spot_img
Homeຂ່າວພະຍາກອນອາກາດສະພາບອາກາດວັນທີ 12 ສິງຫາ 2024

ສະພາບອາກາດວັນທີ 12 ສິງຫາ 2024

Published on

ຮ່ອງຄວາມກົດດັນອາກາດຕໍ່າ ຫຼືວ່າຮ່ອງຝົນ ຍັງພາດຜ່ານພາກເໜືອ ຂອງປະເທດລາວ, ສົມທົບກັບກະແສລົມມໍລະສຸມຕາເວັນຕົກສ່ຽງໃຕ້ ພັດປົກຄຸມ. ເຊິ່ງຈະເຮັດໃຫ້ ຈະມີຝົນຕົກ, ຟ້າຮ້ອງ, ຟ້າເຫຼື້ອມ ໃນລະດັບຄ່ອຍ ຫາ ປານກາງ ເປັນບໍລິເວນກວ້າງໃນແຕ່ລະພາກ ແລະ ຕົກໜັກ, ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນແຂວງພາກເໜືອ ແລະ ພາກກາງ.

May be an image of map, ticket stub and text

ຂໍ້ມູນອຸຕຸກະເສດປະຈໍາອາທິດ ສໍາລັບເຂົ້ານາປີ ແລະ ພືດຜັກ, ວັນທີ 12 ສິງຫາ 2024. ໃນໄລຍະໜຶ່ງອາທິດຂ້າງໜ້າແມ່ນມີຄວາມສ່ຽງຝົນຕົກ ໜັກຢູ່ໃນເຂດເມືອງຄໍາ ແຂວງຊຽງຂວາງ. ເຂົ້ານາປີ ແມ່ນຢູ່ໃນໄລຍະ ຈະເລີນເຕີບໂຕຂອງຕົ້ນກ້າ ໃຫ້ປະຊາຊົນເພີ່ມທະວີຕິດຕາມເຝົ້າລະວັງ ເພື່ອປ້ອງກັນແມງໄມ້, ພະຍາດຈາກເຊື້ອລາ, ໃຫ້ໃຊ້ສະໝຸນໄພ, ຢາປາບ ສັດຕູພືດ ແລະ ຢາຂ້າເຊື້ອລາປະສົມກັນ ເພື່ອຫຼຸດຜ່ອນການທໍາລາຍ ໃຊ້ຝຸ່ນເພື່ອຄວາມແຂງແຮງຂອງເຂົ້າ ແລະ ນໍາໃຊ້ມາດຕະການທີ່ເໜາະສົມ.

May be an image of ticket stub and text

ສໍາລັບພະຍາດໃບໄມ້, ພະຍາກາບໃບແຫ້ງ, ພະຍາດໃບຈຸດສີນໍ້າຕານ, ບົ້ງຫໍ້ລໍາຕົວ, ແມງບົ້ງ ທີ່ມີຄວາມສ່ຽງສູງ ນໍາໃຊ້ມາດຕະການທີ່ເໝາະສົມ ຕາມການແນະນໍາຈາກຂະແໜງກະສິກໍາ ເພື່ອຫຼຸດຜ່ອນຄວາມເສຍຫາຍ ຈາກໄພແຫ້ງແລ້ງທີ່ມີຄວາມສ່ຽງສູງ.

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...