spot_img
Homeຂ່າວພາຍ​ໃນກັກຜູ້ຕ້ອງຫາ ຍຶດຢາບ້າ 4,519 ເມັດ ບ້ານນາລີວ ເມືອງຊຳເໜືອ ແຂວງຫົວພັນ

ກັກຜູ້ຕ້ອງຫາ ຍຶດຢາບ້າ 4,519 ເມັດ ບ້ານນາລີວ ເມືອງຊຳເໜືອ ແຂວງຫົວພັນ

Published on

ວັນທີ 20 ສິງຫາ 2024, ເຈົ້າໜ້າທີ່ພະແນກສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງຫົວພັນ ໄດ້ຮັບແຫຼ່ງຂ່າວຈາກພົນລະເມືອງດີວ່າ: ມີການມົ້ວສຸມຄ້າ-ຂາຍຢາເສບຕິດ ຢູ່ຈຸດບ້ານນາລີວ, ເມືອງຊຳເໜືອ, ແຂວງຫົວພັນ.

May be an image of lace and text

ເຈົ້າໜ້າທີ່ ຈຶ່ງໄດ້ແຕ່ງຕັ້ງໜ່ວຍງານວິຊາສະເພາະ ລົງຕິດຕາມກວດກາເຫັນວ່າມີມູນຄວາມຈິງ, ມາຮອດເວລາປະມານ 11 ໂມງຂອງວັນດຽວກັນ, ເຈົ້າໜ້າທີ່ຈຶ່ງໄດ້ເຂົ້າກັກຕົວເປົ້າໝາຍ ພ້ອມທັງກວດຄົ້ນເຄຫາສະຖານ, ພົບເຫັນຂອງກາງຢາບ້າຈຳນວນ 22 ຖົງກັບ 119 ເມັດ, ລວມທັງໝົດ 4,519 ເມັດ, ຢາເຮໂຣອິນ 1 ຫໍ່ນ້ອຍ, ເງິນ 13,000,000 ກີບ, ໂທລະສັບ 3 ເຄື່ອງ, ເລົາປືນແກັບ 2 ເລົາ, ອຸປະກອນຍິງປືນແກັບ 1 ຊຸດ.

ຈາກນັ້ນ, ເຈົ້າໜ້າທີ່ຈຶ່ງໄດ້ນໍາຕົວຜູ້ກ່ຽວມາສືບສວນ ຈຶ່ງຮູ້ວ່າ: ຜູ້ກ່ຽວຊື່ ທ້າວ ເລັ່ງເຮີ ອາຍຸ 51 ປີ, ຢູ່ບ້ານນາລີວ, ເມືອງຊຳເໜືອ, ແຂວງຫົວພັນ. ຕໍ່ກັບຄະດີດັ່ງກ່າວ, ແມ່ນຢູ່ໃນຂັ້ນຕອນການສືບສວນ-ສອບສວນ ຂອງເຈົ້າໜ້າທີ່ວິຊາສະເພາະ ເພື່ອຂະຫຍາຍຜົນຫາຜູ້ຮ່ວມຂະບວນການມາດຳເນີນຄະດີ ຕາມຂັ້ນຕອນຂອງກົດໝາຍ.

ຂ່າວ: ປກສ ແຂວງຫົວພັນ

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...