Homeຂ່າວພາຍ​ໃນຍິງລາວຄົນທໍາອິດ ທີ່ສາມາດຄວ້າແຊ້ມໂລກ ກິລາດິສກັອຟ (Disc Golf)

ຍິງລາວຄົນທໍາອິດ ທີ່ສາມາດຄວ້າແຊ້ມໂລກ ກິລາດິສກັອຟ (Disc Golf)

Published on

ອົ້ນ ພົມມະວົງ ສະກັອກກິ້ນ ຍິງລາວຄົນທໍາອິດ ທີ່ສາມາດຄວ້າແຊ້ມໂລກ ກິລາດິສກັອຟ (Disc Golf) ຫລ້າສຸດໄດ້ແຊ້ມລາຍການ LWS Open at Idlewild presented by Dynamic Discs & The Nati ເປັນລາຍການໃຫຍ່ລະດັບອາຊີບ Pro Tour Elite Series ແຂ່ງຂັນລະຫວ່າງວັນທີ 9-11 ສິງຫາ 2024 ທີ່ Burlington ລັດ Kentucky ສະຫະລັດ ອາເມຣິກາ ໂດຍມີນັກກິລາ 44 ຄົນ ທີ່ຜ່ານການຄັດເລືອກເຂົ້າຮ່ວມ.

ສຳລັບຜົນງານ 3 ວັນ ຂອງ ອົ້ນ ພົມມະວົງ ສະກັອກກິ້ນ ເກັບໄດ້ -10 ອັນເດີພາຣ ເອົາຊະນະ ນາຕາລີ ໄຣອັ້ນ ຈາກອາເມຣິກາ 4 ສະໂຕຣກ ຮັບຂັນແຊ້ມ ພ້ອມເງິນລາງວັນ 8,000 ໂດລາສະຫະລັດ ບວກໂບນັສອີກ 4,000 ໂດລາ ລວມ 12,000 ໂດລາ.
ປີ 2024 ອົ້ນ ພົມມະວົງ ສະກັອກກິ້ນ ໄດ້ທີ 1 ມາແລ້ວ 7 ລາຍການ ຈາກການເຂົ້າຮ່ວມ 26 ລາຍການ ສ່ວນທີ່ເຫຼືອສາມາດຈົບອັນດັບ 1 ໃນ 10 ສະສົມເງິນລາງວັນ 54,379 ໂດລາ.

ອົ້ນ ພົມມະວົງ ສະກັອກກິ້ນ ເຄີຍໄດ້ແຊ້ມໂລກມາແລ້ວ ເມື່ອປີ 2022, ກ່ອນໜ້ານີ້ ອົ້ນ ໄດ້ສ້າງສະຖິຕິໂລກ ເປັນນັກກິລາຄົນທີສອງ ສາມາດຄວ້າແຊ້ມໂລກ ດິສກັອຟ ຮຸ່ນອາຍຸ 40 ປີຂຶ້ນໄປ 3 ປີຕິດຕໍ່ກັນ 2021-2023 ຕໍ່ຈາກ Anni Kreml ຊາວອາເມຣິກາ ໃນປີ 2005-2007.

ທ່ານ ນາງ ອົ້ນ ພົມມະວົງ ສະກັອກກິ້ນ ເປັນຄົນລາວແທ້ ຍ້າຍໄປຢູ່ກັບສາມີຢູ່ອາເມຣິກາ ທີ່ເປັນນັກກິລາດິສກັອຟ ໃນປີ 2009 ກໍເລີ່ມສຶກສາຮຽນຮູ້ ແລະ ຝຶກຝົນຫລິ້ນກິລາປະເພດນີ້ ແລະ ເລີ່ມຕົ້ນອາຊີບໃນປີ 2011 ລົງແຂ່ງຂັນມາແລ້ວ 210 ລາຍການ ສາມາດພິຊິດແຊ້ມໄດ້ 98 ລາຍການ ຈາກຜົນງານພົ້ນເດັ່ນທັງໃນ ແລະ ນອກສະໜາມ ເຮັດໃຫ້ ອົ້ນ ພົມມະວົງ ສະກັອກກິ້ນ ຖືກບັນຈຸລາຍຊື່ເຂົ້າຫໍກຽດຕິຍົດ ຫຼື Hall of Fame ຂອງກິລາປະເພດນີ້.

ຂໍຂອບໃຈຂໍ້ມູນຈາກ: ຂ່າວກິລາ Lao National TV

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...