spot_img
Homeຂ່າວພາຍ​ໃນນັກກິລາເຍົາວະຊົນ ເທຄວັນໂດລາວ ຄວ້າຫຼຽນ ເວທີນານາຊາດທີ່ປະເທດໄທ

ນັກກິລາເຍົາວະຊົນ ເທຄວັນໂດລາວ ຄວ້າຫຼຽນ ເວທີນານາຊາດທີ່ປະເທດໄທ

Published on

ສະໂມສອນ ເທຄວັນໂດ ຕະວັນ ຈາກ ສປປ ລາວ ສາມາດຄວ້າ 3 ຫຼຽນຄຳ, 2 ຫຼຽນເງິນ ແລະ 4 ຫຼຽນທອງ ທັງໝົດມາຈາກປະເພດຕໍ່ສູ້ປ້ອງກັນຕົວ, ໃນການແຂ່ງຂັນເທຄວັນໂດຊີງແຊັມນານາຊາດ ທີ່ນະຄອນຫຼວງບາງກອກ ປະເທດໄທ ຫຼື ລາຍການ The 7th Heroes Taekwondo International Championship 2024 ລະຫວ່າງວັນທີ 10-12 ສິງຫາທີ່ຜ່ານມາ, ເຊິ່ງລາຍການດັ່ງກ່າວ ມີນັກກິລາທັງໝົດ 3,069 ຄົນ ຈາກ 30 ປະເທດ.

May be an image of 13 people and text

ສະໂມສອນ ຕະວັນ ໄດ້ສົ່ງນັກກິລາເຂົ້າຮ່ວມທັງໝົດ 15 ນ້ອງ, ຄູຝຶກ 4 ຄົນ ແລະ ຫົວໜ້າທີມ 1 ຄົນ ໂດຍໄດ້ຮັບການຕ້ອນຮັບ ແລະ ສະໜັບສະໜູນຢ່າງອົບອຸ່ນຈາກທ່ານເອກອັກຄະລັດຖະທູດລາວ ປະຈຳປະເທດໄທ, ສຳລັບຜົນງານ 3 ຫຼຽນຄຳ ໄດ້ຈາກທ້າວ ວິນະຣິນທອນ ໂງ່ນວໍຣະຣາດ ຮຸ່ນອາຍຸ 5-6 ປີ ຮຸ່ນນໍ້າໜັກ 18 ກິໂລ, ທ້າວ ນັດຊານົນ ສັນຕິວິລະກອນ ຮຸ່ນອາຍຸ 12-14 ປີ ຮຸ່ນນໍ້າໜັກ 45-49 ກິໂລ ແລະ ນາງ ເພັດໄພລິນ ສົດທະຈິດ ຮຸ່ນອາຍຸ 8 ປີ ນໍ້າໜັກ 20 ກິໂລ.

May be an image of 12 people

ສ່ວນ 2 ຫຼຽນເງິນ ໄດ້ຈາກທ້າວ ວິນະຄະຣິນ ໂງ່ນວໍຣະຣາດ ຮຸ່ນອາຍຸ 8 ປີ ຮຸ່ນນໍ້າໜັກ 23 ກິໂລ ແລະ ນາງ ວິນະຣາທິມ ໂງ່ນວໍຣະຣາດ ຮຸ່ນອາຍຸ 12 ປີ ຮຸ່ນນໍ້າໜັກ 28 ກິໂລ. ຂະນະທີ່ 4 ຫຼຽນທອງ ໄດ້ຈາກທ້າວ ອັດສະວິນ ສີວິໄລ ຮຸ່ນອາຍຸ 8 ປີ ຮຸ່ນນໍ້າໜັກ 30 ກິໂລ, ທ້າວ ສຸລິຍາ ຈັນທະຈັກ ຮຸ່ນອາຍຸ 15-17 ປີ ຮຸ່ນນໍ້າໜັກ 51 ກິໂລ, ທ້າວ ພຸດທະສິນ ແກ້ວມະຫາວົງ ຮຸ່ນອາຍຸ 12-14 ປີ ຮຸ່ນນໍ້າໜັກ 38 ກິໂກ ແລະ ນາງ ວັນວິສາ ສັງຄະວິຈິດ ຮຸ່ນອາຍຸ 15-17 ປີ ຮຸ່ນນໍ້າໜັກ 63 ກິໂລ.

May be an image of 4 people and text

ພາຍຫຼັງສຳເລັດການແຂ່ງຂັນຈາກການເຂົ້າຮ່ວມ ຊີງແຊ໋ມນານາຊາດ ນັກກິລາທຸກຄົນແມ່ນສືບຕໍ່ເຂົ້າໃນການຝຶກຊ້ອມຢ່າງເປັນປົກກະຕິ ແລະ ເຂັ້ມງວດຂື້ນຕື່ມແນໃສ່ເພື່ອກຽມຄວາມພ້ອມເຂົ້າຮ່ວມງານແຂ່ງຂັນ ຊິງຂັນ ທ່ານເອກອັກຄະລັດຖະທູດ ສ.ເກົາຫຼີ ທີ່ຈະຈັດຂຶ້ນຢູ່ນະຄອນຫຼວງພະບາງ ໃນວັນທີ 6-8 ກັນຍາ 2024 ຊຶ່ງຄັ້ງນີ້ເປົ້າໝາຍຂອງສະໂມສອນ ຕະວັນ ຈະສົ່ງນັກກິລາເຂົ້າຮ່ວມແຂ່ງຂັນທັງໝົດ 45 ຄົນ ລວມຄູຝຶກ 6 ຄົນ ແລະ ປະທານອີກ 1 ຄົນ.

ພາບ-ຂ່າວໂດຍ: ສົງການ ພັນແພງດີ, ໜັງສືພິມສຶກສາ, ວິທະຍາສາດ ແລະ ກິລາ ອອນລາຍ

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...