spot_img
Homeຂ່າວພາຍ​ໃນສາຍຝົນ ແກ້ວຫານາມ ນັກເຕະລາວຄົນທີ 2 ລຸຍໄທລີກ 2

ສາຍຝົນ ແກ້ວຫານາມ ນັກເຕະລາວຄົນທີ 2 ລຸຍໄທລີກ 2

Published on

ສາຍຝົນ ແຫ້ວຫານາມ ນັກກິລາເຕະບານຕຳແໜ່ງກອງກາງ ທີມຊາດລາວ, ອາຍຸ 18 ປີ, ໄດ້ລົງຫຼີ້ນ ໄທລີກ 2 ເປັນທີ່ແນ່ນອນ ແລ້ວ, ຫຼັງຈາກສະໂມສອນ ສຸພັນບຸລີ ປະກາດລາຍຊື່ນັກກິລາໄທລີກ 2 ລະດູການ 2024-2025 ບັນລຸຂໍ້ຕົກລົງ ຍ້າຍຈາກ ນົນທະບູລີ ເອຟຊີ ໄທລີກ 3 ສູ່ ສະໂມສອນ ສຸພັນບູລີ ເອັຟຊີ Suphanburi FC ໄທລີກ 2 ປະເທດໄທ ລະດູການ 2024/25.

May be an image of 1 person, playing soccer, playing football and text

ສາຍຝົນ ໄດ້ກ່າວວ່າ: ຮູ້ສຶກດີໃຈທີ່ໄດ້ຫຼິ້ນໃຫ້ທີມ ສຸພັນບູລີ ເພາະວ່າ: ສະໂມສອນ ສຸພັນບູລີ ເປັນທີມທີ່ດີ ເເລະ ເປັນທີມທີ່ມີຊື່ສຽງ, ຕົນເອງກໍມີຄວາມໄຝ່ຝັນຢາກມາຫຼີ້ນກັບທິມດັ່ງກ່າວນີ້ຕັ້ງແຕ່ຍັງນ້ອຍ, ຖືວ່າເປັນໂອກາດ ເເລະ ເປັນການເລີ່ມຕົ້ນທີ່ດີສຳລັບໂຕຂ້ອຍເອງ.

May be an image of 3 people, people playing football, people playing soccer and text

ສຳລັບປະຫວັດຂອງ ສາຍຝົນ ເຄີຍຝຶກຊ້ອມຢູ່ ສະໂມສອນ ເອສະຣາ ຕັ້ງແຕ່ຍັງນ້ອຍ, ຫຼັງຈາກນັ້ນໄດ້ມີໂອກາດໄປຄັດໂຕກັບ ອາຄາເດີມີ ສະໝຸຍ ເປັນທີມທີ່ສ້າງໃໝ່ໃນຕອນນັ້ນ ແລະ ໄດ້ໄປຝຶກຊ້ອມຢູ່ເກາະສະໝຸຍ 3 ປີ.

May be an image of 3 people, people playing soccer, people playing football and text

ຫຼັງຈາກນັ້ນໄດ້ຍ້າຍມາຢູ່ ອະຄາເດີມີ ນົນທະບູລີ 1 ປີ ເເລະ ຍ້າຍມາຢູ່ ອະຄາເດີມີ ຫົວຫີນ 1 ປີ ແລະ ຍ້າຍມາຮ່ວມ ສະໂມສອນ ສຸພັນບູລີ ໄທລີກ 2 ໃນປັດຈຸບັນ, ສ່ວນຜົນງານລະດັບທີມຊາດລາວ ແມ່ນຫຼິ້ນໃຫ້ກັບ ທີມຊາດລາວ ຢູ16, ຢູ17, ຢູ19 ແລະ ຢູ20.

ໃນລະດູການ 2024-2025 ມີນັກເຕະລາວທີ່ ຫຼິ້ນໃຫ້ກັບ ສະໂມສອນ ຈາກໄທ 3 ຄົນຄື: ສຸກອາພອນ ວົງຈຽງຄຳ ຫລິ້ນໃຫ້ກັບ ສະໂມສອນ ນະຄອນສີ ໄທລີກ 2 , ມິດສະດາ ສາຍໃຕ້ຟ້າ ຫຼິ້ນໃຫ້ກັບ ສະໂມສອນ ເມືອງເລີຍ ໄທລີກ 3 ແລະ ສາຍຝົນ ແກ້ວຫານາມ ຫຼິ້ນໃຫ້ກັບ ສຸພັນບູລີ ໄທລີກ 2.

May be an image of 2 people and text

ຂ່າວ-ພາບ: ສຕລ

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...