spot_img
Homeຂ່າວພາຍ​ໃນທຳລາຍປ້າຍບໍ່ຖືກຕ້ອງ-ບໍ່ໄດ້ຮັບອະນຸຍາດ ທີ່ຫຼວງພະບາງ

ທຳລາຍປ້າຍບໍ່ຖືກຕ້ອງ-ບໍ່ໄດ້ຮັບອະນຸຍາດ ທີ່ຫຼວງພະບາງ

Published on

ເມື່ອບໍ່ດົນມານີ້, ຫ້ອງການ ຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ນະຄອນຫຼວງພະບາງ ໄດ້ຈັດພິທີ ທຳລາຍປ້າຍທີ່ບໍ່ໄດ້ຮັບອະນຸຍາດ, ປ້າຍທີ່ບໍ່ຖືກລະບຽບຕາມຂໍ້ກຳນົດ ວ່າດ້ວຍການຄຸ້ມຄອງປ້າຍ ແລະ ການປະດັບປະດາຢູ່ນະຄອນຫຼວງພະບາງ, ໂດຍເປັນປະທານ ຂອງທ່ານ ວີເຮີ ເຊຍໄມ ຄະນະປະຈຳພັກນະຄອນ ຫົວໜ້າຄະນະໂຄສະນາອົບຮົມນະຄອນຫຼວງພະບາງ, ມີທ່ານ ຄຳຜຸຍ ສີຫານາດ ຫົວໜ້າຫ້ອງການ ຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວນະຄອນຫຼວງພະບາງ, ພ້ອມພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

อาจเป็นรูปภาพของ 5 คน และ ข้อความ

ໃນພິທີ ທ່ານ ຄຳຜຸຍ ສີຫານາດ ຫົວໜ້າຫ້ອງການ ຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ນະຄອນຫຼວງພະບາງ ໄດ້ໃຫ້ຮູ້ວ່າ: ເດືອນມີນາ 2024 ເປັນຕົ້ນມາ ສາມາດພົບເຫັນ, ເກັບກຳ, ສັງລວມ ແລະ ຮື້ຖອນປ້າຍໂຄສະນາທີ່ບໍ່ຖືກຕ້ອງຕາມລະບຽບການໃນເສັ້ນທາງກາງເມືອງໄດ້ທັງໝົດ 132 ປ້າຍ, ປ້າຍແບນເນີ, ສະຕິກເກີທີ່ຕິດຕາມເສົາໄຟຟ້າ, ຕາມຮົ້ວ, ຝາເຮືອນຈຳນວນ 65 ແຜ່ນ, ພ້ອມທັງແນະນຳໃຫ້ຜູ້ປະກອບການທີ່ຕ້ອງການນຳໃຊ້ປ້າຍໂຄສະນາຕ່າງໆ ຕ້ອງປະກອບເອກະສານ ກວດຜ່ານເນື້ອໃນ, ຂະໜາດ, ຕົວໜັງສື ແລະ ຂື້ນທະບຽນໂຄສະນາໃຫ້ຖືກຕ້ອງຕາມລະບຽບການ.

อาจเป็นรูปภาพของ 4 คน และ ข้อความ

ຕໍ່ພິທີດັ່ງກ່າວ ທ່ານ ວິເຮີ ເຊຍໄມ ຄະນະປະຈຳພັກນະຄອນ ໄດ້ມີຄຳເຫັນໂອ້ລົມຕໍ່ບັນດາອົງການປົກຄອງບ້ານ ເພື່ອຊ່ວຍໃຫ້ວຽກງານດັ່ງກ່າວ ມີຄວາມຄ່ອງຕົວ ແກ້ໄຂໃຫ້ການນຳໃຊ້ປ້າຍຕ້ອງມີຄວາມເປັນລະບຽບ ສວຍງາມຖືກຕ້ອງຕາມການກຳນົດຂອງຂັ້ນເທິງວາງອອກ, ນອກນັ້ນທ່ານຍັງໄດ້ເນັ້ນຕໍ່ຫ້ອງການ ຖວທ ນະຄອນຫຼວງພະບາງ ຮີບຮ້ອນເລັ່ງມືໃນການກວດກາ, ແນະນຳ ແລະ ຮື້ຖອນປ້າຍທີ່ບໍ່ຖືກຕ້ອງ, ປ້າຍທີ່ບໍ່ມີການນຳໃຊ້ພາສາລາວ, ປ້າຍເກົ່າ-ຈີກຂາດ ທີ່ເປັນການສ້າງໃຫ້ພາບພົດ ຕາມແຄມເສັ້ນທາງບໍ່ມີຄວາມສວຍງານ ແລະ ບໍ່ເປັນລະບຽບຮຽບຮ້ອຍ, ການປິດບັງຂອງປ້າຍທີ່ມີຂະໜາດໃຫຍ່ເກີນຂອບເຂດປິດບັງເຮືອນຊານບ້ານຊ່ອງ ທີ່ເປັນເອກະລັກສະເພາະຂອງຊາວຫຼວງພະບາງໃຫ້ເຊື່ອມຄຸນຄ່າ.

อาจเป็นรูปภาพของ 3 คน

ນອກນັ້ນ, ທ່ານຍັງໄດ້ເນັ້ນໃຫ້ມີການເຜີຍແຜ່ບັນດາຂໍ້ມູນຕ່າງໆ ເພື່ອໃຫ້ພາກສ່ວນກ່ຽວຂ້ອງທີ່ຈະນຳໃຊ້ປ້າຍ ຕ້ອງໄດ້ມີການຄຳນຶງ ດ້ານເນື້ອໃນ, ພາສາ, ສີພື້ນ, ສີໜັງສືຂອງປ້າຍ, ຂະໜາດປ້າຍ, ການຕິດຕັ້ງ, ການສ້ອມແປງ ແລະ ການຮື້ຖອນຢູ່ນະຄອນຫຼວງພະບາງ ໃຫ້ມີຄວາມເປັນລະບຽບຮຽບຮ້ອຍຂື້ນ, ເພື່ອສ້າງຄວາມຈົບງາມ ແລະ ມີສ່ວນຮ່ວມໃນການດືງດູດນັ່ກທ່ອງທ່ຽວທີ່ເຂົາມາທ່ຽວຊົມນະຄອນຫຼວງພະບາງເກີດມີຄວາມປະທັບໃຈຍິ່ງຂື້ນ.

ຂ່າວ: ສົມພອນ ວິໄລຜົນ, ຫ້ອງການ ຖ.ວ.ທ ນະຄອນຫຼວງພະບາງ

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...