spot_img
Homeຂ່າວພາຍ​ໃນຄົບຮອບ 74 ປີ ສື່ມວນຊົນລາວສືບຕໍ່ຮຽນຮູ້ຕໍ່ສິ່ງທ້າທ້າຍຢ່າງບໍ່ຢຸດຢັ້ງ

ຄົບຮອບ 74 ປີ ສື່ມວນຊົນລາວສືບຕໍ່ຮຽນຮູ້ຕໍ່ສິ່ງທ້າທ້າຍຢ່າງບໍ່ຢຸດຢັ້ງ

Published on

ເມື່ອເວົ້າເຖິງບົດບາດ ແລະ ຄວາມສຳຄັນຂອງສື່ມວນຊົນລາວນັ້ນ, ແມ່ນຍັງມີຄວາມທ້າທ້າຍ ແລະ ຕ້ອງໄດ້ສືບຕໍ່ພັດທະນາຢ່າງຕໍ່ເນື່ອງ ເພື່ອໃຫ້ຊອດຄ່ອງກັບຍຸກກັບສະໄໝ ເວົ້າລວມເວົ້າສະເພາະ ກໍຄື ຍຸກ Digital ໃນປັດຈຸບັນ. ລາວໄດ້ສະເຫຼີມສະຫຼອງວັນສື່ມວນຊົນແຫ່ງຊາດ ແລະ ການພິມຈຳໜ່າຍ ຄົບຮອບ 74 ປີ (13 ສິງຫາ 1950 – 13 ສິງຫາ 2024) ໂດຍໄດ້ຈັດເວທີເສວະນາຂຶ້ນໃນວັນທີ 2 ສິງຫາ 2024 ເພື່ອເປັນການຕອບຮັບວັນສຳຄັນດັ່ງກ່າວ. ໂດຍເສວະນາພາຍໃຕ້ຫົວຂໍ້: “ການນໍາໃຊ້ປັນຍາປະດິດ ແລະ ສິ່ງທ້າທາຍຂອງສື່ສັງຄົມອອນລາຍສໍາລັບສື່ມວນຊົນລາວ”, ພ້ອມນັ້ນ, ຍັງໃຫ້ຮູ້ກ່ຽວກັບຄວາມ​ສຳ​ຄັນ​ຂອງ​ສື່​ໃນ​ການ​ຕອບ​ໂຕ້ຂ່າວ​ປອມ, ຂໍ້ດີ ແລະ ຂໍ້ເສຍຂອງການໃຊ້ສື່ສັງຄົມອອນລາຍ.

ເນື່ອງໃນໂອກາດວັນສຳຄັນນີ້, ທ່ານ ໂພສີ ແກ້ວມະນີວົງ ຮອງລັດຖະມົນຕີກະຊວງຖະແຫລ່ງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ) ໄດ້ໃຫ້ສໍາພາດຕໍ່ສື່ມວນຊົນ ໂດຍຢືນຢັນວ່າ ວຽກງານສື່ມວນຊົນແມ່ນມີອິດທິພົນສູງໃນສັງຄົມ ແລະ ມີຄວາມສໍາຄັນ ໃນການຊຸກຍູ້ການພັດທະນາດ້ານຕ່າງໆ ຂອງປະເທດເຮົາ. ສື່ມວນຊົນ ຍັງເປັນຜູ້ສ່ອງແສງທຸກການເຄື່ອນໄຫວຂອງສັງຄົມ, ເປັນແຮງຂັບເຄື່ອນການພັດທະນາເສດຖະກິດ-ສັງຄົມ ລວມທັງວຽກງານຮັກສາຄວາມປອດ ໃນການດໍາລົງຊີວິດຂອງປະຊາຊົນໃນສັງຄົມ, ເປັນຜູ້ຊີ້ແຈງ ແລະ ສ້າງຄວາມເຂົ້າໃຈໃນບັນຫາຕ່າງໆທີ່ເກິດຂື້ນຢ່າງຖືກຕ້ອງ, ເປັນເວທີລະຫວ່າງອົງການບໍລິຫານ, ການປົກຄອງກັບປະຊາຊົນ, ພ້ອມທັງກະຕຸກຊຸກຍູ້ສ້າງຄວາມສາມັກຄີເປັນປຶກແຜ່ນ, ຮັກຊາດ, ຮັກບ້ານເກີດເມືອງນອນ ແລະ ພ້ອມກັນສ້າງສາພັດທະນາຢ່າງບໍ່ຢຸດຢັ້ງ.

