spot_img
Homeຂ່າວພາຍ​ໃນດ່ານສາກົນນໍ້າເງິນ ເກັບລາຍຮັບໃນ 6 ເດືອນຕົ້ນປີ ໄດ້ທັງໝົດ 358 ຕື້ກວ່າກີບ

ດ່ານສາກົນນໍ້າເງິນ ເກັບລາຍຮັບໃນ 6 ເດືອນຕົ້ນປີ ໄດ້ທັງໝົດ 358 ຕື້ກວ່າກີບ

Published on

ດ່ານສາກົນນໍ້າເງິນເມືອງເງິນແຂວງໄຊຍະບູລີໄດ້ຍົກລະດັບຈາກດ່ານພາສີທ້ອງຖິ່ນຂຶ້ນເປັນດ່ານສາກົນໃນວັນທີ 21 ທັນວາ 2008 ໃນປີ 2024 ນີ້ ການຈັດຕັ້ງປະຕິບັດແຜນງົບປະມານດ່ານພາສີສາກົນນໍ້າເງິນຍັງພົບຄວາມຫຍຸ້ງຍາກທາງດ້ານການເງິນ ແລະ ເສດຖະກິດເຮັດໃຫ້ເສດຖະກິດສະລໍຕົວລາຄານໍ້າມັນ ແລະ ອາຍແກັດທີ່ມີການເພິ່ມຂຶ້ນການແລກປ່ຽນເງິນຕາມີການເໜັງຕິງ ບັນຫາເງິນເຟີ້ຍັງສຶບຕໍ່ໄປແຕ່ລະໄລຍະເຮັດໃຫ້ມີການເພິ່ມຄ່າໃຊ້ຈ່າຍຫຼາຍຂຶ້ນບວກໃສ່ທ່າອ່ຽງການນໍາເຂົ້າສິນຄ້າໝວດຕ່າງໆ ຫຼຸດລົງໂດຍສະເພາະແມ່ນນໍ້າມັນເຊື້ອໄຟຊຶ່ງເປັນລາຍໄດ້ຕົ້ນຕໍຂອງດ່ານເຖິ່ງຢ່າງໃດກໍ່ຕາມບັນຫາທີ່ກ່າວມານັ້ນກໍ່ບໍ່ໄດ້ເປັນອຸປະສັກຕໍ່ການເກັບລາຍຮັບຂອງພວກເຮົາຍ້ອນພວກເຮົາໄດ້ຮັບການນໍາພາຊີ້ນໍາຈາກຄະນະພັກກົມພາສີ, ຄະນະນໍາພາສີປະຈໍາແຂວງ ແລະ ອໍານາດການປົກຄອງທ້ອງຖິ່ນບວກໃສ່ຄວາມເອົາໃຈໃສ່ຢ່າງຕັ້ງໜ້າຂອງຄະນະດ່ານ ແລະ ພະນັກງານວິຊາການທຸກຄົນຈຶ່ງເຮັດໃຫ້ການຈັດຕັ້ງປະຕິບັດວຽກງານຕ່າງໆໄດ້ດີພໍສົມຄວນ.

ທ່ານ ຕຸ້ຍ ຄໍາວັນດີ ຫົວໜ້າດ່ານພາສີສາກົນນໍ້າເງິນ ກ່າວວ່າ: ດ່ານພາສິສາກົນນໍ້າເງິນປະກອບມີພະນັກງານທັງໝົດ 11 ຄົນ ຍິງ 1 ຄົນ ມີຄະນະດ່ານ 4 ທ່ານ ຫົວໜ້າດ່ານ 1 ທ່ານ ຮອງ 3 ທ່ານ ມີພະນັກງານສົມບູນ 8 ຄົນ ຍິງ 1 ຄົນ ແລະ ພະນັກງານຊ່ວຍວຽກ 3 ຄົນ ດ່ານພາສີສາກົນນໍ້າເງິນຂຶ້ນກັບພາສີປະຈໍາແຂວງ ແລະ ກົມພາສີປະກອບມີ 3 ກຸ່ມວຽກໃຫຍ່ທີ່ຂຶ້ນກັບຄື: ກຸ່ມວຽກບໍລິຫານ ແລະ ຄຸ້ມຄອງຂັ້ນຕອນການແຈ້ງພາສີ, ກຸ່ມວຽກກວດກາສິນຄ້າ ແລະ ຄຸ້ມຄອງສາງ ແລະ ກຸ່ມວຽກກວດກາພາຫະນະ ແລະ ຜູ້ໂດຍສານສະເພາະແຜນການຈັດເກັບລາຍຮັບໃນປີ 2024 ຢູ່ດ່ານພາສີສາກົນນໍ້າເງິນມີທັງໝົດ 703 ຕື້ກວ່າກີບ ຜ່ານການຈັດເກັບລາຍຮັບໃນ 6 ເດືອນຕົ້ນປີ ແມ່ນຈັດເກັບໄດ້ທັງໝົດ 358 ຕື້ກວ່າກີບ ເທົ່າກັບ 50,95% ຂອງແຜນການປີ ລາຍຮັບຕົ້ນຕໍຂອງດ່ານແມ່ນການນໍາເຂົ້ານໍ້າມັນເຊື້ອໄຟກວມເຖິງ 95,88% ຂອງລາຍຮັບທັງໝົດເພາະວ່າບໍລິສັດນໍາເຂົ້ານໍ້າມັນເຊື້ອໄຟເຂົ້າພາຍໃນດ່ານພາສີສາກົນນໍ້າເງິນມີຈໍານວນ 6 ບໍລິສັດ.

ແຫຼ່ງຂ່າວ: News.XBL

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...