spot_img
Homeຂ່າວຕ່າງປະເທດນາຍົກລັດຖະມົນຕີໄທ ຖືກສານລັດຖະທຳມະນູນໃຫ້ພົ້ນຈາກຕຳແໜ່ງ

ນາຍົກລັດຖະມົນຕີໄທ ຖືກສານລັດຖະທຳມະນູນໃຫ້ພົ້ນຈາກຕຳແໜ່ງ

Published on

ໃນວັນທີ 14 ສິງຫາ 2024 ສານລັດຖະທຳມະນູນໄທ ລົງມະຕິຖອດຖອນ ທ່ານ ເສດຖາ ທະວີສິນ ອອກຈາກຕຳແໜ່ງນາຍົກລັດຖະມົນຕີແຫ່ງຣາຊອານາຈັກໄທ ເປັນທີ່ຮຽບຮ້ອຍ.

ສຳລັບສາເຫດທີ່ ທ່ານ ເສດຖາ ທະວີສິນ ຫຼຸດພົ້ນຈາກຕຳແໜ່ງນາຍົກລັດຖະມົນຕີແຫ່ງປະເທດໄທ ເນື່ອງຈາກເຄີຍຖືກສານມີຄຳສັ່ງຈຳຄຸກເປັນເວລາ 6 ເດືອນ ໃນຄວາມຜິດຖານະເມີດສານ ເປັນບຸກຄົນທີ່ມີຄວາມບໍ່ຊື່ສັດສຸຈະລິດ ແລະ ມີ ພຶດຕິກຳທີ່ເປັນການຝ່າຝືນ ຫຼື ບໍ່ປະຕິບັດຕາມມາດຕະທານທາງຈະລິຍະທຳຢ່າງຮ້າຍແຮງ ຕາມລັດຖະທຳມະນູນມາດຕາ 160 (4) ແລະ (5) ເປັນເຫດໃຫ້ຕຳແໜ່ງລັດຖະມົນຕີຜູ້ຖືກຮ້ອງສິ້ນສຸດລົງຕາມລັດຖະທຳມະນູນມາດຕາ 170 ວັກໜຶ່ງ(4) ປະມາດຕາ 160(4) ແລະ (5) ສ່ວນອີກກໍລະນີກໍຄື ທ່ານ ເສດຖາ ທະວີສິນ ໄດ້ແຕ່ງຕັ້ງ ທ່ານ ພິຊິດ ຊື່ນບານ ເປັນລັດຖະມົນຕີປະຈຳສຳນັກງານນາຍົກລັດຖະມົນຕີໄທ.

ທ່ານ ເສດຖາ ທະວີສິນ ໄດ້ດຳລົງຕຳແໜ່ງນາຍົກລັດຖະມົນຕີແຫ່ງປະເທດໄທ ໃນວັນທີ 22 ສິງຫາ 2023 ຈົນມາຮອດວັນທີ 14 ສິງຫາ 2024 ເປັນໄລຍະເວລາເກືອບ 1 ປີ.

ຂໍ້ມູນຈາກ: THE STANDARD

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...