spot_img
Homeຂ່າວຕ່າງປະເທດຮືຮາ! ຂຸດຄົ້ນພົບເພັດເມັດໃຫຍ່ທີ່ສຸດອັນດັບ 2 ຂອງໂລກ

ຮືຮາ! ຂຸດຄົ້ນພົບເພັດເມັດໃຫຍ່ທີ່ສຸດອັນດັບ 2 ຂອງໂລກ

Published on

ອີງຕາມສຳນັກຂ່າວເອເອັບພີລາຍງານໃນວັນທີ 23 ສິງຫາ 2024 ບໍລິສັດຂຸດຄົ້ນແຮ່ທາດແຫ່ງໜຶ່ງໄດ້ຂຸດພົບ ເພັດຂະໜາດໃຫຍ່ 2,492 ກະຣັດ ໃນປະເທດບອສສະວານາເຊິງຄາດວ່າໃຫຍ່ເປັນອັນດັບ 2 ຂອງໂລກ ຮອງຈາກເພັດຄໍລິແນນ ທີ່ມີຂະໜາດ 3,106 ກະຣັດ ທີ່ຂຸດພົບໃນອາຟຣິກກາໃຕ້ເມື່ອປີ 2448 ຕໍ່ມາໄດ້ຖືກເຈຍລະໄນເປັນເມັດນ້ອຍໆ ແລະ ບາງສ່ວນຖືກປະດັບເປັນອັນຍະມະນີປະຈຳຣາຊະວົງອັງກິດ.

ຕາມການລາຍງານວ່າ: ບໍລິສັດຂຸດຄົ້ນເພັດ Lucara Diamond Corp ຂອງແຄນນາດາໄດ້ອອກມາປະກາດເມື່ອວັນພະຫັດ ທີ 22 ສິງຫາ 2024 ຜ່ານມາ ວ່າໄດ້ຄົ້ນພົບອັນຍະມະນີ ທີ່ພິເສດ ທີ່ຍັງເປັນສະພາບສົມບູນໃນເໝືອງ Karowe ປະເທດບອສສະວານາ ໂດຍບໍລິສັດມີຄວາມເຫຼືອເຊື່ອທີ່ສາມາດຂຸດຄົ້ນໄດ້ ແລະ ໄດ້ຍ້ອງຍໍວ່າເປັນເພັດດິບທີ່ໃຫຍ່ທີ່ສຸດເທົ່າທີ່ເຄີຍຂຸດພົບ.

ຢ່າງໃດກໍຕາມເພັດເມັດດັ່ງກ່າວຈະຖືກນຳໄປມອບໃຫ້ປະທານາທິບໍດີ ບອສສະວານາ ຫຼັງຈາກໄດ້ຮັບການປະເມີນມູນຄ່າ ເຊິ່ງທາງດ້ານບໍລິສັດຍັງບໍ່ສາມາດລະບຸ ຫຼື ໃຫ້ລາຍລະອຽດກ່ຽວກັບຄຸນນະພາບ ຫຼື ມູນຄ່າເພັດເມັດໃຫຍ່ກ້ອນນີ້ໄດ້.

ບົດຄວາມຫຼ້າສຸດ

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...