ທ່ານ ສະຫວັນຄອນ ຣາຊະມຸນຕີ ອະດີດຮອງລັດຖະມົນຕີກະຊວງຖະແຫຼງຂ່າວ ວັດ ທະນະທຳ ແລະ ທ່ອງທ່ຽວ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ໄດ້ໃຫ້ທັດສະນະກ່ຽວກັບຄວາມເປັນມາ ແລະ ຄວາມສຳຄັນຂອງສື່ມວນຊົນລາວຕໍ່ການພັດທະນາປະເທດຊາດ ໃນໂອກາດວັນສື່ມວນຊົນ 13 ສິງຫາ ຄົບຮອບ 74 ປີ ວ່າ: ວັນທີ 13 ສິງ ຫາ ເປັນວັນໜຶ່ງທີ່ມີໝາຍຄວາມສຳຄັນທາງປະຫວັດສາດຂອງຊາດທີ່ຕິດພັນກັບເປັນວັນສ້າງຕັ້ງແນວລາວອິດສະຫຼະ ແລະ ວັນສ້າງຕັ້ງວັນສື່ມວນຊົນລາວ ໂດຍໃນເມື່ອກ່ອນແມ່ນມີ ໜັງສືພິມປະຊາຊົນ ເປັນໜັງສືພິມຂອງພັກຝ່າຍແນວລາວອິດ ສະຫຼະ ໃນເວລານັ້ນສື່ມວນຊົນ ແມ່ນມີຄວາມສຳຄັນຕໍ່ພາລະກິດຕໍ່ສູ້ກູ້ຊາດ ຮັບໃຊ້ໃນການໂຄສະນາແນວທາງ ແລະ ອຸດົມການຂອງການປະຕິວັດ ຫຼັງຈາກປະເທດຊາດໄດ້ຮັບການປົດປ່ອຍພ້ອມສະຖາປະນາເປັນ ສາທາລະນະລັດປະຊາທິປະໄຕ ປະຊາຊົນລາວ ປະເທດຊາດເລີ່ມມີການພັດທະນາ ວຽກສື່ມວນຊົນກໍເລີ່ມມີການເຕີບໃຫຍ່ຂະ ຫຍາຍຕົວ ໂດຍມີສື່ໂທລະພາບທີ່ເປັນແບບຂາວ-ດຳຕໍ່ມາກໍເປັນແບບສີ ມີວາລະ ສານ ໜັງສືພິມພາສາຕ່າງປະເທດ ຈົນເຖິງປະຈຸບັນບັນດາອົງການຕ່າງໆກໍໄດ້ມີສື່ເປັນຂອງຕົນເອງ ຄຽງຄູ່ກັນນີ້ກໍໄດ້ມີສື່ໃໝ່ເກີດຂຶ້ນຜ່ານອິນເຕີເນັດ ຫຼື ເຮົາເອີ້ນວ່າ ສື່ສັງຄົມອອນລາຍ ເຊິ່ງປັດຈຸບັນກໍມີຫຼາຍແຟັດຟອມ ຫຼື ຫຼາຍຊ່ອງທາງໃນການເຜີຍແຜ່ຂໍ້ມູນຂ່າວສານ.

ສຳລັບການກຳເນີດມີສື່ສັງຄົມອອນລາຍ ມີທັງຂໍ້ດີ ແລະ ສິ່ງທ້າທາຍ ເຊິ່ງຂໍ້ດີແມ່ນສາມາດຮັບຮູ້ຂ່າວສານວ່າມີຫຍັງເກີດຂຶ້ນຢູ່ທັງພາຍໃນ ແລະ ຕ່າງປະເທດໄດ້ທົ່ວໂລກໄດ້ຢ່າງວ່ອງໄວ ພ້ອມກັນນີ້ກໍສາມາດເຜີຍແຜ່ຂໍ້ມູນຂ່າວສານຢູ່ພາຍໃນປະເທດອອກໄປໃຫ້ບັນດາປະເທດໃນທົ່ວໂລກໄດ້ຮັບຮູ້ຢ່າງວ່ອງໄວ ສາມາດແລກປ່ຽນຂໍ້ມູນຂ່າວ ສານຮ່ວມກັນໄດ້ອີກດ້ວຍ ແຕ່ຄຽງຄູ່ກັນນີ້ມັນກໍເປັນສິ່ງທ້າທາຍຫຼາຍດ້ານ ເພາະທຸກຄົນສາມາດເຜີຍແຜ່ຂໍ້ມູນໄດ້ ໂດຍທີ່ບໍ່ແມ່ນສື່ມວນຊົນ ແລະ ຂໍ້ມູນອາດຈະບໍ່ຄົບ ຖ້ວນ ຫຼື ບໍ່ຖືກຕ້ອງ ດັ່ງນັ້ນສື່ມວນຊົນລາວຕ້ອງໄດ້ເອົາໃຈໃສ່ພັດທະນາຕົນເອງໃນການນຳໃຊ້ສື່ຕ່າງໆ ພ້ອມຮັບມືຕອບໂຕ້ ຫຼື ຊີ້ແຈງຕໍ່ຂ່າວທີ່ບໍ່ແມ່ນຄວາມຈິງ ແລະ ເປັນຂ່າວທີ່ບິດເບືອນ ໃສ່ຮ້າຍປ້າຍສີ ຫຼື ໂຈມຕີຕໍ່ແນວທາງນະໂຍບາຍຂອງພັກ ແລະ ລັດຖະບານ ຢ່າງວ່ອງໄວ້ ແລະ ແໝ້ນຢໍາ.

ໃນຄັ້ງວັນທີ 2 ສິງຫາ 2024 ທີ່ຜ່ານມາ, ສະມາຄົມນັກຂ່າວແຫ່ງ ສປປ ລາວ, ກະຊວງຖະແຫຼງຂ່າວ ແລະ ວັດທະນະທຳ ແລະ ທ່ອງທ່ຽວ, ສະໜັບສະໜູນຈາກສະຫະພາບເອີຣົບ ແລະ ອົງການແຄຣສາກົນ ໄດ້ຈັດເວທີເສວະນາຂຶ້ນພາຍໃຕ້ຫົວຂໍ້: “ການນໍາໃຊ້ປັນຍາປະດິດ ແລະ ສິ່ງທ້າທາຍຂອງສື່ສັງຄົມອອນລາຍສໍາລັບສື່ມວນຊົນລາວ” ໂດຍຈຸດປະຊົງຂອງງານຄັ້ງນີ້ແມ່ນແນ່ໃສ່ອົງການສື່ມວນຊົນລາວໄດ້ນຳໃຊ້ບັນຍາປະດິດມາຊ່ວຍໃນການກວດຂ່າວ, ແປຂ່າວ, ສ້າງຮູບພາບ,​ ຕັດຕໍ່ວີດີໂອໃຫ້ທັນສະພາບການ ເພື່ອໃຫ້ເຂົ້າໃຈວິທີຜະລິດຂ່າວ, ການດຶງດູດຜູ້ອ່ານໃນຫຼາຍໆກຸ່ມເປົ້າໝາຍ ແລະ ສ້າງລາຍຮັບໃຫ້ສື່ຂອງຕົນ. ນອກນັ້ນ, ຍັງເປັນການເພີ່ມທັກສະໃຫ້ກັບບັນນາທິການ ແລະ ນັກຂ່າວ ນຳໃຊ້ປະໂຫຍດຈາກການໃຊ້ສື່ສັງຄົມອອນລາຍໃນການຕອບໂຕ້ຂ່າວດ້ວຍຫຼາຍວິທີ ແລະ ຫຼາຍຊ່ອງທາງອີກດ້ວຍ.

