spot_img
Homeຂ່າວຕ່າງປະເທດວຸ້ນວາຍໝົດສະໜາມບິນ! ຍີ່ປຸ່ນຍົກເລີກຫຼາຍຖ້ຽວບິນເນື່ອງຈາກມີດຕັດເສຍ

ວຸ້ນວາຍໝົດສະໜາມບິນ! ຍີ່ປຸ່ນຍົກເລີກຫຼາຍຖ້ຽວບິນເນື່ອງຈາກມີດຕັດເສຍ

Published on

ອີງຕາມສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 20 ສິງຫາ 2024 ນີ້, ສະໜາມບິນຍີ່ປຸ່ນໄດ້ມີການຍົກເລີກຖ້ຽວບິນກວ່່າ 36 ຖ້ຽວບິນ ແລະ ອີກ 201 ຖ້ຽວບິນລ່າຊ້າ ໃນຊ່ວງອ່ທິດທີ່ຜ່ານມາ ເນື່ອງຈາກມີດຕັດໜຶ່ງອັນໄດ້ຫາຍໄປໃນຮ້ານຄ້າທີ່ຢູ່ໃກ້ກັບບໍລິເວນປະຕູຂຶ້ນເຮືອບິນ.

ການກວດສອບຄວາມປອດໄພທີ່ອາຄານຜູ້ໂດຍສານໃນປະເທດຂອງສະໜາມບິນນິວສິໂຕເສະ ເທິງເກາະຮອກໄກໂດຖືກລະງັບເປັນເວລາ 2 ຊົ່ວໂມງໃນຊ່ວງເຊົ້າວັນເສົາທີ 17 ສິງຫາ 2024 ຜ່ານມາ, ເຮັດໃຫ້ຜູ້ໂດຍສານຫຼາຍຮ້ອຍຄົນຕິດຄ້າງ ແລະ ຄິວຍາວ ເນື່ອງຈາກມີຜູ້ໂດຍສານທີ່ຂຶ້ນເຮືອບິນຕ້ອງໄດ້ລົງກວດສອບຄວາມປອດໄພອີກຄັ້ງ.

ເຈົ້າໜ້າທີ່ສະໜາມບິນໄດ້ເລົ່າວ່າ: ເຖິງແມ່ນວ່າຈະບໍ່ພົບມີດຕັດ ແຕ່ການກວດສອບຄວາມປອດໄພ ແລະ ຖ້ຽວບິນກໍໄດ້ກັບມາດຳເນີນການອີກຄັ້ງໃນວັນດຽວກັນ, ຜູ້ໂດຍສານຈຳນວນຫຼາຍໄດ້ຮັບຜົນກະທົບຈາກການຍົກເລີກຖ້ຽວບິນ ແລະ ຄວາມລ່າຊ້າ ເນື່ອງຈາກຜູ້ໂດຍສານກຳລັງຢູ່ລະຫວ່າງການເດີນທາ່ງກັບບ້ານຫຼັງຈາກມື້ພັກເທດສະການໂອບັງປະຈຳປີຂອງຍີ່ປຸ່ນ.

ທາງດ້ານກະຊວງທີ່ດິນ ຂົນສົ່ງ ແລະ ການທ່ອງທ່ຽວໄດ້ກ່າວວ່າ: ຂໍໃຫ້ສະໜາມບິນຮອກໄກໂເດກວດສອບສາເຫດ ແລະ ປ້ອງກັນເຫດການລັກສະນະນີ້ບໍ່ໃຫ້ເກີດຂຶ້ນອີກ ສ່ວນສະໜາມບິນຮອກໄກໂດກ່າວວ່າ: ເຮົາໄດ້ຮູ້ດີແລ້ວວ່າສິ່ງທີ່ເກີດຂຶ້ນຈາກລະບົບຈັດເກັບ ແລະ ຈັດການທີ່ບໍ່ພຽງພໍ ແລະ ນີ້ອາດຈະເປັນເຫດການທີ່ອາດເຊື່ອມໂຍງກັບການຈີ້ເຮືອບິນ ຫຼື ການກໍ່ການຮ້າຍ ແລະ ເຮົາຈະດຳເນີນອີກຄັ້ງເພື່ອໃຫ້ແນ່ໃຈວ່າມີການຈັດການເລື່ອງນີ້ຢ່າງທົ່ວເຖິງ.

ທີ່ມາ: ໄທລັດ

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...