Homeຂ່າວຕ່າງປະເທດອຸບັດເຫດຍົນຕົກ ເສຍຊີວິດ 9 ຄົນ ທີ່ແຂວງສະເຊີງເຊົາ ປະເທດໄທ

ອຸບັດເຫດຍົນຕົກ ເສຍຊີວິດ 9 ຄົນ ທີ່ແຂວງສະເຊີງເຊົາ ປະເທດໄທ

Published on

ເມື່ອວັນທີ 22 ສິງຫາທີ່ຜ່ານມາ, ເກີດອຸບັດຕິເຫດຍົນຕົກ ທີ່ບໍລິເວນປ່າໂຄງກາງ, ແຂວງສະເຊີງເຊົາ, ປະເທດໄທ, ເຊິ່ງຍົນລຳດັ່ງກ່າວໄດ້ບິນອອກຈາກສະໜາມບິນສຸວັນນະພູມໄດ້ບໍ່ຮອດ 10 ນາທີ.

ຕໍ່ກັບເຫດການດັ່ງກ່າວທີ່ເກິດຂຶ້ນ, ເຈົ້າໜ້າທີ່ໄດ້ທຳການເຂົ້າກວດພື້ນທີ່ ແລະ ພົບເຫັນຊີ້ນສ່ວນຂອງມະນຸດທັງນ້ອຍ-ໃຫຍ່, ເຊິ່ງຍັງບໍ່ສາມາດແຍກເພດ ຫຼື ລະບຸຕົວຕົນໄດ້.

ສຳລັບການຄົ້ນຫາຮ່າງຜູ້ເສຍຊີວິດໃຊ້ເວລາທັງໝົດ 11 ຊົ່ວໂມງ, ຜູ້ວ່າລາຊະການແຂວງສະເຊີງເຊົາໄດ້ລະບຸວ່າ: ຈາກການປະເມີນຕາມແຜນສາມາດພົບຮ່າງຜູ້ເສຍຊີວິດເປັນຊາວຈີນ 5 ຄົນ, ຊາວໄທ 4 ຄົນ(ຊາວໄທ 2 ຄົນເປັນນັກບິນ).

ຂ່າວ: thaipbs

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...