ທ່ານ ອະດິດຕະ ກິດຕິຄຸນ, ຫຸ້ນສ່ວນບໍລິຫານບໍລິສັດ RDK Group ເປັນໜຶ່ງໃນວິທະຍາກອນໃນງານຄັ້ງນີ້ ໄດ້ເນັ້ນເຖິງຄວາມສຳຄັນໃນການເຂົ້າໃຈແບບເຈາະລຶກຂອງລະບົບ AI ໃນ Facebook ເນື່ອງຈາກສິ່ງນີ້ມີບົດບາດທີ່ໂດດເດັ່ນໃນການເຜີຍແຜ່ຂ່າວສານໃນປະເທດລາວ ທ່ານຍັງໃຫ້ຮູ້ວ່າ ເຖິງສື່ລາວຈະໃຊ້ Facebook ເພື່ອເຜີຍແຜ່, ຢ່າລືມວ່າ: Facebook ເປັນບໍລິສັດ ແທັກໂນໂລຊີ ແຕ່ຄວາມຈິງແລ້ວ FB ກໍເປັນບໍລິສັດສື່ທີ່ເຜີຍແຜ່ເນື້ອຫາ ເພື່ອໃຫ້ຄົນມາຈ້າງໂຄສະນາ. ດັ່ງນັ້ນ, ທ່ານຕ້ອງທຳຄວາມເຂົ້າໃຈ AI ຫຼັກໆທີ່ສົ່ງຜົນຕໍ່ທຸກຄົນໃນແຕ່ລະມື້ ກໍຄື Facebook.

ໃນງານດັ່ງກ່າວ, ທ່ານ ສົມສະຫວາດ ພົງສາ ຫົວໜ້າກົມສື່ມສວນຊົນ ກະຊວງຖະແຫຼງຂ່າວ ແລະ ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ໃຫ້ຮູ້ເຖິງສິ່ງ​ທ້າ​ທາຍ​ໃນ​ຍຸກ Digital ແລະ ຄວາມ​ສຳ​ຄັນ​ຂອງ​ສື່ມວນ​ຊົນ​ລາວ ໃນ​ການ​ຕອບ​ໂຕ້​ຂ່າວ​ປ​ອມ ວ່າ: 1, ເນື່ອງຈາກເຕັກໂນໂລຊີມີຄວາມກ້າວໜ້າ ແລະ ມີການປ່ຽນແປງຢ່າງໄວ ເຮັດໃຫ້ສື່ຕ້ອງມີການປັບໂຕເພື່ອໃຫ້ທັນກັບສະພາບການ. ດັ່ງນັ້ນ, ຖ້າຫາກສື່ມວນຊົນໃດຍັງນຳໃຊ້ສື່ແບບເກົ່າກໍຕ້ອງໄດ້ມີການປັບໂຕ. 2, ສື່ຕ້ອງຮູ້ຈັກກຸ່ມເປົ້າໝາຍ (ຜູ້ອ່ານ) ຂອງຕົນ. ສຸດທ້າຍກໍແມ່ນການພັດທະນາບຸດຄະລາກອນໃຫ້ສາມາດຕອບສະໝອງໃນການໃຊ້ສື່ສັງຄົມອອນລາຍທຸກໆແຟດຟອມ ເພາະທຸກອັນລ້ວນແຕ່ແມ່ນພາຫະນະໃນການກະຈາຍຂໍ້ມູນຂ່າວສານໃຫ້ວ່ອງໄວ ແລະ ມີປະສິດຕິພາບ, ສຳຄັນກໍແມ່ນມີຄ່າໃຊ້ຈ່າຍທີ່ຕໍ່າ ຖ້າປຽບທຽບກັບການເຮັດສື່ແບບເກົ່າ. ເຊິ່ງພວກເຮົາກໍມີແຜນກ່ຽວກັບການພັດທະນາແຟດຟອມໃຫ້ກັບສື່ໃນການເປັນພາຫະນະກະຈາຍຂໍ້ມູນຂ່າວສານໂດຍສະເພາະການນຳໃຊ້ຢູ່ພາຍໃນປະເທດ ເຊັ່ນ: ການສ້າງວິທະຍຸອອນລາຍ, ໂທລະພາບອອນລາຍ ເພື່ອໃຫ້ແຕ່ລະທ້ອງຖິ່ນເຂົ້າເຖິງໄດ້ງ່າຍ ເຊິ່ງສິ່ງເຫຼົ່ານີ້ກໍເປັນແຜນທີ່ຈະນຳສະເໜີຕາມຂັ້ນຕອນຕໍ່ໄປ. ສຳລັບການຕ້ານຂ່າວປອມ ຖືວ່າເປັນບັນຫາຂອງສື່ທົ່ວໂລກ, ສື່ເຮົາແມ່ນມີຄວາມສຳຄັນຫຼາຍ ຕ້ອງໄດ້ສະເໜີ ແລະ ອະທິບາຍ ຂໍ້ມູນໃຫ້ສັງຄົມເຂົ້າໃຈວ່າ ຂ່າວປອມ ແລະ ຂ່າວທີ່ມີຄວາມຈິງນັ້ນເປັນລັກສະນະໃດ. ໃນອະນາຄົດ, ທາງເຮົາ ແລະ ສື່ມວນຊົນກໍຈະໄດ້ຮ່ວມມືກັນໃນການເຜີຍແຜ່ຂໍ້ມູນຂ່າວສານເພື່ອແກ້ໄຂບັນຫາດັ່ງກ່າວໃຫ້ສັງຄົມເຂົ້າໃຈ.

