Homeຂ່າວຕ່າງປະເທດຕຳຫຼວດຈັບ! ຍູທູບເບີດັງຊາວອິນເດຍ ເຮັດຄອນເທັ້ນກິນແກງນົກຍຸງ

ຕຳຫຼວດຈັບ! ຍູທູບເບີດັງຊາວອິນເດຍ ເຮັດຄອນເທັ້ນກິນແກງນົກຍຸງ

Published on

ສຳນັກຂ່າວຕ່າງປະເທດລາຍງານ ໃນວັນທີ 14 ສິງຫາ 2024 ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດຈັບກຸມຍູທູບເບີຊາວອິນເດຍ ຫຼັງຈາກໂພສຄລິບວີດີໂອ ທີ່ສ້າງຄວາມບໍ່ພໍໃຈໃຫ້ແກຄົນທົ່ວໄປຢ່າງຫຼວງຫຼາຍ ໂດຍຄລິບດັ່ງກ່າວເປັນພາບທີ່ເຂົາກຳລັງນັ່ງເຮັດ ແລະ ກິນແກງນົກຍຸງ ເຊິ່ງເປັນນົກປະຈຳຊາດຂອງຊາວອິນເດຍ.

ຕາມການລາຍງານຍູທູບເບີລາຍນີ້ຊື່ວ່າ: ທ້າວ ໂກດຳ ປາເນ ກຸມາ ຖືກຈັບເມື່ອວັນຈັນ ທີ 12 ສິງຫາ 2024 ຜ່ານມາ, ກ່ອນຈະຖືກນຳໂຕສົ່ງເຂົ້າຄຸກ ຫຼັງຈາກຄລິປວີດີໂອອື່ນໆ ທີ່ພົບໃນໂທລະສັບ ແລະ ໄດ້ຍອມຮັບວ່ານົກທີຕົນເອງກິນນັ້ນເປັນນົກຍຸງແທ້.

ທາງດ້ານເຈົ້າໜ້າທີ່ຕຳຫຼວດ ໃນລັດເຕລັງຄານາ ທາງຕອນໃຕ້ຂອງອິນເດຍລະບຸວ່າ: ຂະນະນີ້ ທ້າວ ກຸມານຖືກຄຸມຂັງພາຍໃຕ້ການຄວບຄຸມຕົວ 14 ມື້ພາຍໃຕ້ກົດໝາຍການຄຸ້ມຄອງສັດປ່າ ແລະ ຕອນນີ້ສານຈະຕັດສິນວ່າຈະມີໂທດຕິດຄຸກ ຫຼື ຈະໄດ້ຮັບການປະກັນຕົວ.

ທັງນີ້ການຂະຍາຍຕົວຂອງບ້ານເມືອງອິນເດຍມີຄວາມໄວວາ ເຮັດໃຫ້ຈຳນວນນົກຍຸງຫຼຸດລົງຫຼາຍ ແລະ ນົກຍຸງຖືເປັນສັດທີ່ໄດ້ຮັບການຄຸ້ມຄອງ ພາຍໃຕ້ກົດໝາຍການຄຸ້ມຄອງສັດປ່າຂອງອິນເດຍຢ່າງເຂັ້ມງວດ.

ບົດຄວາມຫຼ້າສຸດ

ຫວຽດນາມ ຈະສ້າງໄຟຟ້າພະລັງງານລົມ Savan 2 ມູນຄ່າສູງເຖິງ 768 ລ້ານໂດລາສະຫະລັດ ຫຼື ປະມານ 17 ພັນຕື້ກີບ

ກຸ່ມບໍລິສັດ T&T Group ຂອງຫວຽດນາມ ສືບຕໍ່ລົງທຶນໃຫຍ່! ເປີດໂຕໂຄງການໄຟຟ້າພະລັງງານລົມ "Savan 2" ເກືອບ 500 MW ຢູ່ແຂວງສະຫວັນນະເຂດ (ຝ່າຍຫວຽດນາມເປັນຜູ້ຈ່າຍ ແລະ...

ລາວ-ຫວຽດນາມ ສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ

ໂດຍຕອບສະໜອງຕາມຄໍາເຊື້ອເຊີນ ຂອງສະຫາຍ ສະເຫຼີມໄຊ ກົມມະສິດ, ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສະຫາຍ ເລ ມິງ ຮຶງ, ນາຍົກລັດຖະມົນຕີ...

ສອງນາຍົກລັດຖະມົນຕີ ລາວ – ຫວຽດນາມ ຮ່ວມກັນ ເປີດໂຄງການກໍ່ສ້າງ ມະຫາວິທະຍາໄລມິດຕະພາບ ລາວ – ຫວຽດນາມ

ໃນການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ, ທ່ານ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ແລະ ທ່ານ...

ຮອງປະທານສະພາແຫ່ງຊາດ ຕາງໜ້າໃຫ້ ຄປຈສພຊ ປະກອບ 16 ຄໍາເຫັນຕໍ່ບົດລາຍງານຂອງລັດ

ວັນທີ 5 ຕຸລາ 2026, ທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ ໄດ້ຕາງໜ້າໃຫ້ຄະນະປະຈຳສະພາແຫ່ງຊາດ (ຄປຈສພຊ) ປະກອບຄໍາເຫັນຕໍ່ບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ...