍແມ່ນທ້າວ ແກ່ນ ເທບທິດາ ນັກກິລາເຕັ້ນຍາວຄົນພິການທີມຊາດລາວ (ປະເພດສາຍຕາສັ້ນ ຫຼື ຄາດທີ13) ທີ່ໄດ້ຮັບໂຄຕ້າໜຶ່ງດຽວຈາກລາວເຂົ້າຮ່ວມແຂ່ງຂັນ.

May be an image of 13 people, crowd and text

ທ້າວ ແກ່ນ ເທບທິດາ ເປັນນັກກິລາຄົນພິການລາວ ໄດ້ເຂົ້າຮ່ວມງານມະຫາກຳກິລາ ພາຣາແລມປິກເກມ ທີ່ນະຄອນຫຼວງ ໂຕກຽວ ປະເທດຍີ່ປຸ່ນມາແລ້ວ ຊຶ່ງໃນຄັ້ງນັ້ນ ແກ່ນ ເທບທິດາ ໄດ້ລົງຫຼິ້ນກິລາປະເພດແລ່ນ 100 ແມັດຊາຍ ປະເພດຄາດທີ 13 ຊຶ່ງຄັ້ງນີ້ ແກ່ນ ກໍພໍມີໂອກາດລຸ້ນສ້າງຜົນງານ ດ້ວຍສະຖິຕິທີ່ໂດດໄດ້ 6 ແມັດກວ່າໆ ຫາກທຽບໃສ່ສະຖິຕິໂລກ ທີ່ນັກກິລາຄົນພິການຂອງປະເທດກຸຍບາ ທີ່ເຮັດໄດ້ 7,41 ແມັດ ເມື່ອປີ 2012 ຜ່ານມາ.

May be an image of 2 people and text

ງານມະຫາກຳກິລາພາຣາແລມປິກ ເກມ 2024 ປີນີ້ ຈະມີນັກກິລາຄົນພິການທົ່ວໂລກເຂົ້າຮ່ວມແຂ່ງຂັນຫຼາຍຮ້ອຍຄົນ, ໃນນັ້ນ ຈະມີການຊີງໄຊທັງໝົດ 22 ປະເພດກິລາ ແລະ ຈະມີການຊີງໄຊ 549 ຫຼຽນຄຳ ສະເພາະ ສປປ ລາວ ໄດ້ສົ່ງນັກກິລາເຂົ້າຮ່ວມແຂ່ງຂັນພຽງ 1 ຄົນ ກໍຄື ທ້າວ ແກ່ນ ເທບທິດາ ນັກກິລາເຕັ້ນຍາວຄົນພິການທີມຊາດລາວ.

ຂ່າວໂດຍ: ສົງການ ພັນແພງດີ, ໜັງສືພິມສຶກສາ, ວິທະຍາສາດ ແລະ ກິລາ ອອນລາຍ

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...