ບົດຄວາມຫຼ້າສຸດ

ແຈ້ງການເປີດການສັນຈອນ ເສັ້ນທາງ ເລກທີ 11 ເຫນືອ, ເລກທີ 13 ໃຕ້ ແລະ ເລກທີ 11 ໃຕ້ ຂອງລົດບັນທຸກຫນັກ

ພະແນກ ໂຍທາທິການ ແລະ ຂົນສົ່ງອອກແຈ້ງການເລື່ອງ: ເປີດການສັນຈອນ ເສັ້ນທາງ ເລກທີ 11 ເຫນືອ, ເລກທີ 13 ໃຕ້ ແລະ ເລກທີ...

ກັກຕົວແກ້ງມົ້ວສຸມນໍ້າກະທ້ອມ ເຂດບ້ານໂພນພິມ ເມືອງທ່າແຂກ ແຂວງຄຳມ່ວນ

ເຈົ້າໜ້າທີ່ ປກສ ແຂວງຄຳມ່ວນໃຫ້ຮູ້ວ່າ: ເວລາປະມານ 22:00 ໂມງ ຂອງວັນທີ 16 ກັນຍາທີ່ຜ່ານມາ, ໄດ້ພົບເຫັນເປົ້າໝາຍ ຈຳນວນ 7 ຄົນ ກຳລັງຄ້າ-ຂາຍ...

ນໍ້າປະປາ ນວ ແຈ້ງ ໄລຍະນີ້ການຜະລິດນຳ້ປະປາບໍ່ສະດວກ ສົ່ງຜົນນໍ້າໄຫຼຄ່ອຍ-ບໍ່ມີນໍ້າ

ອີງຕາມແຈ້ງການຂອງລັດວິສະຫະກິດນໍ້າປະປານະຄອນຫຼວງ ລົງເມື່ອວັນທີ 18 ກັນຍາ 2024 ກ່ຽວກັບການຜະລິດນໍ້າປະປາບໍ່ສະດວກ ແລະ ຈະສົ່ງຜົນກະທົບຕໍ່ປະຊາຊົນຜູ້ຊົມໃຊ້ນໍ້າປະປາ (ລາຍລະອຽດແຈ້ງການລຸ່ມນີ້)  

ແຈ້ງເຕືອນພາຍຸໜຸນເຂດຮ້ອນ ຊູລີກ ຈະຜ່ານສະຫວັນນະເຂດ ຄຳມ່ວນ ບໍລິຄຳໄຊ ວັນທີ 21 ກັນຍາ 2024

ອີງຕາມແຈ້ງການຂອງກົມອຸຕຸນິຍົມ ແລະ ອຸທົກກະສາດລົງເມື່ອວັນທີ 19 ກັນຍາ 2024 ກ່ຽວກັບແຈ້ງເຕືອນໄພ ພາຍຸໜຸນເຂດຮ້ອນ ຊູລີກ (Soulik) ໃນລະຫວ່າງ ວັນທີ 19 –...