spot_img
Homeຂ່າວພາຍ​ໃນນັກກິລາລອຍນໍ້າ ເຍົາວະຊົນລາວ ຄວ້າ 9 ຫຼຽນລາງວັນ

ນັກກິລາລອຍນໍ້າ ເຍົາວະຊົນລາວ ຄວ້າ 9 ຫຼຽນລາງວັນ

Published on

ໃນລະຫວ່າງວັນທີ 16-18 ສິງຫາ 2024 ທີ່ນະຄອນຫລວງບາງກອກ ປະເທດໄທ, ໂດຍມີນັກກິລາ 1000 ກວ່າຄົນ ຈາກ 14 ປະເທດເຂົ້າຮ່ວມຄື: ສປປ ລາວ, ບຣູໄນ, ກຳປູເຈຍ, ຮົງກົງ (ຈີນ), ອິນເດຍ, ອິນໂດເນເຊຍ, ຄາຊັກສະຖານ, ກີກິສຖານ, ມາເລເຊຍ, ມົງໂກລີ, ມຽນມາ, ຟີລິບປິນ, ຫວຽດນາມ ແລະ ໄທ ເຈົ້າພາບ, ໂດຍທ້າວ ສຸກພະໄຊ ພັນທະຈັກ ຫຼື ວິນເນີ, ນາງ ວິພະດາ ພັນທະຈັກ ຫຼື ວິນນີ, ນາງ Mackenzie Gaolou ແລະ ນາງ Charlie Gaosheng ເປັນຕົວແທນຈາກ ໂຮງຮຽນນາໆຊາດ ຮິດຟິວ (HIS) ນະຄອນຫຼວງວຽງຈັນ.

May be an image of 10 people and text

ສະເພາະ ນາງ ວິພະດາ ພັນທະຈັກ ຫຼື ນ້ອງ ວິນນີ້, ອາຍຸ 8 ປີ ໄດ້ມາທັງໝົດ 9 ຫຼຽນ , 2 ຫຼຽນຄໍາ, 6 ຫຼຽນເງິນ 1 ຫຼຽນທອງແດງ; 2 ຫລຽນຄໍາ ໄດ້ຈາກທ່າຟຮີສະຕາຍ 100 ແມັດ ແລະ ທ່າ ແບັກສະໂຕກ, ຫຼຽນເງິນ ໄດ້ຈາກລອຍທ່າຟຣີສະຕາຍ 25 ແມັດ, ຟຣີສະຕາຍທົ່ວໄປ 50 ແມັດ, ແບັກສະໂຕກ 50 ແມັດ, ແບັກສະໂຕກ 25 ແມັດ, ບັດເຕີຟາຍ 25 ແມັດ, ບັດເຕີຟາຍ 50 ແມັດ, ບັດເຕີຟາຍ 100 ແມັດ ແລະ ຫຼຽນທອງ ຈາກລອຍທ່າລອຍຫງາຍຫຼັງ 100 ແມັດ.

May be an image of 2 people, people swimming and text

ນີ້ເປັນຄັ້ງທີ່ສອງ ວິນເນີ້ ແລະ ວິນນີ້, ເຄນຊີ້, ຊາລີ້ ໄດ້ເຂົ້າ ຮ່ວມແຂ່ງຂັນລະດັບນາໆຊາດ, ທ່ານນາງ ERI HASEGAWA (ເອລິ) ຄູຝຶກລອຍນໍ້າຂອງໂຮງຮຽນ ນານາຊາດຮິດຟິວ ໃຫ້ຮູ້ວ່າ: ນັກກິລາລອຍນ້ໍາທັງສີ່ຄົນເປັນນັກກິລາທີ່ມີພອນສະຫວັນ ແລະ ພອນສະແຫວງ ເຫັນໄດ້ຈາກການຝຶກຊ້ອມມີສະຖິຕິທີ່ດີ ສາມາດຍາດແຍ່ງຫລຽນລາງວັນໄດ້ໃນລະດັບນາໆຊາດ.

May be an image of 5 people and text

ທາງໂຮງຮຽນກໍຄືຜູ້ປົກຄອງ ແລະ ຄູຝຶກຈຶ່ງຕັດສິນໃຈສົ່ງນ້ອງທັງສອງໄປທົດສອບຄວາມສາມາດ ຫາປະສົບການ. ພ້ອມນັ້ນ, ວິນນີ້ຍັງໄດ້ ອັນດັບສາມ ໃນການແຂ່ງຂັນທີ່ເຮັດເວລາດີ ແລະ ໄດ້ລາງວັນຫຼາຍໃນອາຍຸ 7 ຫາ 8 ປີ ຕື່ມອີກ.

ຂ່າວ: ວສລ

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...