Homeຂ່າວຕ່າງປະເທດອາການຫຼ້າສຸດຜູ້ປ່ວຍພະຍາດໝາກສຸກລິງ ສາຍພັນໃໝ່ ລາຍທຳອິດໃນໄທ

ອາການຫຼ້າສຸດຜູ້ປ່ວຍພະຍາດໝາກສຸກລິງ ສາຍພັນໃໝ່ ລາຍທຳອິດໃນໄທ

Published on

ອີງຕາມສຳນັກຂ່າວໄທລັດລາຍງານ ໃນວັນທີ 21 ສິງຫາ 2024 ນີ້, ອະທິການບໍດີກົມຄວບຄຸມໂຣກ ເຜີຍອາການຫຼ້າສຸດ ຜູ້ປ່ວຍພະຍາດໝາກສຸກລິງ ສາຍພັນໃໝ່ ລາຍທຳອິດໃນໄທ.

ນາຍແພດ ທົງໄຊ ກີຣະຕິຫັດຖະຍາກອນ ອະທິການບໍດີກົມຄວບຄຸມໂຣກແຫ່ງປະເທດໄທເປີດເຜີຍວ່າ: ຜູ້ປ່ວຍພະຍາດໝາກສຸກລິງລາຍນີ້ມີປະວັດການເດີນທາງຈາກປະເທດແຖບອາຟຣິກກາ ເຊິ່ງມີການລະບາດຂອງພະຍາດໝາກສຸກລິງສາຍພັນ Clade 1B ກ່ອນເດີນທາງຕໍດ້ວຍເຮືອບິນທີ່ປະເທດຕາເວັນອອກກາງ ກ່ອນຈະເດີນທາງເຂົ້າສູ່ປະເທດໄທ ໃນເວລາ 18:00 ນາທີ ເມື່ອວັນທີ 14 ສິງຫາ 2024 ຜ່ານມາ.

ຕໍ່ມາໃນວັນທີ 15 ສິງຫາ 2024 ຜູ້ປ່ວຍເລີ່ມມີອາການໄຂ້ ແລະ ມີຕຸ່ມຂຶ້ນພຽງເລັກນ້ອຍ ກ່ອນຈະເດີນທາງໄປໂຮງໝໍ ຈຶ່ງຮູ້ຜົນກວດພົບວ່າເປັນລົບ ແລະ ແພດໄດ້ກວດພະຍາດໝາກສຸກລິງ Clade 1B ປາກົດວ່າຜົນບໍ່ຊັດເຈນ ຫຼັງຈາກນັ້ນທີມແພດຈຶ່ງໄດ້ຢືນຢັນວ່າເປັນພະຍາດໝາກສຸກລິງ ແຕ່ບໍ່ແມ່ນສາຍພັນ Clade 2 ແລະ Clade 1B ແຕ່ຕ້ອງລາຍງານໃຫ້ປະຊາຊົນໄດ້ຮັບຮູ້ວ່າຜູ້ປ່ວຍຕ້ອງສົງໃສທີ່ຂອນຂ້າງເຊື່ອໄດ້ວ່າປ່ວຍຈາກພະຍາດໝາກສຸກລິງ ເຊິ່ງມາຈາກຕ່າງປະເທດ.

ສຳລັບລະບົບໃນການຕິດຕາມຜູ້ສຳຜັດນັ່ງໃກ້ຜູ້ປ່ວຍເທິງເຮືອບິນນັ້ນ ທາງໜ່ວຍງານໄດ້ສືບເພື່ອຄວບຄຸມພະຍາດ ແລະ ຕິດຕາມແລ້ວ ເຊິ່ງຈະເຫັນໄດ້ວ່າຫຼັງຈາກຜູ້ປ່ວຍລາຍນີ້ໄດ້ລົງຈາກເຮືອບິນແລ້ວ ມີເວລາສຳພັດກັບຜູ້ອື່ນນ້ອຍ ເນື່ອງຈາກເດີນທາງມາຮອດປະເທດໄທໃນເວລາ 6 ໂມງ ແລ້ວມື້ອື່ນຕໍມາກໍໄປພົບແພດທັນທີ ແລະ ໄດ້ພັກຮັກສາໂຕຢູ່ໂຮງໝໍເລີຍ.

ສ່ວນອາການຫຼ້າສຸດຂອງຜູ້ປ່ວຍລາຍນີ້ ບໍ່ມີອາການຮຸນແຮງ ຄາດວ່າວັນທີ 23 ສິງຫາ 2024 ທາງໜ່ວຍງານກ່ຍວຂ້ອງຈະກວດສອບແລະ ສາມາກຢືນຢັນໄດ້ 100% ວ່າເປັນສາຍພັນໃດ.

ທີ່ມາ: ໄທລັດ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...