spot_img
Homeຂ່າວຕ່າງປະເທດສະຫຼົດ! ເດັກນ້ອຍ 4 ຄົນຊາວຫວຽດນາມ ພາກັນເຕະບານຕອນຝົນຕົກ ຖືກຟ້າຜ່າເສຍຊີວິດ 1 ຄົນ

ສະຫຼົດ! ເດັກນ້ອຍ 4 ຄົນຊາວຫວຽດນາມ ພາກັນເຕະບານຕອນຝົນຕົກ ຖືກຟ້າຜ່າເສຍຊີວິດ 1 ຄົນ

Published on

ອີງຕາມສຳນັກຂ່າວຕ່າງປະເທດລາຍງານໃນເວລາ 17:00 ໂມງຂອງວັນທີ 24 ສິງຫາ 2024 ຜ່ານມາກ່ຽວກັບເຫດການສະເທືອນຂວັນ ເມື່ອນັກຮຽນມັດທະຍົມຕົ້ນ 4 ຄົນທີ່ອາໃສຢູ່ໃນເຂດ Thach That ນະຄອນຫຼວງຮາໂນ່ຍ ໄດ້ນັດກັນອອກໄປເຕະບານຫຼິ້ນ ທັງທີມີຝົນຕົກໜັກ.

ຕາມການລາຍງານເດັກນ້ອຍທັງ 4 ຄົນກຳລັງຫຼິ້ນເຕະບານຢູ່ເດີ່ນກາງແຈ້ງຂະນະທີ່ມີຝົນຕົກໜັກ ຈຶ່ງເກີດເຫດການທີ່ບໍ່ຄາດຄິດຂຶ້ນ ທັງກຸ່ມຖືກຟ້າຜ່າໝົດຈົນລົ້ມລົງພຶ້ນເທື່ອລະຄົນ ເຮັດໃຫ້ມີສະພາບອາການໂຄມ່າ ຫຼັງຈາກນັ້ນບໍ່ດົນເດັກນ້ອຍ 3 ຄົນກໍຄ່ອຍໆພາກັນລຸກຂຶ້ນແຕ່ສຸດເສົ້າເມື່ອໝູ່ອີກຄົນໜຶ່ງອາຍຸ 13 ປີໄດ້ເສຍຊີວິດຢູ່ບ່ອນເກີດເຫດ.

ທາງດ້ານໜ່ວຍງານບັນເທົາທຸກເອກະຊົນໄດ້ເດີຍນທາງໄປບ້ານຜູ້ເສຍຊີວິດເພື່ອສະແດງຄວາມເສຍໃຈ ແລະ ໄດ້ມອບເງິນຈຳນວນ 1 ລ້ານດົງ ຫຼື ປະມານ 1 ລ້ານກວ່າກີບໃຫ້ກັບສະມາຊິກຂອງຄອບຄົວ.

ຝາກເປັນອຸທາຫອນໃຫ້ກັບພໍ່ແມ່ທີ່ມີລູກ ບໍ່ໃຫ້ອອກໄປຫຼິ້ນໃນບ່ອນກາງແຈ້ງ ກ້ອງຕົ້ນໄມ້ ຫຼື ໃກ້ເສົາໂທລະສັບ ໃນຂະນະທີ່ຝົນຕົກເພາະອາດຈະເກີດເຫດການໃນລັກສະນະແບບນີ້ຂຶ້ນອີກກໍເປັນໄດ້.

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...